ແນວລາວສ້າງຊາດນຳໃຊ້ Lao Bud ແອັບພຸດທະສາດສະໜາລາວ

SA Game

Lao National Radio

ພິ​ທີເປີດນໍາໃຊ້ແອັບພຸດທະສາດສະໜາລາວ Lao Bud ຂອງ​ພາກ​ສ່ວນ​ແນວ​ລາວ​ສ້າງ​ຊາດ.

ໃນຕອນບ່າຍ ວັນທີ 23 ກຸມພາ 2023 ຜ່າມ​ມາ​ນີ້, ກົມພຸດທະສາດສະໜາ ສູນກາງແນວລາວສ້າງຊາດຮ່ວມກັບບໍລິສັດລາວນີວເພ ເທັກໂນໂລຊີ ຈອຍເວັນເຈີ ຈໍາກັດເປີດນໍາໃຊ້ແອັບພຸດທະສາດສະໜາລາວ ທີ່ສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ

ໂດຍການເຂົ້າຮ່ວມຮ່ວມຂອງພະອາຈານໃຫຍ່ ບຸນມາ ສີມາພົມ ປະ ທານສູນກາງອົງການພຸດທະສາດສະໜາສໍາພັນແຫ່ງ ສປປລາວ ແລະ ທ່ານ ສິນລາວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ມອນໄຊ ລາວມົວຊົ່ງ ເລຂານະຄະບໍລິ ຫານງານສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ, ທ່ານ ຄະ ນອງລິດ ສີສົມບູນ ຫົວໜ້າກົມສາດສະ ໜາ ສູນກາງແນວລາວສ້າງຊາດ,ທ່ານ ເມກສະຫວ່າງ ພົມມາລີ ຜູ້ອໍານວຍການໃຫຍ່ບໍລິສັດ ນີວເພ ເທັກໂນໂລຊີ ຈອຍເວັນເຈີ ຈໍາກັດພ້ອມດ້ວຍພະເຖລານູເຖລະ ແລະ ແຂກຮັບເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຄະນອງລິດ ສີສົມບູນ ຫົວໜ້າກົມສາດສະໜາ ສູນກາງແນວລາວສ້າງຊາດມີຄໍາເຫັນວ່າ: ຈຸດປະສົງຂອງການສ້າງແອັບ ພຸດທະສາດສະໜາຄັ້ງນີ້ ເພື່ອເປັນການເຜີຍແຜ່ພຸດທະສາດສະໜາລາວໃຫ້ມີລັກສະນະກວ້າງຂວາງ ທັງສ້າງເງື່ອນໄຂສະດວກໃນການເຂົ້າເຖິງແຫລ່ງຂໍ້ມູນຄວາມຮູ້ທັງດ້ານພຸດທະສາດສະໜາ

SA Game
Lao National Radio

ເນື່ອງຈາກໄດ້ສັງລວມເອົາບົດໄຫວ້ ຮີດສິບສອງ ຄອງສິບສີ່, ການເທດສະໜາສັງສອນ ແລະ ນິຕິກໍາຕ່າງໆ ທີ່ກ່ຽວເຖິງວຽກງານພຸດທະສາດສະໜາຂອງລາວ ແລະ ໃນອະນາຄົດຍັງຈະສືບຕໍ່ນໍາເອົາພະໄຕຼປີດົກສະບັບພາສາປາລີ ແລະ ພາສາລາວທີ່ເປັນຫລັກທໍາຄໍາສອນຂອງພຸດທະສາດສະໜາເຂົ້າໃສ່ໃນແອັບດັ່ງກ່າວ ເຊິ່ງຈະເຮັດໃຫ້ຜູ້ທີ່ບໍ່ມີເວລາເຮັດບຸນສິນກິນທານການອຸປະຖໍາ ການປະຕິສັງຂອນວັດວາອາຮາມແມ່ນສາມາດເຂົ້າເບິ່ງແອັບນີ້ໄດ້ຢ່າງສະດວກສະບາຍ, ພ້ອມທັງປະກອບສ່ວນໂຄສະນາການທ່ອງທ່ຽວໂດຍສະເພາະແມ່ນການທ່ອງທ່ຽວທາງດ້ານວັດທະນະທຳ-ຮີດຄອງປະເພນີຂອງຊາດເຮົາອອກສູ່ສາກົນ ແລະ ພາກພື້ນ

ເນື່ອງຈາກແອັບນີ້ໄດ້ສັງລວມເອົາບັນດາວັດແລະ ປູຊະນີຍະສານອັນເກົ່າແກ່ຂອງລາວເຮົາ;ຊ່ວຍຍົກສູງບົດບາດການເຄື່ອນໄຫວຂອງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ເນື່ອງຈາກທຸກການເຄື່ອນໄຫວຂອງຄະນະບໍລິຫານງານສູນກາງອົງການພຸດທະສາດສະ ໜາສໍາພັນແຫ່ງ ສປປ ລາວກໍ່ຄືການຈັດງານບຸນປະເພນີຕ່າງໆ ສາມາດນຳລົງມາໃສ່ແອັບນີ້ລວມເຖິງການລະດົມທຶນ ເພື່ອປະຕິສັງຂອນວັດວາອາຮາມ, ສາສະນະສະຖານຕ່າງໆ ລວມທັງການຊ່ວຍເຫຼືອສັງຄົມສົງເຄາະອື່ນໆ.

SA Game
Lao National Radio

ຫົວໜ້າກົມສາດສະໜາ ສູນກາງແນວລາວສ້າງຊາດມີຄໍາເຫັນຕື່ມວ່າ:ແອັບພຸດທະສາສະໜາລາວມີຊື່ເປັນພາສາອັງກິດວ່າ: Lao Bud, ເປັນແອັບທີ່ເປັນພາສາລາວແຕ່ສາມາດນຳເອົາຂໍ້ມູນທີ່ເປັນພາສາຕ່າງປະເທດມາລົງໃສ່ໄດ້, ປະກອບມີໜ້າສຳຄັນຕົ້ນຕໍຈຳນວນໜື່ງ ຄື: ໜ້າຫລັກ ຫລື ໜ້າທໍາອິດ,ໜ້າພຣະພຸດທະສາສະ ໜາ, ໜ້າຮີດຄອງປະເພນີ ແລະ ໜ້າຂໍ້ມູນຂອງຜູ້ນຳໃຊ້ແອັບ; ໃນໜ້າຫລັກ ແມ່ນໄດ້ນຳສະເໜີກ່ຽວກັບປະຕິທິນ, ບຸນປະເພນີໃນແຕ່ລະໄລຍະ, ການທ່ຽວຊົມວັດອອນລາຍ ແລະ ປະຫວັດການຄົ້ນຫາ.

ສ່ວນໜ້າພຣະພຸດທະສາສະໜາ ແມ່ນຈະໄດ້ນໍາ ສະເໜີການໄຫວ້ພະ, ການສູດມົນ, ສະເພາະຫ້ອງອ່ານ ແມ່ນຈະນຳເອົາພຣະໄຕປິດົກ, ຄວາມໄຫວ້ພຣະລາວເດີມ, ຄວາມໄຫວພຣະສົງສໍາມະເນນລາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio