ທົບທວນຄືນ​ໃນການປະຕິບັດ ວຽກງານສິດທິເດັກ ຢູ່ ສປປ ລາວ

SA Game

ຂປລ. 

ກອງປະຊຸມລະດັບສູງໃນ​ການທົບທວນການຈັດຕັ້ງປະຕິບັດ ວຽກງານສິດທິເດັກ ຢູ່ໃນ​ ລາວ

ໃນວັນທີ 18 ພະຈິກ 2022, ກອງປະຊຸມລະດັບສູງ ເພື່ອທົບທວນການຈັດຕັ້ງປະຕິບັດ ວຽກງານສິດທິເດັກ ຢູ່ ສປປ ລາວ ຈັດຂຶ້ນພາຍໃຕການເປັນປະທານຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ, ຮອງປະຜູ້ປະຈຳການຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ), ທ່ານ ນາງ ເພຍ ແບັນໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ, ມີບັນດາຮອງເຈົ້າແຂວງ ແລະ ຕົວແທນເດັກ ທັງ 18 ແຂວງເຂົ້າຮ່ວມ

​ໂດຍ​ພາກສ່ວນ​ກ່ຽວຂ້ອງ​ ໄດ້​ສະ​ເໜີ​ ຄວາມ​ຄືບ​ໜ້າ​ໃນ​ການຈັດຕັ້ງ​ປະຕິບັດ​ ຄຳ​ໝັ້ນ​ສັນຍາ​ທີ່​ຜ່ານ​ມາ​ ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ເດັກ​ ໃນລະຫວ່າງ​ປີ 2021- 2022, ພ້ອມ​ທັງ ທົບທວນ​ຄືນ​ຄວາມເປັນຢູ່ຂອງ​ເດັກນ້ອຍ​ ໃນ​ສະພາບ​ການ​ແພ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ນອກຈາກນີ້, ການສະຫລອງວັນດັ່ງກ່າວ ອົງການອຸຍນີເຊບ ຍັງ​ຈະໄດ້​ຈັດ​ຕັ້ງ​ຫລາກຫລາຍກິດຈະກຳ​ ​ເຊັ່ນ:

​ຍ່າງເພື່ອສຸຂະພາບ, ເທສະການວັນ​ເດັກໂລກ​, ແຂ່ງຂັນບານເຕະໂລກ ແລະ ອື່ນໆ

SA Game
ຂປລ.

ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ ແລະ ປະທານຮ່ວມຂອງ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ກ່າວວ່າ:

ກອງປະຊຸມຄັ້ງນີ້, ມີຄວາມໝາຍຄວາມສຳຄັນຍິ່ງ ເພາະເປີດໂອກາດໃຫ້ພວກເຮົາໄດ້ປະເມີນ ແລະ ປຶກສາຫາລື ກ່ຽວກັບບັນດາຄຳໝັ້ນສັນຍາ ທີ່ຜ່ານມາຕໍ່ກັບການຈັດຕັ້ງປະຕິບັດສົນທິສັນຍາ​ວ່າ​ດ້ວຍ​ສິດທິ​ເດັກ, ການພັດທະນາຂອງຄົນລາວຮຸ່ນປີ 2030, ເປົ້າໝາຍການພັດທະນາແບບຍືນຍົງ 1,2 ແລະ ຄວາມພະຍາຍາມເພື່ອຫລຸດຜ່ອນຄວາມທຸກຍາກຂອງເດັກ ໃນລະຫວ່າງປີ 2021-2022, ສອງຄ່ອງກັບແຜນການຫລຸດຜ່ອນຄວາມທຸກຍາກຂອງເດັກໃນຫລາຍມິຕິ ໃນປີ 2023.

ນອກຈາກນີ້, ໃນກອງປະຊຸມ ພາກສ່ວນທີ່ກ່ຽວຂ້ອງໄດ້ເຫັນດີເປັນເອກະພາບກັນ ໃນການຍົກສູງເດັກນ້ອຍ ແລະ ໄວໜຸ່ມໃຫ້ເປັນບູລິມະສິດແຫ່ງຊາດ ໃນຄວາມພະຍາຍາມແກ້ໄຂຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ແລະ ເຫັນດີໃຫ້ເລັ່ງລັດໃສ່ການຫລຸດຜ່ອນຄວາມທຸກຍາກຂອງເດັກນ້ອຍໃນທົ່ວ 18 ແຂວງ ໃນ ສປປ ລາວ ໂດຍການເພີ່ມການລົງທຶນໃສ່ບັນດາຂົງເຂດສຳຄັນ ເຊັ່ນ: ການສຶກສາ, ການປົກປ້ອງເດັກ, ສຸຂະພາບ, ໂພຊະນາການ, ສຸຂາພິບານ ແລະ ການປົກປ້ອງທາງສັງຄົມ ແລະ ອື່ນໆ. ພ້ອມ​ນີ້,ພາກສ່ວນກ່ຽວຂ້ອງ ຍັງໄດ້ປຶກສາຫາລືກັນຕື່ມອີກ ກ່ຽວກັບ ຄໍາໝັ້ນສັນຍາສະເພາະ ແລະ ແຜນກິດຈະກໍາ ເພື່ອຊ່ວຍແກ້ໄຂບັນຫາທີ່ກ່ຽວຂ້ອງກັບເດັກໃນປີຕໍ່ໄປ ໃນຂະນະທີ່ເດັກນ້ອຍຍັງມີໂອກາດປະກອບ ຄໍາຄິດເຫັນ ແລະ ສະແດງຂໍ້ສະເໜີຂອງເຂົາເຈົ້າ ເພື່ອຮັບປະກັນວ່າແຜນງານເຫລົ່ານີ້ ຈະສະທ້ອນເຖິງຄວາມຕ້ອງການຂອງເຂົາເຈົ້າ ຢ່າງແທ້ຈິງ.

SA Game
ຂປລ.

ໃນໂອກາດນີ້, ທ່ານ ນາງ ເພຍ ແບັນໂລ ບຣິດໂຕ ຜູ້ຕາງໜ້າອົງການ ອຸຍນີເຊບ ປະຈໍາ ສປປ ລາວ ​ໄດ້ກ່າວວ່າ: ປັດຈຸບັນ ພວກເຮົາຕ້ອງຍົກເອົາເດັກເປັນບູລິມະສິດ ໃນແຜນການຟື້ນຟູຈາກການແພ່ລະບາດຂອງພະຍາດ ແລະ ການຮັບຟັງຈາກເດັກນ້ອຍໂດຍກົງ ຈະຊ່ວຍຮັບປະກັນວ່າ ແຜນການຂອງພວກເຮົາຈະຕອບສະໜອງກັບຄວາມຕ້ອງການຂອງພວກເຂົາ, ສະນັ້ນຈຳເປັນຕ້ອງທົບທວນເບິ່ງຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ເບິ່ງໄປຂ້າງໜ້າ ແລະ ຖາມຕົນເອງວ່າ ຈະແກ້ໄຂບັນຫາສຳຄັນ ທີ່ສົ່ງຜົນກະທົບຕໍ່ເດັກນ້ອຍແນວໃດ ໃນສະພາບທີ່ຍັງມີການລະບາດຂອງພະຍາດ ໂຄວິດ-19.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.