ເຍົາ​ວະ​ຊົນ​ລຸ້ນ​ໃໝ່​ສືບ​ທອດ​ດົນ​ຕ​ີ​ພື້ນ​ເມືອງ​​ສາຍ​ເລືອດລາວ

SA Game

Media Laos

​ຝຶກ​ສອນດົນ​ຕີ​ພື້ນ​ເມືອ​ງ​ລາວ​ໃຫ້ນ້ອງນັກຮຽນ, ອະນຸຊົນ ຄົນຮຸ່ນໃໝ່ຂອງເມືອງວິລະບູລີ ຄັ້ງທີ II.

ເພືອ​ໃຫ້​ສິນ​ລະ​ປະ​ດົນ​ຕີ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ລາວ​ເຮົາ​ໄດ້​ຢູ່​ຄູ່​ບ້ານ​ຄູ່​ເມືອງ​ຕະ​ຫລອດ​ໄປ ດົນ​ຕີ​ພື້ນ​ເມືອງ​ຕ້ອງ​ໄດ້​ມີ​ການ​ຝຶກ​ແອບ​ສົ່ງ​ຕໍ່​ໃຫ້​ເຍົາ​ວະ​ຊົນ​ລຸ້ນ​ຕໍ່ໆ​ໄປ ເພືອເປັນການອະນຸລັກປົກປັກຮັກສາມໍລະດົກວັດທະນະທໍາ ບໍ່ໃຫ້ສູນຫາຍໄປຕາມການເວລາ ແລະ ເພື່ອເປັນການຖ່າຍທອດຄວາມຮູ້, ຄວາມສາມາດດ້ານການຫລິ້ນດົນຕຣີພື້ນເມືອງລາວ ໃຫ້ແກ່ຄົນຮຸ່ນຫລັງ.

ໃນຕອນເຊົ້າຂອງວັນທີ 3 ສິງຫາ 2022 ນີ້ຢູ່ທີ່ຫ້ອງປະຊຸມຫໍວັດທະນະທໍາເມືອງວິລະບູລີ ແຂວງສະຫວັນນະເຂດ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໄດ້ຈັດພິທີເປີດຊຸດອົບຮົມການຫລິ້ນເຄື່ອງດົນຕຣີພື້ນເມືອງລາວໃຫ້ແກ່ນ້ອງນັກຮຽນຂອງເມືອງວິລະບູລີ ຄັ້ງທີ II ຂຶ້ນ.

SA Game
Media Laos

ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສີຄູນ ບານມະນີວົງ ກໍາມະການພັກເມືອງ ຮອງເຈົ້າເມືອງ ວິລະບູລີ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ – ສັງຄົມ, ເຂົ້າຮ່ວມມີທ່ານ ມົງກຸດເພັດ ວົງພະຈັນ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ, ມີທ່ານ ກັນຫາ ໄຊຍະສານ ຫົວໜ້າຫ້ອງການ ຖວທ ເມືອງວິລະບູລີ, ທ່ານ ພອນສະຫວັດ ກຸນລະວົງ ຕາງໜ້າຈາກບໍລິສັດລ້ານຊ້າງ ມີເນໂຣນ ລິມິເຕັດ; ມີບັນດາທ່ານ ແຂກທີ່ຖືກເຊີນ, ອາຈານສອນດົນຕຣີພື້ນເມືອງ, ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.

ສໍາລັບການຝຶກອົບຮົມໃນຄັ້ງນີ້ ແມ່ນຈະໃຊ້ເວລາທັງໝົດປະມານ 01 ເດືອນ ເຊິ່ງເລີ່ມວັນທີ 3 ສິງຫາ ຫາ ວັນທີ 3 ກັນຍາ 2022 ແລະ ມີນ້ອງນັກຮຽນເຂົ້າຮ່ວມຝຶກອົບຮົມທັງໝົດຈໍານວນ 15 ຄົນ,ຍິງ 9 ຄົນ ທີ່ມາຈາກໂຮງຮຽນ ມສ ພູຄໍາ, ເຄື່ອງດົນຕຣີທີ່ນໍາໃຊ້ເຂົ້າໃນການຝຶກອົບຮົມໃນຄັ້ງນີ້ ປະກອບມີ : ລະນາດເອກ, ລະນາດທຸ້ມ, ຄ້ອງວົງໃຫຍ່, ຄ້ອງວົງນ້ອຍ, ຊໍອີ້, ຊໍອູ້, ຊິ່ງ, ສາບ, ແຄນ ແລະ ຂຸ່ຍ ເຊິ່ງການຝຶກອົບຮົມ ແມ່ນນໍາໃຊ້ງົບປະມານ ຈາກກອງທຶນພັດທະນາທ້ອງຖິ່ນເມືອງວິລະບູລີ ຂອງບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດ ປະຈໍາປີ 2022 ລວມເປັນເງິນ 5.000 ໂດລາ

SA Game
Media Laos

ພາຍຫຼັງສໍາເລັດການຝຶກອົບຮົມໃນຄັ້ງນີ້ແລ້ວ ກໍ່ຈະເຮັດໃຫ້ເມືອງ ວິລະບູລີ ໄດ້ມີວົງດົນຕຣີພື້້ນເມືອງລາວ ທີ່ຈະໄດ້ສະແດງຮັບໃຊ້ໃນວັນສໍາຄັນຕ່າງໆຂອງຊາດ ກໍ່ຄືຂອງເມືອງ ແລະ ນອກຈາກນີ້ແລ້ວ ກໍ່ຍັງເປັນການເຮັດໃຫ້ເມືອງ ວິລະບູລີ ໄດ້ມີສິນລະປິນດ້ານການຫຼິ້້ນດົນຕຣີພື້ນເມືອງລາວ ໄວ້ຖ່າຍທອດຄວາມຮູ້, ບົດຮຽນທີ່ໄດ້ຮຽນມາ ຕໍ່ໃຫ້ຄົນຮຸ່ນຫຼັງສືບຕໍ່ໄປໃນອະນາຄົດ ທັງເປັນການອະນຸລັກປົກປັກຮັກສາມໍລະດົກວັດທະນະທໍາຂອງລາວເຮົາ ກໍ່ຄືທ້ອງຖິ່ນເມືອງວິລະບູລີ ນີ້ໄວ້ໃຫ້ຍືນຍົງຕໍ່ໄປໃຫ້ຍາວນານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos