ເຄື່ອງໄຫວ້ເຈົ້າໃນ​ເທ​ສະ​ການ​ປີ​ໃໝ່​ ຫຼື ກຸດ​ຈີນທີ່ນິຍົມໃຊ້ໄຫວ້ໃນລາວ

SA Game

ອິນ​ໄຊ​ລາວ

ຊາວ​ລາວ​ເຊື້ອ​ສາຍ​ຈີນ​ນິ​ຍົມ​ໃຊ້ເຄື່ອງໄຫວ້ເຈົ້າ ໃນ ສ​ປ​ປ ລາວ ໃນ​ເທ​ສະ​ການ​ກຸດ​ຈີນ

​ໃນ​ແຕ່​ລະ​ເທ​ສ​ການ​ບໍ່​ວ່າ​ຈະ​ເປັນ​ປີ​ໃໝ່​ລາວ, ປີ​ໃໝ່​ຊົນ​ເຜົ່າ ແລະ ອື່ນໆ, ເທດສະການກຸດຈີນ ຖືເປັນເທດສະການໜຶ່ງທີ່ສຳຄັນ ຂອງຊາວຈີນແຜ່ນດິນໃຫຍ່ ແລະ ຊາວລາວເຊື້ອສາຍຈີນ, ເຮົາມັກຈະຄຸ້ນເຄີຍກັບການໄຫວ້ເຈົ້າ, ໄຫວ້ບັນພະບູລຸດ ໃນຮູບແບບທີ່ແຕກຕ່າງກັນໄປ ຈາກແຕ່ກ່ອນທີ່ມີພິທີຢ່າງເຕັມຮູບແບບ ທັງເຄື່ອງໄຫວ້ຕ່າງໆ ແລະ ລະດັບຂັ້ນຕອນໃນການໄຫວ້

ແຕ່ໃນປັດຈຸບັນ, ໄດ້ມີການຈັດຂອງໄຫວ້ ໄວ້ເປັນຊຸດຈຳນ່າຍ ບໍ່ວ່າຈະເປັນ: ເຄື່ອງໄຫວ້ເຈົ້າ, ໄຫວ້ບັນພະບູລຸດ, ໄຫວ້ຂໍພອນ ແລະ ໄຫວ້ວິນຍານ ກໍຈະມີການຈັດກຽມໄວ້ ເພື່ອຄວາມສະດວກ ແລະ ສິ່ງທີ່ຄົນນິຍົມຊື້ໄປໄຫວ້ຫຼາຍ ໃນທຸກໆປີ ຈະເປັນເຄື່ອງໄຫວ້ຂໍພອນ ເພາະຄົນສ່ວນຫຼາຍຈະເຂົ້າໄປກາບໄຫວ້ ຂໍພອນຫຼາຍຂຶ້ນໃນມື້ປີໃໝ່.

ຈາກການສອບຖາມ ນາງ ນ້ອຍ ຊາວລາວເຊື້ອສາຍຈີນ ແລະ ເປັນເຈົ້າຂອງຮ້ານຂາຍເຄື່ອງໄຫວ້ເຈົ້າ ແລະ ອຸປະກອນທີ່ໃຊ້ໃນງານກຸດຈີນ ໃນເຂດ ຖະໜົນສາຍລົມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ເວົ້າວ່າ: ປົກກະຕິຊ່ວງເທດສະການກຸດຈີນ ກໍຈະມີທັງຊາວລາວເຊື້ອສາຍຈີນ ແລະ ຊາວຈີນທີ່ມາອາໄສຢູ່ລາວ ເລີ່ມພາກັນມາຈັບຈ່າຍໃຊ້ຊອຍ ໃນການເລືອກຊື້ເຄື່ອງ ເພື່ອກຽມການສະຫຼອງ ເທດສະການກຸດຈີນກັນແລ້ວ.

SA Game
ອິນ​ໄຊ​ລາວ

ເຄື່ອງໄຫວ້ບັນພະບູລຸດ: ຈະເຮັດພິທີໃນຊ່ວງເຊົ້າ ຫຼື ຊ່ວງສວາຍກໍໄດ້ ແຕ່ຖ້າຫາກເຮັດພິທີໄຫວ້ພ້ອມກັບເຈົ້າທີ່ ໃຫ້ແຍກຊຸດໄຫວ້ຄົນລະໂຕະ ແຕ່ສາມາດເຜົາເຈ້ຍເງິນ, ເຈ້ຍທອງຮ່ວມກັນໄດ້ ໂດຍໃຊ້ເຄື່ອງເສັ້ນໄຫວ້ ຄ້າຍຄືກັບຊຸດໄຫວ້ເຈົ້າທີ່ ແຕ່ຕ່າງກັນທີ່ຈຳນວນທູບ ແລະ ຂອງໄຫວ້ບາງຢ່າງເທົ່ານັ້ນ.

SA Game
ອິນ​ໄຊ​ລາວ

ເຄື່ອງໄຫວ້ເຈົ້າ: ໃຊ້ສຳລັບໄຫວ້ໃນຊ່ວງເຊົ້າ ໂດຍຈະຕ້ອງກຽມທັງຂອງຄາວ, ໝາກໄມ້, ນ້ຳຊາ ຫຼື ເຫຼົ້າຈີນ ແລະ ຂອງຫວານ ທີ່ຂາດບໍ່ໄດ້ເລີຍກໍຄື ເຂົ້າໝົມທຽນ ໂດຍຈະຕ້ອງແຕ້ມຈຸດສີແດງໄວ້ເຄິງກາງ ຕາມຄວາມເຊື່ອທີ່ວ່າ ສີແດງເປັນສີມຸງຄຸນ ນຳໂຊກລາບມາໃຫ້ ສຳລັບວິທີການໄຫວ້ເຈົ້າ ໂດຍຈັດເຄື່ອງຂອງໄຫວ້ ໄວ້ເທິງໂຕະ ແຕ່ຖ້າຫາກໄຫວ້ຢູ່ພື້ນ ຕ້ອງປູສາດ ແລ້ວຮອງດ້ວຍຜ້າຂາວ  ກ່ອນຈະນຳຂອງໄຫວ້ມາວາງ ຈາກນັ້ນຈູດທູບ ແລ້ວນຳມາປັກໃສ່ຂອງໄຫວ້ໃຫ້ທົ່ວ ຫຼັງຈາກນັ້ນ ຕັ້ງຈິດອະທິຖານຂໍພອນ ແລ້ວຈຶ່ເຜົາເຈ້ຍເງິນ, ເຈ້ຍທອງ.

ເຄື່ອງໄຫວຮັບໂຊກ: ການໄຫວ້ຮັບໂຊກ ຈະເຮັດໃນຊ່ວງເຊົ້າມຶດຂອງມື້ໄຫວ້ ຫຼື ມື້ທ້າຍປີ ໂດຍສ່ວນໃຫຍ່ ຜູ້ຄົນຈະມັນໄປໄຫວ້ຂໍພອນ ຕາມສານເຈົ້າທີ່ຕົນເອງນັບຖື, ຂັ້ນຕອນຈະເລີ່ມຈາກການຈັດລຽງຂອງໄຫວ້ ພ້ອມທັງເຈ້ຍເງິນ ເຈ້ຍທອງ ໃຫ້ເປັນລະບຽບ ຈາກນັ້ນກໍຈູດທູບ 5 ດອກ ພ້ອມດ້ວຍທຽນແດງໜຶ່ງຄູ່ ແລ້ວໄຫວ້ອະຖິຖານ ຂໍພອນ ຈາກນັ້ນ ຈະມີການລາຂອງໄຫວ້ ເພື່ອນຳອາຫານກັບ ແລະ ນຳເຈ້ຍເງິນ ເຈ້ຍທອງໄປເຜົາໄຟ ໃນຂັ້ນຕອນກາລາຈະຕ້ອງຍົກເຄື່ອງຂຶ້ນກາຍຫົວ ຈຶ່ງຈະສາມາດນຳເຄື່ອງຂອງອອກຈາກໂຕະໄຫວ້ໄດ້.

SA Game
ອິນ​ໄຊ​ລາວ

ຊຸດໄຫວ້ວິນຍານ: ຈະນິຍົມເຮັດໃນຊ່ວງສວາຍຂອງມື້ໄຫວ້ ເຊິ່ງຂອງໄຫວ້ ຈະເນັ້ນເປັນເຂົ້າໜົມທຽນ, ເຂົ້າໜົມທີ່ເຊື່ອມກັບນ້ຳຕານຕ່າງໆ ແລະ ເຈ້ຍເງິນ ເຈ້ຍທອງ ຂັ້ນຕອນການໄຫວ້ ແລະ ຈູດເຈ້ຍເງິນ ເຈ້ຍທອງແລ້ວໆ ຈະຈູດໝາກກະພົກ ເພື່ອຂັບໄລ່ສິ່ງຊົ່ວຮ້າຍ ແລະ ເສີມສີລິມຸງຄຸນ.

SA Game
ອິນ​ໄຊ​ລາວ

ເນື່ອງຈາກວ່າ ເປັນງານບຸນທີ່ສຳຄັນຂອງ ຊາວລາວເຊື້ອສາຍຈີນ ເພາະຖືເປັນເທດສະການ ແຫ່ງການເປີດຮັັບໂຊກໃໝ່ໆ, ເປີດຮັບຄວາມສຳເລັດ, ຄວາມໂຊກດີ ຈາກພິທີຕ່າງໆ ການຈັບຈ່າຍໃຊ້ສອຍ ລວມທັງເຄື່ອງບູຊາ, ອາຫານມຸງຄຸນ, ເຂົ້າໜົມມຸງຄຸນ ແລະ ຂອງເສີມສີລິມຸງຄຸນ ໄດ້ສະທ້ອນໃຫ້ເຫັນເຖິງຄວາມເປັນເອກະລັກ ແລະ ປະເພນີຂອງຊາວຈີນ ທີ່ໄດ້ປະຕິບັດກັນມາເປັນເວລາ ຫຼາຍພັນປີແລ້ວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ