ຮອງນາຍົກລັດຖະມົນຕີຢ້ຽມຢາມແຫຼ່ງທ່ອງທ່ຽວຢູ່ແຂວງຄຳມ່ວນ
ຮອງນາຍົກພ້ອມຄອບຄົວຢ້ຽມຊົມແຫຼ່ງທ່ອງທ່ຽວຢູ່ແຂວງຄຳມ່ວນ.
ຄຳມ່ວນເປັນແຂວງໜຶ່ງທີ່ມີຫລາຍທ່ອງທ່ຽວທີ່ສວຍງາມຫລາຍ, ໃນວັນທີ 22-23 ມັງກອນ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະ ໄດ້ເຄື່ອນໄຫວທ່ຽວຊົມສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳ ຢູ່ພາຍໃນແຂວງຄຳມ່ວນ ໂດຍມີການນຳຂອງຂອງແຂວງ, ເມືອງ ແລະ ບັນດາພະແນກການ ຮ່ວມຕິດຕາມ ແລະ ຕ້ອນຮັບ.
ໂດຍ ທ່ານຮອງນາຍົກລັດຖະມົນຕີ ໄດ້ເດີນທາງໄປຢ້ຽມຊົນແຫລ່ງທ່ອງທ່ຽວທາງທຳມະຊາດ ພູຜາມ່ານ ຕັ້ງຢູ່ເມືອງຄູນຄຳ ເຊິ່ງໄດ້ຮັບການພັດທະນາໂດຍບໍລິສັດ ກຣີນ ດິສໂຄເວີຣີ ລາວ ເຊິ່ງໄດ້ຮັບການອະນຸມັດ ສຶກສາຄວາມເປັນໄປໄດ້ ນັບແຕ່ປີ 2018 ເປັນຕົ້ນມາ ຮອດປະຈຸບັນໄດ້ຮັບການພັດທະນາກາຍເປັນສະຖານທີ່ ແວ່ພັກເຊົາ-ຜັກຜ່ອນ ພ້ອມທັງສິ່ງອຳນວຍຄວາມສະດວກສາທາລະນະເຊັ່ນ:
ສະຖານທີ່ຈອດລົດ, ຫ້ອງນໍ້າ, ຈຸດນັ່ງພັກຜ່ອນ, ຈຸດຊົມວິວທິວທັດທຳມະຊາດ, ຈຸດຖ່າຍຮູບ, ຫ້ອງຂໍ້ມູນຂ່າວສານ ແລະ ການບໍລິການອາຫານ-ເຄື່ອງດື່ມ.
ນອກນັ້ນ, ກໍ່ຍັງມີກິດຈະກຳການທ່ອງທ່ຽວແບບພະຈົນໄພເປັນຕົ້ນແມ່ນ: ຂີ່ສາຍສະລິງ, ໄຕ່ຂົວອູ່, ໄຕ່ຂົວເຊືອກໄຍແມງມຸງ ແລະ ກິດຈະກຳອື່ນໆ. ນອກນີ້ຄະນະຂອງທ່ານຮອງນາຍົກກໍ່ໄດ້ໄປກາບໄຫວ້ສັກກາລະບູຊາ ວັດພຣະທາດສີໂຄດຕະບອງ ເມືອງທ່າແຂກ ກາບໄຫວ້ພຣະທາດໃຫຍ່, ອົງພຣະທາດສີໂຄດຕະບອງ ແລະ ຮູບຫຼໍ່ຂອງພຣະເຈົ້າສີໂຄດ ເຊິ່ງແມ່ນມິ່ງບ້ານຂວັນເມືອງຂອງປວງຊົນລາວທັງຊາດ ສະເພາະກໍ່ຄືຊາວແຂວງຄຳມ່ວນ ພ້ອມທັງມອບເງິນເພື່ອປະກອບສ່ວນເຂົ້າໃນການບູລະນະພຣະທາດ ຈຳນວນ 5 ລ້ານກີບ.
ຈາກນັ້ນກໍ່ໄດ້ສືບຕໍ່ເດີນທາງ ໄປກາບໄຫວ້ສັກກາລະບູຊາ ພຣະທາດຕູມຜາວັງ ບ້ານນາວາງໃຫຍ່ ເມືອງໜອງບົກ ພ້ອມທັງໄດ້ມອບເງິນ ຈຳນວນ 5 ລ້ານກີບ ເພື່ອບູລະນະປະຕິສັງຂອນພຣະທາດ ແລະ ມອບເງິນອີກ 10 ລ້ານກີບ ເພື່ອພັດທະນາບ້ານ ທັງຖື ໂອກາດດັ່ງກ່າວໂອ້ລົມຕໍ່ພໍ່ແມ່ປະຊາຊົນ ໂດຍໄດ້ຍົກໃຫ້ເຫັນເຖິງພື້ນຖານໂຄງລ່າງໃນການ ພັດທະນາຊາດ, ສະພາບເສດ ຖະກິດໃນປະຈຸບັນ. ຜົນສຳເລັດກອງປະຊຸມໃຫຍ່ຂອງສູນກາງ ຄັ້ງທີ XI ພ້ອມທັງໄດ້ແນະນຳ ມາຍັງອຳນາດ ການປົກຄອງເມືອງ-ບ້ານ ເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ການຜັນຂະຫຍາຍແນວທາງ ນະໂຍບາຍຂອງພັກໃນການພັດທະນາລົງສູ່ຮາກຖານ-ທ້ອງຖິ່ນໃຫ້ທົ່ວເຖິງ.
ສືບຕໍ່ປະຕິບັດການພັດທະນາເສດຖະກິດ-ສັງຄົມບ້ານ, ສົ່ງເສີມສິນຄ້າກະສິກຳຕາມທ່າແຮງ, ຍົກສູງຄຸນນະພາບການ ຜະລິດຕິດພັນກັບການພັດທະນາພື້ນຖານ ຊີວິດການເປັນຢູ່ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ຄຽງຄູ່ກັນນັ້ນກໍ່ຕ້ອງ ໄດ້ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຄວາມປອດໄພໃນທົ່ວສັງຄົມ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ໃນສັງຄົມໃຫ້ໝົດໄປ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ ໂດຍ: allinlaos.com