ສປປ ລາວ ບາງເຂດຍັງພົບການຂາຍນ້ຳມັນໃສ່ຕຸກ ຫລື ຂວດ ຕາມແຄມທາງ
ການຮ່າຍນ້ຳມັນໃສ່ຕຸກ-ໃສ່ຂວດຂາຍຕາມແຄມທາງຍັງຄົງພົບເຫັນກັນຢູ່ບາງເຂດ.
ຈາກສະຖານະການໃນໄລຍະຜ່ານມາ ປ້ຳນ້ຳມັນຫລາຍໆປ້ຳໄດ້ປິດລົງເນື່ອງຈາກລາຄາຂອງນ້ຳມັນທີ່ສູ່ງຂື້ນ ແລະ ການນຳເຂົ້ານ້ຳມັນມາຂາຍພາຍໃນປະເທດໄດ້ມີປະລິມານນ້ອຍລົງເຮັດໃຫ້ນ້ຳມັນຂາດໃນບັນດາຫລາຍໆປ້ຳ ຈົນເຮັດໃຫ້ເກີດການຕໍ່ແຖວລຽນຄິວໃນການທີ່ຈະເຂົ້າໄປຊື້ນ້ຳມັນໃນປ້ຳ, ຈາກຄວາມຫຍຸ້ງຢາກດັ່ງກ່າວເຮັດໃຫ້ປະຊາຊົນບາງສ່ວນໄດ້ກັກຕຸນນ້ຳມັນໄວ້ແລ້ວໄປໃສ່ຕຸກຂາຍຕາມແຄມທາງຈ່ຳນວນຫລາຍ.
ການຮ່າຍນ້ຳມັນໃສ່ຕຸກ-ຂວດໄປຂາຍນັ້ນ ພາກສ່ວນກ່ຽວຂ້ອງແມ່ນໄດ້ມີການປະກາດເຕືອນໄພ ທັງໄດ້ກ່າວເຕືອນບຸກຄົນມາຢ່າງຕໍ່ເນື່ອງ ແຕ່ເຫັນວ່າປະຊາຊົນຍັງລະເລີຍຕໍ່ຄຳເຕືອນເຫຼົ່ານັ້ນ ແລະພະຍາຍາມຫາຊ່ອງທ່ອງໄປຊື້ນ້ຳມັນມາກັກຕຸນ ເພື່ອຂາຍເອົາກຳໄລຈາກຊ່ອງທາງເຫຼົ່ານັ້ນ ໂດຍບໍ່ຄຳນຶງເຖິງຜົນເສຍຫາຍທີ່ຈະຕາມມາ ເປັນຕົ້ນອັກຄີໄພທີ່ອາດຈະເສຍຫາຍກວ່າກຳໄລທີ່ໄດ້ຈາກການຂາຍນ້ຳມັນ.
ວັນທີ 22 ມິຖຸນາ 2022 ນີ້ ທ່ານ ອຸໄລ ສີທອນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໝື່ນ ສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນເມືອງ ໄດ້ພ້ອມກັນລົງກວດກາລາຄານ້ຳມັນ, ການກັກຕຸນນ້ຳມັນ, ກວດກາການຮ່າຍນ້ຳມັນໃສ່ຂວດ, ຂາຍແຄມທາງ ຢູ່ເມືອງໝື່ນແຂວງວຽງຈັນ ການລົງກວດກາໃນເທື່ອນີ້ ຍັງພົບເຫັນ ປະຊາຊົນຈຳນວນໜຶ່ງ ຍັງຮ່າຍນ້ຳມັນຂາຍແຄມທາງ ເຊິ່ງທາງ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໝື່ນ ໄດ້ໃຊ້ມາດຕະການຕ່າງໆ ຄື ກໍລະນີພົບເຫັນຄັ້ງທຳອິດ ແມ່ນໄດ້ສ້າງບົດບັນທຶກ ແລະ ສຶກສາອົບຮົມ, ພົບເຫັນຄັ້ງທີ 2 ແມ່ນຈະໄດ້ມີການອາຍັດນ້ຳມັນທີ່ ຮ່າຍຂາຍດັ່ງກ່າວ ແລະ ຖ້າພົບເຫັນຄັ້ງທີ 3 ແມ່ນຈະໄດ້ອາຍັດນ້ຳມັນ ພ້ອມທັງປັບໃໝຕາມກໍລະນີໜັກຫຼືເບົາ.
ສຳລັບບັນດາປ້ຳມັນ ທີ່ໄດ້ຮັບອະນຸຍາດ ຖືກຕ້ອງຕາມກົດໝາຍຢູ່ເມືອງໝື່ນ ຄາດວ່າ ອາທິດໜ້ານີ້ ນ້ຳມັນຈະເລີ່ມທະຍອຍເຂົ້າມາເພື່ອຕອບສະໜອງໃຫ້ຜູ້ຊົມໃຊ້ພາຍໃນເມືອງໝື່ນ ແລະ ຄະນະກຳມະການຕິດຕາມ, ຄຸ້ມຄອງລາຄານ້ຳມັນ, ລາຄາສິນຄ້າ ຈະໄດ້ເອົາໃຈໃສ່ຕິດຕາມກວດກາຢ່າງໃກ້ຊິດ ໂດຍສະເພາະແມ່ນລາຄາການຂາຍຍ່ອຍນ້ຳມັນ ຢູ່ພາຍໃນເມືອງ ຕ້ອງເປັນໄປຕາມລາຄາທີ່ລັດກຳນົດ ແລະ ເດັດຂາດຫ້າມການຮ່າຍຂາຍຢູ່ແຄມທາງ.
ທັງນີ້ ໃນວັນທີ 15 ມິຖຸນາ 2022 ທີ່ຜ່ານມາເຈົ້າເມືອງເມືອງໝື່ນໄດ້ອອກຂໍ້ຕົກລົງສະບັບເລກທີ 460/ຈມ,ມໝ ວ່າດ້ວຍການ ແຕ່ງຕັ້ງຄະນະກຳມະການຕິດຕາມ, ຄຸ້ມຄອງລາຄານ້ຳມັນ, ລາຄາສິນຄ້າຢ່ພາຍໃນເມືອງໝື່ນ ໂດຍແມ່ນ ທ່ານຄຳຜູ ແກ້ວດວງສີ ຮອງເຈົ້າເມືອງ-ເມືອງໝື່ນ ເປັນຫົວໜ້າ ແລະ ມີບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂັ້ນເມືອງ ເປັນຄະນະ ເຊິ່ງມີສິດ ແລະ ໜ້າທີ່ ເຄື່ອນໄຫວຕິດຕາມ ລາຄານ້ຳມັນ, ການກັກຕູນນ້ຳມັນ ຫຼື້ ຮ່າຍນ້ຳມັນໃສ່ຕຸກ, ໃສ່ແກ້ວຂາຍແຄມທາງ ຫຼື ສະຖານທີ່ຕ່າງໆ; ຕິດຕາມການເໜັງຕີງຂອງລາຄາສິນຄ້າ ພາຍໃນເມືອງ ຖ້າພົບເຫັນການລະເມີດຕ້ອງໄດ້ສຶກສາອົບຮົມໃຫ້ຢຸດເຊົາ ກ້າວໄປເຖິງການປະຕິບັດລະບຽບການ ທີ່ກ່ຽວຂ້ອງ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: laoedaily.com.