ແຂ່ງຂັນກິລາມິດຕະພາບສາຍພົວພັນການທູດ ລາວ-ເຢຍລະມັນ

SA Game

ຂ​ປ​ລ

ກິດຈະກຳແຂ່ງຂັນກິລາມິດຕະພາບ ລາວ-ເຢຍລະມັນ ສະຫລອງວັນສ້າງຕັ້ງສາຍພົວພັນການທູດ

 ສະມາຄົມມິດຕະພາບ ລາວ-ເຢຍລະມັນ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ເຢຍລະມັນ ປະຈຳ ສປປ ລາວ ໄດ້ຈັດກິດຈະກຳແຂ່ງຂັນກິລາມິດຕະພາບ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ເຢຍລະມັນ ຄົບຮອບ 65 ປີ (31 ມັງກອນ 1958-31 ມັງກອນ 2023) ໃນວັນທີ 10 ມີນາ 2023 ຜ່ານມານີ້, ໂດຍມີ ທ່ານ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ຄໍາລຽນ ພົນເສນາ ປະທານສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ທ່ານ ນາງ ອັນເນັດ ຄະໂນບັອກ (Annette Knobloch), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ເຢຍລະມັນ ປະຈຳ ລາວ, ມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການ ເຂົ້າຮ່ວມ.

ການຈັດງານກິລາມິດຕະພາບໃນຄັ້ງນີ້, ນອກຈາກເປັນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ເຢຍລະມັນ ຄົບຮອບ 65 ປີ ແລ້ວ, ຍັງເປັນການຮັດແໜ້ນສາຍພົວພັນຕິດຕະພາບ ແລະ ສ້າງຄວາມສາມັກຄີ ລະຫວ່າງ ບັນດາອົງການຈັດຕັ້ງ ຂອງ ລາວ ແລະ ເຢຍລະມັນ ເພື່ອເປັນການປະກອບສ່ວນພັດທະນາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ເຢຍລະມັນ.

SA Game
ຂ​ປ​ລ

ສປປ ລາວ ແລະ ສສ ເຢຍລະມັນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 31 ມັງກອນ 1958, ເປັນໄລຍະເວລາ 6 ທົດສະວັດ ທີ່ສອງປະເທດ ໄດ້ຖະນຸຖະໜອມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ມີມາຢ່າງຍາວນານນັ້ນໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ສໍາລັບສະມາຄົມມິດຕະ ພາບ ລາວ-ເຢຍລະມັນ ກໍໄດ້ເຄື່ອນໄຫວຕາມພາລະບົດບາດ, ເງື່ອນໄຂ ແລະ ຄວາມສາມາດ ຮ່ວມກັບພາກສ່ວນກ່ຽວຂ້ອງ ຂອງ ເຢຍລະມັນ ໂດຍສະເພາະ ສະມາຄົມມິດຕະພາບ ເຢຍລະມັນ-ລາວ, ສະຖານທູດ ເຢຍລະມັນ ປະຈຳ ສປປ ລາວ

SA Game
ຂ​ປ​ລ

ໂດຍຈັດກິດຈະກຳຮ່ວມກັນໃນໂອກາດວັນສໍາຄັນຕ່າງໆ ເພື່ອເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ມີມູນເຊື້ອອັນດີງາມ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ເຢຍລະມັນ ໃຫ້ໄດ້ຮັບການພັດທະນາ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ຂອງສອງປະເທດ

ແລະ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ຂອງພາກພື້ນ ແລະ ໃນໂລກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ. ຄຕພ