ເພື່ອການທ່ອງທ່ຽວພາຍໃນ ນະຄອນຫຼວງພະບາງສ້າງກິດຈະກຳສົ່ງເສີມການທ່ອງທ່ຽວພາຍໃນແຂວງ
ການລະບາດຂອງພະຍາດໂຄວິດ-19 ໄດ້ທຳລາຍບັນຍາກາດການທ່ອງທ່ຽວພາຍໃນແຂວງຫລວງພະບາງໄປຢ່າງໜ້າເຫັນໃຈ, ພາຍຫລັງລະຖະບານໄດ້ປະກາດເປັນເຂດທ່ອງທ່ຽວສີຂຽວ, ຫລາຍໆແຫ່ງທ່ອງທ່ຽວກໍເລີມມີການເໜັ່ງຕີງ, ລ້າສຸດທ້າຍອາທິດຜ່ານມາ, ຄະນະນຳພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຈັດກິດຈະກໍາຖີບລົດທ່ຽວຊົມສະຖານທີ່ທ່ອງທ່ຽວຂອງເມືອງຈອມເພັດ ຊຶ່ງເປັນເມືອງເປົ້າໝາຍຈຸດທ່ອງທ່ຽວສີຂຽວ ທີ່ອົງການປົກຄອງແຂວງໄດ້ກໍານົດເປັນການເປີດການທ່ອງທ່ຽວ ໄລຍະທີ 1.
ເຂົ້າຮ່ວມກິດຈະກໍາດັ່ງກ່າວມີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ, ພ້ອມດ້ວຍການນຳຂອງແຂວງ-ເມືອງຈອມເພັດ, ຜູ້ປະກອບການທຸລະກິດທ່ອງທ່ຽວ ແລະ ສະມາຊິກສະມາຄົມຖີບລົດເຂົ້າຮ່ວມ.
ທ່ານ ບຸນເລື່ອມ ມະນີວົງ ໄດ້ມີຄຳເຫັນກ່າວເປີດງານວ່າ: ໄລຍະຜ່ານມາກໍຄືປັດຈຸບັນ ແຂວງຫຼວງພະບາງ ໄດ້ປະສົບກັບບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ວຽກງານທ່ອງທ່ຽວໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແຕ່ອົງການປົກຄອງແຂວງ ກໍຄືພາກສ່ວນກ່ຽວຂ້ອງຂອງແຂວງໄດ້ສຸມໃສ່ແກ້ໄຂ ດ້ວຍການຫັນແນວທາງຈາກສູນກາງເປັນແຜນການຂອງທ້ອງຖິ່ນ ເພື່ອວາງມາດຄະການຄວບຄຸມ ສະກັດກັ້ນ ແລະ ແກ້ໄຂເປັນແຕ່ລະໄລຍະ.
ແນໃສ່ເຮັດໃຫ້ພາກທຸລະກິດ ການບໍລິການການທ່ອງທ່ຽວ ແລະ ປະຊາຊົນບັນດາເຜົ່າ ໄດ້ດຳລົງຊີວິດໃນສະພາບປົກກະຕິຮູບແບບໃໝ່, ທັງເປັນການຟື້ນຟູເສດຖະກິດ ທີ່ໄດ້ຮັບຜົນກະທົບໃນໄລຍະຜ່ານມາໃຫ້ຄ່ອຍກັບຄືນສູ່ການພັດທະນາດີຂຶ້ນ.
ຂະບວນຖີບລົດຄັ້ງນີ້, ໄດ້ເລີ່ມຈາກຕະຫຼາດຊຸມຊົນບ້ານຊຽງແມນ ໄປຕາມເສັ້ນທາງການທ່ອງທ່ຽວສີຂຽວ ຜ່ານວັດຊຽງແມນ, ວັດຈອມເພັດ, ວັດລ້ອງຄູນ, ວັດຖໍ້າສັກກະລິນ, ວັດຫາດສ້ຽວ, ວັດໜອງສະແກ້ວ ໂດຍມີການທ່ຽວຊົມ ແລະ ຮັບຟັງການບັນຍາຍປະຫວັດຂອງວັດໂດຍຫຍໍ້. ຈາກນັ້ນ, ໄດ້ເດີນທາງໄປບ້ານຈ່ານເໜືອ ເຂົ້າຊົມສູນຫັດຖະກໍາເຄື່ອງປັ້ນດິນເຜົາ ແວ່ຊົມຂົວ (ຂົວອູ່) ຂ້າມນໍ້າຈ່ານ.
ສໍາລັບກິດຈະກໍາຖີບລົດ ຄັ້ງຕໍ່ໄປຈະເລີ່ມຈາກນະຄອນ-ຫຼວງພະບາງ ໄປຫາ ເມືອງປາກອູ ແລະ ເມືອງງອຍ ເພື່ອສ້າງໃຫ້ບັນຍາກາດການທ່ອງທ່ຽວ ຢູ່ແຂວງຫຼວງພະບາງມີຄວາມຄຶກຄື້ນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ປະຊາຊົນ (ຂ່າວ-ພາບ: ຫຼວງພະບາງ)