ເຈົ້າສັດທາຈາກປະເທດໄທຈັດພິທີຖວາຍຜ້າກະຖິນແກ່ພຣະສົງທິ່ວັດສີດອນສັກ
ຄະນະສັດທາຈັງຫວັດຣະຍອງປະເທດໄທ ໄດ້ຈັດພິທີຖວາຍຜ້າກະຖິນ ໃຫ້ແກ່ພຣະສົງທີ່ ສປປ ລາວ
ຊາວບ້ານສາມຫຼ່ຽມຄໍາ(ບ້ານຄວ້ານ) ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ແລະ ຄະນະສັດທາຈາກຈັງຫວັດຣະຍອງ ປະເທດໄທ ໄດ້ຈັດພິທີຖວາຍຜ້າກະຖິນ ໃຫ້ແກ່ພຣະສົງທີ່ຈຳພັນສາ 3 ເດືອນ ທິ່ວັດສີດອນສັກໃນວັນທີ 8 ພະຈິກ 2022 ຜ່ານມານີ້, ເພື່ອເປັນກຳລັງໃຈໃຫ້ແກ່ພຣະສົງ ສົ່ງເສີມພຣະສົງໃຫ້ມີຄວາມຮັກໃນພຣະສາສະໜາ ອຸສາຫະດຳລົງຕົນເຜີຍແຜ່ສາສະໜາຕໍ່ໄປ ແລະ ສືບທອດຮີດຄອງປະເພນີອັນດີງາມຂອງລາວ
ປັດໃຈຍອດບໍລິວານກະຖິນ ຈະນຳໄປສົມທົບທຶນສ້າງພຣະພຸດທະຮູບໃຫຍ່ ໜ້າຕັກ 10 ແມັດ ໂດຍການນຳພາຂອງທ່ານຈ້າວເຫວີຍ ປະທານສະພາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ຖວາຍຕັ້ງຕົ້ນກະຖິນ ສ້າງພຣະເຈົ້າໃຫຍ່ ຈຳນວນ 1.000.000 ບາດ ແລະ ມີພຸດທະສາສະນິກກະຊົນທັງຫຼາຍ ທັງພາຍໃນ ແລະ ຕ່າງປະເທດໄດ້ສົມທົບຖວາຍຈຳນວນຫຼາຍ.
ວັດສີດອນສັກເປັນວັດໃນການອຸປະຖຳຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໂດຍມີຄູບາອິນທະນິນ ພູລິຍາໂນ ພົມສະຫວັນ ແລະ ຊາວບ້ານສາມຫຼ່ຽມຄຳ ເປັນຜູ້ນຳພາສ້າງໃຫ້ງົດງາມເປັນສະຖານທີ່ສັກສິດອີກແຫ່ງໜຶ່ງຂອງເມືອງຕົ້ນເຜີ້ງ ແລະ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.
ທ່ານໃດມີໃຈສັດທາຢາກຮ່ວມສ້າງພຣະເຈົ້າໃຫຍ່ ສາມາດມາຖວາຍປູນ, ຫີນ, ຊາຍ ແລະ ປັດໃຈຢູ່ທີ່ວັດໄດ້ຕາມກຳລັງສັດທາຂອງຕົນ.
ນອກນັ້ນ, ຍັງເພື່ອອຸທິດສ່ວນບຸນກຸສົນໃຫ້ເຈົ້າກຳນາຍເວນ ແລະ ໃຫ້ຕົນເອງ ໃຫ້ມີອາຍຸໝັ້ນຍືນຍາວ ປາສະຈາກໂລກໄພໄຂ້ເຈັບ ປະສົບຜົນສຳເລັດຕາມຄວາມປາຖະໜາ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຫ້ອງການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ.