ແຫຼ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍໝາກມື

SA Game

ພາບ​:  Muanglong Tourism

ນໍ້າຕົກຕາດຫ້ວຍໝາກມືແຫຼ່ງທ່ອງທ່ຽວທໍາມະຊາດເມືອງລອງແຂວງ​ຫລວງ​ນ້ຳ​ທາ.

ແຫຼ່ງທ່ອງທ່ຽວທຳມະຊາດນໍ້າຕົກຕາດຫ້ວຍໝາກມື ໄດ້ຮັບການສໍາຫຼວດຈາກພາກສ່ວນລັດ ຈໍານວນ 3 ຄັ້ງຄື: ປີ 2014,  2016 ແລະ ຄັ້ງທີ່ 3  2017, ພາຍຫຼັງທີ່ໄດ້ຮັບການສໍາຫຼວດ ຈັບຈຸດພິກັດ (GPS) ພ້ອມທັງກໍານົດຂອບເຂດ ແຫຼ່ງທ່ອງທ່ຽວ ເປັນຕົ້ນມາ ທາງອົງການປົກຄອງເມືອງ ນັ້ນກໍ່ຄືຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

ຈີ່ງໄດ້ກໍານົດເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ນັ້ນກໍ່ຄືແຜນພັດທະນາການທ່ອງທ່ຽວ ພ້ອມທັງໄດ້ຈັດໃຫ້ເປັນບູລິມະສິດ ໃນການສ້າງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວແຫ່ງທີ່ 2 ຂອງເມືອງຖັດຈາກແຫຼ່ງທ່ອງທ່ຽວທໍາມະຊາດພູຜາຄໍາ; ເປັນຫຍັງຈື່ງເອີ້ນວ່ານໍ້າຕົກຕາດຫ້ວຍໝາກມື?

ກໍ່ຍ້ອນວ່າ ໃນເມື່ອກ່ອນບໍລິເວນຫ້ວຍແຫ່ງນີ້ມີຕົ້ນໝາກມືຫຼາຍທີ່ສຸດຢູ່ລຽບຕາມຫ້ວຍ ປະຊາຊົນໃນເມື່ອກ່ອນເລີຍພາກັນເອີ້ນວ່າ ຫ້ວຍໝາກມື ເຊີ່ງນໍ້າຕົກຕາດແຫ່ງນີ້ແມ່ນເອີ້ນຕາມສາຍນໍ້າຫ້ວຍຄື: ນໍ້າຕົກຕາດຫ້ວຍໝາກມື ມາຈົນເຖີ່ງເທົ່າທຸກວັນນີ້.

SA Game
ພາບ​:  Muanglong Tourism

ນໍ້າຕົກຕາດຫ້ວຍໝາກມື ຕັ້ງຢູ່ບ້ານຈ່າຄໍາປິງ ທິດເໜືອ ແລະ ທິດຕາເວັນອອກຕິດກັບ ຂອບເຂດທໍາການຜະລິດຂອງ ບ້ານສີວິໄລ, ທິດຕາເວັນຕົກ ແລະ ທິດໃຕ້ ຕິດກັບຂອບເຂດທໍາການຜະລິດບ້ານຈ່າຄໍາປິງ ແລະ ປ່າສະຫງວນຂອງບ້ານ ຫ່າງຈາກເທດສະບານເມືອງລອງ 8 ກິໂລແມັດ

SA Game
ພາບ​:  Muanglong Tourism

ແລະ ຫ່າງຈາກທາງຫຼວງເລກທີ 17B ໄປຫາຕາດໃຫຍ່ 2.09 ກິໂລແມັດ ສາມາດເດີນທາງດ້ວຍລົດໃຫຍ່, ລົດຈັກ ແລະ ດ້ວຍການຍ່າງ ແຫຼ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດຫ້ວຍໝາກມືເປັນແຫ່ງທ່ອງທ່ຽວທີ່ຄວາມສວຍງາມທີ່ສຸດແຫ່ງໜຶ່ງຂອງເມືອງລອງ ແລະ ມີນໍ້າຕົກຕາດນ້ອຍໃຫຍ່ຢູ່ສາຍນໍ້າດຽວກັນຈໍານວນ 6 ຕາດ ຕາດທີ 1 ມີຄວາມສູງ 15 ແມັດ, ຕາດທີ 2 ມີ 2 ຊັ້ນ: ຊັ້ນທີ່ 1 ສູງ 6 ແມັດ, ຊັ້ນທີ່ 2 ສູງ 13 ແມັດ, ຕາດທີ່ 3 ສູງ 5 ແມັດ, ຕາດທີ່ 4 ມີ 2 ຊັ້ນ: ຊັ້ນທີ 1 ສູງ 8 ແມັດ, ຊັ້ນທີ່ 2 ສູງ 6 ແມັດ, ຕາດທີ່ 5 ສູງ 15 ແມັດ ແລະ ຕາດທີ່ 6 ສູງ 37,60 ແມັດ;

SA Game
ພາບ​:  Muanglong Tourism

ຕາດຫ້ວຍໝາກມືເປັນຕາດເໝາະສົມທີ່ສຸດທີ່ຈະສ້າງໃຫ້ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດເຊັ່ນ: ທ່ອງທ່ຽວອະນຸລັກຍ່າງປ່າ ແລະ ສຶກສາວັດທະນະທໍາເຜົ່າອາຄາ ແລະ ເຜົ່າລື້ ເຊີ່ງບໍລິເວນໃກ້ຄຽງມີປະຊາຊົນອາໃສ່ຢູ່ ຈໍານວນ 2 ບ້ານຄື: ບ້ານຈ່າຄຳປິງ (ເຜົ່າອາຄາ) ແລະ ບ້ານສີວິໄລ (ເຜົ່າລື້) ທີ່ຍັງຄົງຮັກສາໄດ້ວັດທະນະທໍາ, ຮີດຄອງປະເພນີອັນດີງາມທີ່ເປັນເອກກະລັກ ສະເພາະຂອງຕົນໄດ້ເປັນຢ່າງດີ

ທ່າແຮງ
– ທາງດ້ານເສດຖະກິດ: ແຫຼ່ງທ່ອງທ່ຽວທໍາມະຊາດຕາດຫ້ວຍໝາກມືຖ້າຫາກເປີດບໍລິການຢ່າງເປັນທາງການຈະສາມາດຮອງຮັບແຂກທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາເມືອງລອງ ໄດ້ເປັນຢ່າງດີ, ຈະກາຍເປັນສ່ວນໜຶ່ງໃນການສ້າງລາຍຮັບທັງທາງກົງ ແລະ ທາງອ້ອມໃຫ້ແກ່ຊາວເມືອງລອງ ເນື່ອງຈາກວ່າແຫຼ່ງທ່ອງທ່ຽວແຫ່ງນີ້ມີຄວາມ ເໝາະສົມທີ່ສຸດໃນການພັດທະນາ ເປັນທາງຜ່ານ ຈາກເມືອງລອງ-ເມື່ອງສິງ ຕັ້ງຢູ່ ທາງຫຼວງເລກທີ 17B, ເຊີ່ງຈະກາຍເປັນການສ້າງລາຍຮັບໃຫ້ແກ່ຊຸມຊົນ ທີ່ເຂົ້າຮ່ວມກິດຈະກໍາການທ່ອງທ່ຽວເຊັ່ນ:

ການເກັບຄ່າເຂົ້າຊົມ, ການເກັບລາຍຮັບຄ່າຝາກລົດ, ການຂາຍເຄື່ອງຫັດຖະກໍາ, ຂອງທີ່ລະນຶກໃຊ້ສີມືແຮງງານຊາວບ້ານ, ການທໍາການຜະລິດກະສິກໍາ, ອາຫານພື້ນບ້ານ, ສ້າງ Homestay ເພື່ອສະໜອງໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ປະຊາຊົນໄດ້ມີລາຍຮັບນັບມື້ນັບຫຼາຍຂຶ້ນ.

SA Game
ພາບ​:  Muanglong Tourism

– ດ້ານວັດທະນະທໍາ-ສັງຄົມ: ບໍລິເວນນໍ້າຕົກຕາດຫ້ວຍໝາກມືປະກອບມີ 2 ບ້ານທີ່ອາໃສ່ຢູ່ບໍລິເວນໃກ້ຄຽງເຊັ່ນ: ບ້ານຈ່າຄໍາປິງ (ເຜົ່າອາຄາ) ແລະ ບ້ານສີວິໄລ (ເຜົ່າລື້) ເຊີ່ງທັງ 2 ບ້ານດັ່ງກ່າວສາມາດຮັກສາໄດ້ວັດທະນະທໍາຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກສະເພາະຂອງເຜົ່າ ເຊີ່ງສະແດງອອກ ໃນການຈັດງານບຸນກິນຈຽງເຜົ່າອາຄາ, ບຸນທານທໍາເຜົ່າລື້, ບຸນລ້ຽງຜີມອນ, ປະເພນີບຸນບັ້ງໄຟ ແລະ ງານບຸນປາງເມືອງ ເຊີ່ງເປັນທີ່ໜ້າສົນໃຈຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ.

ນອກຈາກນີ້ໝູ່ບ້ານດັ່ງກ່າວຍັງມີຄວາມສະດວກສະບາຍເຊັ່ນ: ລະບົບໂທລະຄົມມະນາຄົມ, ເສັ້ນທາງ, ໄຟຟ້າ, ນໍາໃຊ້ນໍ້າລິນທີ່ສະອາດ ແລະ ໄດ້ຮັບນາມມະຍົດເປັນບ້ານແບບຢ່າງໃນດ້ານຕ່າງໆເຊັ່ນ: ບ້ານແບບຢ່າງປະຕິບັດກົດໝາຍ, ບ້ານແບບຢ່າງດ້ານສາທາລະນະສຸກ, ບ້ານວັດທະນະທໍາ ແລະ ບ້ານພັດທະນາ.

– ດ້ານທໍາມະຊາດ: ຂອບເຂດບໍລິເວນນໍ້າຕົກຕາດຫ້ວຍໝາກມືຍັງມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ແລະ ພື້ນທີທໍາການຜະລິດກະສິກໍາຂອງປະຊາຊົນໃນທ້ອງຖິ່ນເຊັ່ນ: ສ່ວນຍາງພາລາ, ສວນອ້ອຍ, ທົ່ງນາ ແລະ ມີເນື້ອທີ່ຂອບເຂດກໍານົດສະຫງວນເປັນແຫຼ່ງທ່ຽວທ່ຽວທໍາມະຊາດ 18.94 ເຮັກຕາ ທີ່ມີບັນຍາກາດເຍັນສະບາຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  fb Muanglong Tourism