​ມາ​ເບິ່ງເສົາ​ຫີນ​ເກົ່າ​ແກ່ ແລະ ສຳ​ຄັນ​ຂອງວັດ​ອິນ​ແປງ ມະ​ຫາ​ວິ​ຫາ​ຣ

ມາ​ຮູ້​ຈັກ​ກັບ​ເສົາ​ຫີນ​ອັນ​ເກົ່າ​ແກ່ ແລະ ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ຂອງວັດ​ອິນ​ແປງ ມະ​ຫາ​ວິ​ຫາ​ຣ.

ຫາກ​ໃຜ​ທີ່​ມາ​ວຽງ​ຈັນ​ແລ້ວ​ຍັງ​ບໍ່​ຮູ້​ຈັກ​ວັດ​ອິນ​ແປງ​ກໍ່​ຖື​ວ່າ​ຍັງ​ຄົງ​ບໍ່​ໄດ້​ຄຸກ​ຄີ​ກັບ​ວັດ​ທະ​ນະ​ທຳ​ຮີດ​ຄອງ​ປະ​ເພ​ນີ​ວັດ​ວາ​ອາ​ຮາມ​ຂອງ​ນະ​ຄອນ​ຫລວງວຽງ​ຈັນ​ເທືອ, ວັດ​ອິນ​ແປງ​ຖື​ວ່າ​ເປັນ​ວັດ​ສຳ​ຄັນ​ແຫ່ງ​ໜຶ່ງ​ຂອງ​ນະ​ຄອນ​ຫລວງວຽງ​ຈັນ ແລະ ເປັນ​ວັດ​ທີ່​ເກົ່າ​ແກ່ ມີ​ພ​ຣະ​ພຸດ​ທະ​ຮູບ​ທີ່​ມີ​ຄວາມ​ເປັນ​ເອ​ກະ​ລັກ ແລະ ສວຍ​ສົດ​ງົດ​ງາມ ພ້ອມ​ກັບ​ຄວາມ​ສັກ​ສິດທີ​ປະ​ຊາ​ຊົນ​ຊາວ​ນະ​ຄອນ​ຫລວງວຽງ​ຈັນ​ໄປ​ມາ​ຕ້ອງ​ໄດ້​ກາບ​ໄຫວ້.

ເສົາຫີນ ທີ່ເກົ່າແກ່ແລະສຳຄັນຂອງວັດອິນແປງ ມະຫາວິຫາຣ ນະຄອນຫລວງວຽງຈັນເປັນເສົາຫິນແກະສະຫລັກພຣະພຸທທະເຈົ້າ 28 ອົງ ໃນຍຸກສະໄໝກ່ອນລ້ານຊ້າງ , ກ່ອນຈະຮອດພຣະພຸທທະເຈົ້າໂຄດົມ ໃນຍຸກປັດຈຸບັນນີ້ ກໍ່ໄດ້ມີປາກົດມີພຣພຸທທະເຈົ້າມາກ່ອນ 27 ອົງກ່ອນຫນ້ານີ້ ແລະກ່ອນຫນ້າ 27 ອົງກໍ່ມີຈຳນວນຫລວງຫລາຍຈົນນັບບໍ່ຖ້ວນ ເພິ່ນວ່າຫລາຍກວ່າເມັດຊາຍໃນມະຫາສະມຸດທັງອີກ.
SA Game
Art and Culture of Laos

ແຕ່ໃນທີ່ນີ້ຈະມານັບແຕ່ 28 ອົງ ເຊິ່ງປະກອບດ້ວຍພຣະນາມດັ່ງນີ້ :

01. ພຣະພຸທທະເຈົ້າຕັນຫັງກອນ ( ຕັນຫັງກະໂຣ )​
02. ພຣະພຸທທະເຈົ້າເມທັງກອນ ( ເມທັງກະໂຣ )​
03. ພຣະພຸທທະເຈົ້າສະຣະນັງກອນ ( ສະຣະນັງກະໂຣ )
04. ພຣະພຸທທະເຈົ້າທີປັງກອນ ( ທີປັງກະໂຣ )
05. ພຣະພຸທທະເຈົ້າໂກນດັນຍະ ( ໂກດັນໂຍ )
06. ພຣະພຸທທະເຈົ້າມັງຄະຣະ​ ( ມັງຄະໂຣ )
07. ພຣະພຸທທະເຈົ້າສຸມະນະ ( ສຸມະໂນ )
08. ພຣະພຸທທະເຈົ້າເຣວະຕະ ( ເຣວະໂຕ )
09. ພຣະພຸທທະເຈົ້າໂສພິຕະ ( ໂສພິໂຕ )
10. ພຣະພຸທທະເຈົ້າອະໂນມະທັສສີ
11. ພຣະພຸທທະເຈົ້າປະທຸມະ (ປະທຸໂມ)
12. ພຣະພຸທທະເຈົ້ານາຣະທະ (ນາຣະໂທ)
13. ພຣະພຸທທະເຈົ້າປະທຸມຸຕຕະຣະ (ປະທຸມຸຕຕະໂຣ)
14. ພຣະພຸທທະເຈົ້າສຸເມທະ (ສຸເມໂທ)
15. ພຣະພຸທທະເຈົ້າສຸຊາຕະ (ສຸຊາໂຕ)
16. ພຣະພຸທທະເຈົ້າປິຍະທັສສີ
17. ພຣະພຸທທະເຈົ້າອັຖຖະທັສສີ
18. ພຣະພຸທທະເຈົ້າທັມມະທັສສີ
19. ພຣະພຸທທະເຈົ້າສິດທັດຖະ (ສິດທັດໂຖ)
20. ພຣະພຸທທະເຈົ້າຕິສສະ (ຕິສໂສ)
21. ພຣະພຸທທະເຈົ້າປຸສສະ (ປຸສໂສ)
22. ພຣະພຸທທະເຈົ້າວິປັສສີ
23. ພຣະພຸທທະເຈົ້າສິຂີ
24. ພຣະພຸທທະເຈົ້າເວສສະພູ
25. ພຣະພຸທທະເຈົ້າກະກຸສັນທະ (ກະກຸສັນໂທ)
26. ພຣະພຸທທະເຈົ້າໂກນາຄະມະນະ (ໂກນາຄະມະໂນ)
27. ພຣະພຸທທະເຈົ້າກັສສະປະ (ກັສສະໂປ)
28. ພຣະພຸທທະເຈົ້າໂຄຕະມະ ຫລື ໂຄດົມ ຫລື ໂຄຕະໂມ (ອົງປັດຈຸບັນນີ້ເອງ).
SA Game
Art and Culture of Laos

ຫາກຈະແບ່ງຕາມກັບ ໂດຍການນັບອະສົງໄຂກັບ ຈະນັບອະສົງໄຂທຳອິດໂດຍເຣິ່ມນັບຈາກໄລຍະເວລາທີ່ ອະດິດຊາດຂອງພຣະສັມມາສັມພຸທທະເຈົ້າໂຄຕະມະ ເຣິ່ມສ້າງບາຣະມີ ໂດຍການອະທິຖານປາຖະໜາໃນໃຈວ່າຈະເປັນພຣະສັມມາສັມພຸທທະເຈົ້າເປັນຄັ້ງທຳອິດ ນັບແຕ່ອະດິດຮອດທຸກມື້ນີ້ ຜູ້ມີໃຈສັດທາທີ່ແຮງກ້າ ມັກຈະສ້າງພຣະພຸທທະຮູບ 28 ອົງຖວາຍວັດ ໂດຍແກະສະລັກ ຈາກຫີນ ໄມ້ ຫລືຫລໍ່ດ້ວຍທອງສຳຣິດ ນອກນັ້ນຍັງແຕ້ມໄວ້ພື້ນຫລັງຂອງພຣະປະທານຕາມວັດຕ່າງໆ ເຮັດຜ້າພິມເປັນທຸງ … ເພື່ອຖວາຍເປັນພຸທທະບູຊາ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Art and Culture of Laos