ປົ່ນກົບ ເມນູທີ່ກຳລັງຮິດຕິດປາກຂອງສື່ສັງຄົມອອນລາຍໃນລາວ

SA Game

ອາຫານບ້ານເຮົາ. ທົ່ວທຸກແຂວງ

ມາຮູ້ຈັກກັບເມນູປົ່ນກົບ ທີ່ຄົນລາວຫລາຍໆຄົນນິຍົມກັນເຮັດກິນເປັນອາຫານ

ໃນສື່ສັງຄົມອອນລາຍ ທັງຕິກຕັອກ ທັງເຟສບຸກ ກ່ຳລັງໃຊ້ເປັນຄຳຢອກໄຍກັນໄປໃນຫລາກຫລາຍສະຖານະການ, ແລະ ເມນູນີ້ິກໍຖືວ່າເປັນເມນູທີ່ແຊບ ແລະ ຫລາຍໆຄົນລາວມັກເຮັດກິນໃນເມນູອາຫານຊິວິດປະຈຳວັນ ແລະ ເນື່ອງຈາກປົ່ນກົບນີ້ກ່ຳລັງເປັນທີ່ຕິດປາກກັນໃນສື່ອອນລາຍປະຈຸບັນ ຂ້າພະເຈົ້າຈິງຢາກຈະຂໍຍິບຍົກເອົາເມນູປົ່ນກົບນີ້ມາບອກວິທີ່ໃນການເຮັດກິນ.

ທຸກປີເມື່ອເຂົ້າລະດູຝົນ ທົ່ງໄຮ່,ທົ່ງນາ ກໍເຕັມໄປດ້ວຍນໍ້າ ບົ່ງບອກເຖິງວ່າລະດູການເຮັດນາມາເຖິງແລ້ວ ແຕ່ໃນທົ່ງນານັ້ນ ນອກຈາກຈະເຕັມໄປດ້ວຍຕົ້ນເຂົ້າຂຽວງາມແລ້ວ ຍັງເຕັມໄປດ້ວຍປູປານານໍ້າ ເຊິ່ງສາມາດນຳມາປະກອບອາຫານໃຫ້ອີ່ມທ້ອງໄດ້ເຊັ່ນດຽວກັນ ດັ່ງເຊັ່ນກົບທີ່ສາມາດນຳມາປະກອບອາຫານໄດ້ຫຼາຍຢ່າງ ຕົວຢ່າງຄື ແຈ່ວກົບ, ປົ່ນກົບເປັນຕົ້ນ ແລະ ມື້ນີ້ຈະມາແນະນຳກັບວິທີການເຮັດປົ່ນກົບ
SA Game
ອາຫານບ້ານເຮົາ. ທົ່ວທຸກແຂວງ
ສ່ວນປະກອບ
– ກົບ 2 ໂຕ (ອາດຈະເຜົາໄຟກ່ອນກໍ່ໄດ້)
– ໝາກເຂືອ 3-5 ໝາກ
– ຫອມບົ່ວແດງ 3-5 ຫົວ
– ໝາກເຜັດດິບ 5 ໝາກ
– ໃບຂີງ 7-10 ໃບ
– ໃບຂີ້ຫູດ 3 ໃບ
– ຫົວສີໄຄ 2 ຫົວ
– ປາແດກ
SA Game
ອາຫານບ້ານເຮົາ. ທົ່ວທຸກແຂວງ
ວິທີປຸງແຕ່ງ
1. ຕົ້ມນໍ້າ ແລ້ວນຳປາແດກລົງໃສ່
2. ນຳກົບມາຄົວ ແລະ ລ້າງໃຫ້ສະອາດ
3. ຫຼັງຈາກໝໍ່ຟົດແລ້ວໃຫ້ໃສ່ຫົວສີໄຄ, ໃບຂີ້ຫູດ ພ້ອມນໍ້າປາແດກເພື່ອດັບກິ່ນຄາວ ລໍຖ້າປະມານ 2 ນາທີ
4. ແລ້ວໃສ່ ກົບພ້ອມ ໝາກເຂືອ ຕົ້ມປະມານ15 ນາທີ, ຕົ້ມສຸກແລ້ວໃຫ້ຕັກອອກ ປ່ອຍໄວ້ໃຫ້ເຢັນ
5. ຈີ່ກະທຽມ, ຫົວຜັກບົ່ວ ແລະ ໝາກເຜັດຈົນສຸກ ຫຼື ຈົນເປືອກໄໝ້ກາຍເປັນສີດຳ
6. ເອົາເປືອກດຳ ທີ່ໄຫ້ມອອກໃຫ້ໝົດ ແລ້ວໃສ່ລົງໃນຄົກ ຕຳທຸກຢ່າງໃຫ້ເຂົ້າກັນ
7. ນຳກົບທີ່ຕົ້ມໄວ້ແລ້ວນັ້ນ ພ້ອມກັບໝາກເຄືອ ໃສ່ລົງໃນຄົກທີ່ຕຳກະທຽມ ແລ້ວຕຳທຸກຢ່າງໃຫ້ເຂົ້າກັນອີກເທື່ອໜຶ່ງ, ຫຼັງຈາກນັ້ນກໍໃສ່ນໍ້າຕົ້ມປາລົງໄປໃນຄົກ (ພ້ອມເກືອ ຫຼື ນໍ້າປາ ຖ້າຕ້ອງການ)
8. ຊອຍໃບຂີງໃສ່, ປຸງລົດຊາດຕາມໃຈມັກ ແລ້ວຕັກໃສ່ຖ້ວຍພ້ອມຮັບປະທານ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: phakhaolao.la