ໄດ້​ຂໍ້​ສະ​ຫລຸ​ບກໍານົດມື້ຈັດງານບຸນຊ້າງໄຊຍະບູລີ​ທີ່​ຈະ​ມີ​ຂື້ນໃນປີໜ້າ

SA Game

ພາບ: ຄົນ​ມັກ​ທ່ຽວ

ໄຊຍະບູລີ ກໍານົດມື້ຈັດງານບຸນຊ້າງ ໃນເດືອນກຸມພາປີໜ້າ.

ຕາມຮີດ​ຄອງ​ປະ​ເພ​ນີ​ຂອງຂອງ​ຊາວ​ເມືອງ​ໄຊ​ຍະ​ບູ​ລີ​ກໍ​ຄື​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາດ​ລາວ​ເຮົາ ແລະ ຈະ​ຈັດ​ຂື້ນ​ທຸກໆ​ປີ​ໃນ​ຊວງ​ຕົ້ນ​ປີ ທັງ​ນີ້​ທັງ​ນັ້ນ​ກໍ​ເພື່ອ​ຍັງ​ໃຫ້​ມີ​ການ​ຈັດ​ງານ​ປະ​ເພ​ນີ​ຕໍ່​ໄປ​ອີກ​ທັງເພື່ອເປັນການປະຕິບັດຕາມມາດຕະການຂອງໜ່ວຍສະເພາະກິດແຫ່ງຊາດ ໃນການຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19.

ດັ່ງນັ້ນແຂວງໄຊຍະບູລີ ຈຶ່ງໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການກະກຽມຈັດງານບຸນຊ້າງ ປະຈໍາປີ 2021 ຂຶ້ນໃນວັນທີ 25 ທັນວາ, ທີ່ຫ້ອງປະຊຸມ ແນວລາວສ້າງຊາດ ແຂວງໃນການຈະຈັດງານບຸນຊ້າງປະຈໍາປີ 2021 ຂຶ້ນຕາມຮີດຄອງປະເພນີ ໂດຍຈະໄດ້ຈໍາກັດແຂກຄົນເພື່ອເຂົ້າຮ່ວມງານບຸນດັ່ງກ່າວ ໂດຍການເປັນປະທານຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າ ພະແນກການ, ກົມກອງ ແລະ ພະນັກງານວິຊາການຈາກຫ້ອງວ່າການແຂວງເຂົ້າຮ່ວມ.

SA Game
ພາບ: ຄົນ​ມັກ​ທ່ຽວ

ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ປຶກສາຫາລືກັນເພື່ອຫ້າງຫາກະກຽມໃນການຈັດງານບຸນຊ້າງປະຈໍາປີໂດຍໄດ້ຕົກລົງຈັດງານບຸນຊ້າງເປັນເວລາ 1 ວັນຄື:

ວັນທີ 13 ກຸມພາ 2021 ເປັນມື້ຈັດງານບຸນ, ໃນງານຈະມີການທໍາບຸນຕັກບາດເພື່ອອຸທິດບຸນກຸສົນໄປໃຫ້ຊ້າງທີ່ລ່ວງລັບໄປແລ້ວ, ຈາກນັ້ນຈະໄດ້ມີການແຫ່ຊ້າງ 21 ໂຕອ້ອມເມືອງເຂົ້າສູ່ສະໜາມຫຼວງຂອງແຂວງ, ມີການບາສີສູ່ຂວັນໃຫ້ຊ້າງ ແລະ ນໍາຊ້າງກິນອາຫານບຸບເຟຖືວ່າຈົບພິທີ.

SA Game
ພາບ: ຄົນ​ມັກ​ທ່ຽວ

ນອກນີ້, ຍັງຈະມີການວາງສະແດງສິນຄ້າທີ່ເປັນຜະລິດຕະພັນຂອງທ້ອງຖິ່ນພາຍໃນແຂວງຈໍານວນໜຶ່ງເພື່ອວາງສະແດງໃນງານບຸນຊ້າງປີນີ້, ທ່ານ ຮອງເຈົ້າແຂວງ ໄດ້ກ່າວວ່າ:

ການຈັດງານບຸນຊ້າງປີ2021 ນີ້ ແມ່ນຈະໄດ້ເຮັດນ້ອຍຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ ໂດຍໄດ້ກໍານົດເອົາວັນທີ 13 ກຸມພາ 2021 ເປັນມື້ຈັດງານບຸນ, ກໍານົດ 1 ວັນ ໂດຍໄດ້ກໍານົດຈໍານວນພົນເພື່ອເຂົ້າຮ່ວມ, ທັງໝົດນີ້ແມ່ນການປຶກສາຫາລື ແລະ ກໍານົດການຈັດງານບຸນຂັ້ນຕົ້ນ,

SA Game
ພາບ​: laoedaily.com.

ສ່ວນວ່າຈະໄດ້ຈັດງານບຸນດັ່ງກ່າວ ຫຼື ບໍ່ນັ້ນແມ່ນຂັ້ນເທິງຈະເປັນຜູ້ຕັດສິນວ່າຈະອະນຸຍາດໃຫ້ຈັດ ຫຼື ບໍ່ ແລະ ຈະໄດ້ມີການຖະແຫຼງຂ່າວໃຫ້ສັງຄົມໄດ້ຮັບຮູ້ຕາມທີ່ຫຼັງ ແລະ ດ້ານໜຶ່ງກໍ່ເພື່ອເປັນການຕ້ານ ແລະ ສະກັດກັ້ນບໍ່ໃຫ້ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ມາຍັງແຂວງ ໄຊຍະບູລີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນ: Lao Youth Radio