​ຮູ້​ແລ​້ວ​ບໍ່? ຊື່​ຕະ​ຫລາດ​ດາ​ລາ ແມ່ນ​ມາ​ຈາກ​ພະ​ນາມ​ຂອງ​ເຈົ້າ​ຍິງ

SA Game

ອີນ​ໄຊ​ລາວ

ມາຮູ້ຈັກ “ດາຣາ” ຫລື ຕະ​​ຫລາດ​ດາ​ຣາ ຊື່ເອີ້ນ ຫຼື ພະນາມເຈົ້າຍິງແຫ່ງຫຼວງພະບາງ.

ທ່ານ​ຮູ້​ແລ້ວ​ບໍ່​ວ່າຕະຫລາດເຊົ້າຫລວງພຣະບາງ ຫລື ຕະຫລາດດາຣາ ແມ່ນໄດ້ນາມຂອງເຈົ້າຍິງດາຣາ ເຊິ່ງເພິ່ນເປັນລູກສາວຂອງເຈົ້າມະຫາຊີວິດສີຼສະຫວ່າງວັດທະນາ ກັບເຈົ້າມະເຫສີຄຳຜຸຍ.

ຕະຫລາດດາຣາ ຫລືຕະຫລາດເຊົ້າແຫ່ງນີ້ ເມື່ອກ່ອນນັ້ນ ດິນໃນບໍລິເວນແຫ່ງນີ້ ເປັນດິນຂອງສະເດັດອົງມຸງກຸດ ວົງສະຫວ່າງ ແລະດິນຂອງວັດຮ່າຢອງ ( ຂາມຢ່ອງ ) ຊື່ວັດດັ່ງກ່າວ ເປັນຊື່ວັດຂອງຄົນທີສ້າງວັດແຫ່ງນີ້ ເຊິ່ງເປັນຄົນຫໍ້ ມາສ້າງຖວາຍຂຶ້ນ ດັ່ງນັ້ນຈຶ່ງໃສ່ຊື່ວັດແຫ່ງນີ້ວ່າວັດຮ່າຢອງ ແລ້ວພ້ຽນເປັນຂາມຢ່ອງ.

ຕົກມາຮອດປະມານປີ ຄສ 1959-1960 ຈຶ່ງໄດ້ເກີດເປັນຕະຫລາດເຊົ້ານີ້ຂຶ້ນແລ້ວໃຊ້ຊື່ວ່າຕະຫລາດດາຣາ, ເພາະເປັນກຽດໃຫ້ເຈົ້າຍິງດາຣາ ລູກສາວຜູ້ທີສອງ ຂອງເຈົ້າມະຫາຊີວິດສີສະຫວ່າງວັດທະນາ, ເຈົ້າມະຫາຊີວິດສີຼສີະຫວ່າງວັດທະນາ ມີຣາຊໂອຣົສແລະຣາຊທິດາ ທັງຫມົດກັບເຈົ້າມະເຫສີຄຳຜຸຍ ທັງຫມົດ 5 ພຣະອົງຄື : 1. ເຈົ້າຊາຍວົງສະຫວ່າງ, 2. ເຈົ້າຍິງສະຫວີວັນ, 3. ເຈົ້າຍິງດາຣາ, 4. ເຈົ້າຊາຍສີສະຫວ່າງ, 5. ເຈົ້າຊາຍສຸຣິຍະວົງ.

SA Game
ອີນ​ໄຊ​ລາວ

ຕະຫລາດດາຣາແຫ່ງນີ້ແມ່ນເປີດມີການຊື່-ຂາຍ ຈົນມາຮອດປະມານປີ ຄສ 1989-1990 ຕະຫລາດແຫ່ງນີ້ຊຸດໂຊມຫລາຍ ຈຶ່ງຈະມີໂຄງການບູຣະນະຄືນ ຈຶ່ງໄດ້ຍ້າຍຕະຫລາດດາຣາແຫ່ງນີ້ ໄປຂາຍຊົ່ວຄາວ ທີລານເດິ່ນຫນ້າວັດພຣະບາດໃຕ້ ໄດ້ປະມານ 3-4 ປີ ( 1989-1992) ແຕ່ຜູ້ຂ້າບໍ່ຈື່ປີວ່າປີໃດແນ່ນອນແທ້ , ການຊື້-ຂາຍຢູ່ຕະຫລາດລານເດິ່ນຫນ້າວັດພຣະບາດໃຕ້ ແຫ່ງນີ້ຄັບແຄບຫລາຍ ເພິ່ນຈຶ່ງຍ້າຍໄປຕັ້ງຢູ່ ຕະຫລາດນາວຽງຄຳ.

ເຊິ່ງປັດຈຸບັນນີ້ແມ່ນລານເດິ່ນຮູບປັ້ນເຈົ້າສຸພານຸວົງ ໄດ້ຫລາຍປີເຕີບ ປະມານ 3-5 ປີ ຈາກນັ້ນຕະຫລາດດັ່ງກ່າວກໍ່ຍັງຄັບແຄບ ເພິ່ນກໍ່ຫຍຸບຕະຫລາດນາງວຽງຄຳດ່ັ່ງກ່າວ ແລ້ວໃຫ້ຍ້າຍໄປ 2 ຕະຫລາດ ຄື :

ທີ່ຕະຫລາດດາຣາ ແລະຕະຫລາດໂພສີ ( ສ່ວນປີ ບໍ່ແນ່ໃຈວ່າປີໃດ ) ຈົນມາຮອດທຸກມື້ນີ້.

( ຕະຫລາດນາວຽງຄຳຍຸບແລ້ວ ກໍ່ເປັນສາເຫດຂອງການເກີດຂຶ້ນຂອງຕະຫລາດໂພສີ ແລະເປັນຍຸກໃຫມ່ຂອງຕະຫລາດດາຣາ ) ເຊິ່ງຂໍ້ມູນດັ່ງກ່າວ ປີທີກ່າວເຖິງອາດຈະຜິດພາດ ເພາະເມື່ອກ່ອນຜູູ້ຂ້າບໍ່ໄດ້ຈົດປີໄວ້ ອາໄສຈື່ຈຳຊື່ໆ ທ່ານໃດ ຜູ້ທີຮູ້ກະຣຸນາຊ່ອຍບອກກ່າວ ເພື່ອຈະເຮັດບົດຄວາມນີ້ສົມບູນຍຶ່ງໆຂຶ້ນ.

ຂອບໃຈຜູ້ຮີບໂຮມໂດຍເພຈ : ນະຄອນຫລວງພຣະບາງ Luangprabang City

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: BORKKHAO.