ແຂວງ​ອັດ​ຕະ​ປື ປັບ​ປຸງ ແລະ ພັດທະນາ 2 ແຫລ່ງທ່ອງທ່ຽວ​ໃໝ່

SA Game

ຂປລ

 ແຫລ່ງທ່ອງທ່ຽວສອງ​ແຫ່ງ​ຂອງ​ແຂວງ​ອັດ​ຕະ​ປື​ໄດ້​ຮັບ​ການ​ພັດ​ທະ​ນາ​ຄືນໃໝ່

ໂຄງການແຫລ່ງທ່ອງທ່ຽວທຳມະຊາດຕາດຫົວຄົນ, ຕາດແຝດ ມີເນື້ອທີ່ທັງໝົດ 4 ເຮັກຕາ, ໂດຍໄດ້ແບ່ງອອກເປັນ 2 ເຂດຄື: ເຂດ 1 ຕາດຫົວຄົນ, ມີເນື້ອທີ່ 2 ເຮັກຕາ ແລະ ເຂດ 2 ຕາດແຝດ, ມີເນື້ອທີ່ 2 ເຮັກຕາ, ນອກນັ້ນຍັງມີເນື້ອທີ່ດິນສະຫວງນໄວ້ອີກ ຈໍານວນ 67,8 ເຮັກ ຕາ, ໂຄງການຕັ້ງຢູ່ເຂດບ້ານໜື່ນຫົວເມືອງ ເມືອງສາມັກຄີໄຊ ແຂວງອັດຕະປື, ມີໄລຍະສໍາປະທານຂອງໂຄງການ 30 ປີ, ມູນຄ່າການລົງທຶນ ພັດທະນາໂຄງການທັງໜົດ 2 ລ້ານກວ່າໂດລາ.

ເນືອງ​ຈາກ​ການ​ທ່ອງ​ທ່ຽວ​ຂອງ​ແຂວງ​ໄດ້​ມິດ​ງຽບ​ມາ​ໄລ​ຍະ​ໃຫຍ່ໆ, ສະ​ນັ້ນແຂວງອັດຕະປື ເລັ່ງພັດທະນາ 2 ແຫລ່ງທ່ອງທ່ຽວ ພາຍຫລັງເປີດປະເທດມານັບແຕ່ຕົ້ນປີ 2023 ຜ່ານ ເພື່ອຮອງຮັບການເຕີບໂຕ ພາກອຸດສາຫະກໍາທ່ອງທ່ຽວໃນຕໍ່ໜ້າ ເພື່ອຮອງຮັບແຜນພັດທະນາດັ່ງກ່າວ ເມື່ອບໍ່ດົນນີ້ພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ໄດ້ມີພິທີ ເຊັນສັນຍາຮ່ວມມື ສຳປະທານພັດທະນາໂຄງການ ແຫລ່ງທ່ອງທ່ຽວທໍາມະຊາດຕາດຫົວຄົນ, ຕາດແຝດ ຂອງແຂວງອັດຕະປື, ໂດຍມີທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ພະແນກການທີ່ກ່ຽວຂ້ອງ, ບໍລິສັດຜູ້ສໍາປະທານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

SA Game
ຂປລ

ຖ້າຫາກໂຄງການແຫລ່ງທ່ອງທ່ຽວ ທໍາມະຊາດຕາດຫົວຄົນ, ຕາດແຝດ ແຫ່ງນີ້ໄດ້ຮັບການພັດ ທະນາ ສໍາເລັດກໍ່ຈະກາຍເປັນແຫລ່ງທ່ອງທ່ຽວ ທາງທໍາມະຊາດແຫ່ງໃໝ່ ທີ່ສໍາຄັນອີກແຫ່ງໜຶ່ງຂອງແຂວງອັດຕະປື, ເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວພາຍໃນ ແຂວງຫລາຍຂຶ້ນ ກ້າວໄປເຖິງເຮັດໃຫ້ທ້ອງຖິ່ນ ມີລາຍຮັບເພີ່ມຂຶ້ນ ຈາກການທ່ອງ ທ່ຽວທັງໃນ ທາງກົງ ແລະ ທາງອ້ອມ.

SA Game
ຂປລ

ໂອກາດດັ່ງກ່າວໃນພິທີກໍ່ໄດ້ມີການເຊັນສັນຍາສໍາປະທານແຫລ່ງທ່ອງທ່ຽວທາງທໍາມະຊາດຕາດຫົວຄົນ, ຕາດແຝດ ເພື່ອເປັນຫັກຖານໃນເບື້ອງຕົ້ນ ຂອງການຈັດຕັ້ງປະຕິບັດ ພັດທະນາໂຄງການ, ໂດຍການຮ່ວມລົງນາມ ຕາງໜ້າອໍານາດການປົກຄອງແຂວງ ມີທ່ານ ສູນນະຄອນ ແກ້ວ ວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທືນແຂວງອັດຕະປື ພ້ອມພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.