ຮ່ອນຄໍາ ເປັນ​ອີກກິດ​ຈະ​ກຳອັນ​ເດັນ​ໃນ​ງານ​ປະ​ກາດ​ມໍ​ລະ​ດົກ​ແຫ່ງ​ຊາດ

SA Game ຮ່ອນຄໍາ

ຂປລ.

ການປະກາດມໍລະດົກແຫ່ງຊາດ ກິດຈະກໍາ ຮ່ອນຄໍາ ສ້າງບັນຍາກາດ ທີ່​ເປັນ​ສີ​ສັນ​ຫລາຍ

ຮ່ອນຄໍາ ເປັນ​ເອ​ກະ​ລັກ​ວັດ​ທະ​ນາ​ທຳ​ຂອງ​ແຂວງ​ອັດ​ຕະ​ປື, ເຊິ່ງ​ປະ​ຊາ​ຊົນ​ຊາວ​ອັດ​ຕະ​ປື​ໄດ້​ອາ​ໃສ​ການ​ ຮ່ອນ​ຄຳ ເປັນ​ອາ​ຊີບ​ໃນ​ການ​ດຳ​ລົງ​ຢູ່, ແລະ ໃນພິທີປະກາດວັດຫລວງ ເມືອງເກົ່າ ແລະ ວັດທາດພະໄຊ ຢູ່ເມືອງໄຊເສດຖາ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ, ເມືອງ ໄຊເສດຖາ ແຂວງອັດຕະປື ຈັດກິດຈະກຳຮ່ອນແຮ່-ຮ່ອນຄຳຢູ່ລໍານໍ້າເຊກະໝານ ເພື່ອເປັນການສ້າງບັນຍາກາດ ແລະ ການມີສ່ວນຮ່ວມໃຫ້ຫລາກຫລາຍກິດຈະກໍາ ທາງດ້ານວັດທະນະທໍາ

ໂດຍພາຍໃຕ້ການນໍາພາຂອງອົງການປົກຄອງແຂວງ ຮ່ວມກັບສະມາຄົມສຽງແຄນລາວ ວາງແຜນ, ຊຸກຍູ້ສົ່ງເສີມກິດຈະກໍາທາງດ້ານວັດຖຸ ແລະ ຈິດໃຈ ທີ່ເປັນການສືບສານຢ້ອນຮອຍອາດີດ ທີ່ສ່ອງແສງໃຫ້ເຫັນວິທີການດໍາລົງຊິວິດ, ຮີດຄອງ, ການທໍາມາຫາກິນ, ການນຸ່ງຖື ແລະ ພາສາປາກເວົ້າຂອງບັນດາເຜົ່າຊາວແຂວງ ອັດຕະປື.

ທ່ານ ພອນໄຊ ໄກສອນເສນາ ຮອງເຈົ້າເມືອງ ໄຊເສດຖາ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ໃນຄັ້ງວັນທີ 23 ມິຖຸນາ 2023 ນີ້ວ່າ:
SA Game
ຂປລ.
ການຈັດກິດຈະກໍາຮ່ອນແຮ່-ຮ່ອນຄໍາຢູ່ລໍານໍ້າເຊກະໝານໃນເທື່ອນີ້ ແມ່ນໜຶ່ງກິດຈະກໍາທີ່ສໍາຄັນ ທີ່ສະທ້ອນໃຫເຫັນເຖິງຄວາມສົນໃຈ ແລະ ສະແດງເຖິງວິຖີຊີວິດທາງດ້ານວັດທະນະທໍາຂອງພໍ່ແມ່ປະຊາຊົນຊາວແຂວງ ອັດຕະປື ກໍຄືຊາວເມືອງໄຊເສດຖາ ທີ່ເຄີຍຈັດຕັ້ງປະຕິບັດສືບທອດກັນມາຫລາຍເຊັ່ນຄົນ ເພາະການຮ່ອນແຮ່-ຮ່ອນຄຳເປັນການບົ່ງບອກເຖິງຄວາມອຸດົມສົມບູນ, ຄວາມຮັ່ງມີທາງດ້ານທໍາມະຊາດ ແລະ ດ້ານວັດທະນະທໍາ ການດໍາລົງຊີວິດ ສາມາດເປັນການເຕົ້າໂຮມຄວາມສາມັກຄີຂອງພໍ່ແມ່ປະຊາຊົນ ໃນການສ້າງຢູ່ທໍາກິນ, ສ້າງລາຍຮັບເຂົ້າຄອບຄົວ, ເຂົ້າກຸ່ມ ແລະ ໃຫ້ການປະກອບສ່ວນພັດທະນາເສດຖະກິດ-ສັງຄົມອີກດ້ວຍ.

ການຮ່ອນແຮ່-ຮ່ອນຄໍາ ພື້ນຖານແລ້ວ ພາຍຫລັງທີ່ສຳເລັດການເກັບກ່ຽວຜົນຜະລິດໃນລະດູຝົນ, ເມື່ອຮອດລະດູແລ້ງ ແມ່ນ້ຳຕາມຫ້ວຍຮ່ອງລຳເຊ ເລີ່ມບົກລົງແລ້ວ, ເຊິ່ງພໍ່ແມ່ປະຊາຊົນກໍຈະຊອກຊ່ອງທາງຈັດເກັບລາຍຮັບເສີມດ້ວຍວິທີການຕ່າງໆ ແລະ ການຮ່ອນຄຳກໍແມ່ນອີກຊ່ອງທາງໜຶ່ງທີ່ສາມາດສ້າງລາຍຮັບສູງສົມຄວນ. ດັ່ງນັ້ນ, ປະຊາຊົນຈໍານວນຫລາຍເກືອບເວົ້າໄດ້ວ່າ ຖືເອົາການຮ່ອນແຮ່-ຮ່ອນຄໍາໃຫ້ເປັນຂະບວນ ແລະ ການປະດິດສ້າງດ້ວຍວິທີການແຕກຕ່າງກັນໄປເຊັ່ນ:

ການນໍາໃຊ້ອຸປະກອນຂຸດຄົ້ນ ເປັນຕົ້ນ ກະບ້າງເຮັດດ້ວຍໄມ້ ຫລື ເຫລັກ, ຊວ້ານ, ຈົກ, ກວດແກ້ວນ້ອຍໆເພື່ອໃສ່ຄໍາທີ່ຮ່ອນແລ້ວ ຫລື ອຸປະກອນອື່ນໆ. ສ່ວນວິທີການຂັ້ນຕອນການຮ່ອນກໍແຕກຕ່າງກັນໄປຕາມຄວາມເໝາະສົມ ແລະ ຄວາມ ຖະນັດຂອງໃຜລາວ. ນອກຈາກນັ້ນ, ຍັງເປັນການຊອກທ່າແຮງບົ່ມຊ້ອນ ຕາມແມ່ນ້ຳລຳເຊຕ່າງໆ ເພື່ອການຂຸດຄົ້ນບໍ່ວ່າຈະເປັນນໍ້າເຊກອງ, ເຊກະໝານ, ຫ້ວຍຮ່ອງຄອງບຶງໃນເຂດພູສູງ, ພູພຽງຕາມເງື່ອນໄຂ ຫລື ຕາມຈຸດທີ່ມີແຮ່ຄໍາ.

SA Game
ຂປລ.

ສໍາລັບການເຂົ້າຮ່ວມກິດຈະກໍາໃນຄັ້ງນີ້, ປະກອບມີ 4 ກຸ່ມຄື: ກຸ່ມບ້ານເຊໃຫຍ່ ເມືອງສາມັກຄີໄຊ, ກຸ່ມບ້ານວັດທາດພະໄຊ ແລະ ບ້ານວັດຫລວງ ເມືອງໄຊເສດຖາ, ກຸ່ມບ້ານມິດສະພັນ ເມືອງສະໜາມໄຊ ແລະ ກຸ່ມບ້ານປະອໍາ ເມືອງຊານໄຊ. ທັງນີ້, ກໍເພື່ອເປັນການສືບສານສຶກສາຮຽນຮູ້ ແລະ ປູກຈິດສໍານຶກໃຫ້ແກ່ຄົນຮຸ່ນໃໝ່ໄດ້ຮັບຮູ້ ແລະ ເຫັນໄດ້ເຖິງຮີດຄອງປະເພນີ, ວັດທະນະທໍາ, ວິຖີດໍາລົງຊີວິດທີ່ໄດ້ສືບທອດກັນມາແຕ່ບູຮານນະການເຖິງປັດຈຸບັນ ແລະ ອັນສໍາຄັນ ເພື່ອສົ່ງເສີມ, ອະນຸລັດວັດທະນະທໍາຮີດຄອງປະເພນີ ໃຫ້ສືບທອດເຊັ່ນລູກເຊັ່ນຫລານຕະຫລອດໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເບີ່ງ​ເມືອງ​ລາວ

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.