ເປີດ​ແລ້ວ! ນ້ຳ​ຕົກ​ຕາດ​ແດນ​ພູ​ສູງ​ອີກ​ໜຶ່ງ​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ສວຍ​ງາມ

SA Game

ເສດຖະກິດ-ສັງຄົມ

​ພິ​ທີເປີດຢ່າງເປັນທາງການຂອງແຫຼ່ງທ່ອງທ່ຽວນໍ້າຕົກຕາດແດນພູສູງຂອງ ແຂວງຫົວພັນ

ການ​ທ່ອງ​ທ່ຽວ​ພາຍ​ໃນ ສ​ປ​ປ ລາວ ກ່ຳ​ລັງ​ເລີມ​ຕົ້ນ​ຢ່າງ​ຄືກ​ຄັກ​ອີກ​ຄັ້ງ​ໜຶ່ງ​ຫລັງ​ຈາກ​ໄດ້​ຢ​ຸດ​ສະ​ຫງັດ​ມາ​ດົນ​ເນືອງ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ຂະ​ແໜງ​ການ​ທ່ອງ​ທ່ຽວ ແລະ ທຸກໆ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ກໍ່​ຕ້ອງ​ໄດ້​ຢຸດ ແລະ ບາງ​ກິດ​ຈະ​ການ​ກໍ​ຕ້ອງ​ໄດ້​ປິດ​ລົງ, ມາ​ໃນ​ຕົ້ນ​ປີ​ນີ້​ລັດ​ຖະ​ບານ​ກໍ​ໄດ້​ມີ​ນະ​ໂຍ​ບາຍ​ໃໝ່​ອອກ​ມາ​ເພື່ອ​ກະ​ຕ​ຸ້ນ​ການ​ທ່ອງ​ທ່ຽວ​ໃຫ້​ມາ​ຄືກ​ຄັກ​ອີກ, ຫລາຍໆ​ສະ​ຖານ​ທີ​ແຫລ່ງ​ທ່ອງ​ທ່ຽວ​ກໍ​ໄດ້​ຮັບ​ການ​ປັບ​ປຸງ​ຄືນ​ ແລະ ເປີດ​ໃຫ້​ບໍ​ລິ​ການ​ປົກ​ກະ​ຕິ​ແລ້ວ.

ພິທີເປີດໃຫ້ບໍລິການແຫຼ່ງທ່ອງທ່ຽວນໍ້າຕົກຕາດແດນພູສູງຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2019 ນີ້ ທີ່ບ້ານນໍ້າເຕີບ ເມືອງສົບເບົາ ແຂວງຫົວພັນ ເຂົ້າຮ່ວມເປີດປ້າຍ ແລະ ລັ່ນຄ້ອງມີທ່ານ ອຳພອນ ຄຳປັນຍາ ຮອງເລຂາພັກເມືອງເມືອງສົບເບົາ, ທ່ານ ພູວັນ ເພັດມີໄຊ ຮອງຫົວໜ້າພະແນກຖະແຫຼງຂ່າວວັດທະນະ ທຳ ແລະທ່ອງທ່ຽວແຂວງຫົວພັນ, ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງສົບເບົາ, ເມືອງອ້ອມຂ້າງ, ເຈົ້າຂອງກິດຈະການ ແລະປະຊາຊົນເຂດນໍ້າເຕີບເຂົ້າຮ່ວມ.

SA Game
ເສດຖະກິດ-ສັງຄົມ

ແຫຼ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດແດນພູສູງເປັນກິດຈະການການລົງທຶນສຳປະທານຂອງ ທ່ານ ເຍຍ ລີມົວ ນັກທຸລະກິດບ້ານນໍ້າເຕີບ ເມືອງສົບເບົາ ແຂວງຫົວພັນ, ແຫຼ່ງທ່ອງທ່ຽວແຫ່ງນີ້ເປັນແຫຼ່ງທ່ອງທ່ຽວທໍາມະຊາດແຫ່ງໜຶ່ງທີ່ມີຄວາມສວຍສົດງົດງາມ, ມີຄວາມອຸດົມສົມບູນເຕັມໄປດ້ວຍທັດສະນີຍະພາບທໍາມະຊາດພູຜາປ່າໄມ້, ຊຶ່ງຢູ່ຫ່າງຈາກເທດສະບານເມືອງສົບເບົາ ໄປທາງທິດຕາເວັນອອກຕາມເສັ້ນທາງເລກທີ 6B ປະມານ 28 ກິໂລແມັດ,

SA Game
ເສດຖະກິດ-ສັງຄົມ

ມີເນື້ອທີ່ສໍາປະທານທັງໝົດ 6 ເຮັກຕາ ກວ່າ ຊຶ່ງໄດ້ເລີ່ມລົງມືຈັດຕັ້ງປະຕິບັດການກໍ່ສ້າງມາແຕ່ເດືອນມີນາປີ 2019 ເປັນຕົ້ນມາ ແລະ ໄດ້ຮັບການສະໜັບສະໜູນຈາກຄະນະພັກ, ອໍານາດການປົກຄອງບ້ານນໍ້າເຕີບ ແລະຄະນະພັກອໍານາດການປົກຄອງເມືອງສົບເບົາ,

ຊຶ່ງມີອາຍຸສໍາປະທານ 40 ປີ, ມູນຄ່າການກໍ່ສ້າງ ແລະລົງທຶນທັງໝົດ 539 ລ້ານກີບ,ກໍານົດການກໍ່ສ້າງເປັນ 2 ໄລຍະມາຮອດປະຈຸບັນໄດ້ປະຕິບັດສຳເລັດ 90%, ໂຄງການແມ່ນຈັດຕັ້ງປະຕິບັດໄປຕາມແຜນແມ່ບົດຢ່າງຖືກຕ້ອງ ແລະໄປຕາມລະບົບເຕັກນິກຢ່າງຄັກແນ່.

SA Game
ເສດຖະກິດ-ສັງຄົມ

ຊຶ່ງກິດຈະກຳຫຼັກໃນການກໍ່ສ້າງສິ່ງອໍານວຍຄວາມສະດວກໃນສະຖານທີ່ແຫຼ່ງທ່ອງທ່ຽວແຫ່ງນີ້ປະກອບມີ: ສ້າງຂັ້ນໄດເຫຼັກຕັ້ງແຕ່ຫົວຕາດລົງຮອດຈຸດພັກຜ່ອນປະ ມານ 765 ຂັ້ນ, ສ້າງສາຍສະລິງຍາວ 800 ກວ່າແມັດ, ສ້າງຂົວອູ່ຍາວ 140 ແມັດ ນອກນີ້ຍັງສ້າງຈຸດພັກເຊົາຕາມຂັ້ນໄດ, ສ້າງຕູບຜັກຜ່ອນ, ສ້າງໜອງປາ, ສວນສັດ, ທະລຸເດີນຈອດລົດ, ເດີນຈັດກິດຈະກຳ, ເດີນຊົນງົວ, ສ້າງເສັ້ນທາງລົງສູ່ເຂດທ່ອງທ່ຽວ, ສ້າງບ່ອນເກັບປີ້, ກໍ່ສ້າງເຮືອນພັກ ແລະ ອື່ນໆ ຄາດວ່າການກໍ່ສ້າງຕ່າງໆຈະປະຕິບັດໃຫ້ສໍາເລັດໃນປີ 2020.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ເສດຖະກິດ-ສັງຄົມ