ຮູ້ຈັກ “ຄອງ 14” ​ຂອງ​ພ​ຣະ​ສົງ​ອົງ​ຄະ​ເຈົ້າ ໃນ​ວັດ​ວາ​ພຸດ​ທະ​ສາ​ສະ​ໜາ

ມາເບິ່ງ “ຄອງ 14” ​ສຳ​ລັບ​ພ​ຣະ​ສົງ​ອົງ​ຄະ​ເຈົ້າ​ໃນ​ທາງ​ພຸດ​ທະ​ສາ​ສະ​ໜາ.

ຮີດ 12 ຄອງ 14 ຄື​ຄຳ​ທີ່​ຫລາຍໆ​ຄົນ​ລາວ​ເວົ້າ​ກັນ​ມາ​ຕະ​ຫລອດ ແລະ ຄິດ​ວ່າ​ຄົນ​ລາວ​ຫລາຍໆ​ຄົນ​ເຄີຍ​ໄດ້​ຍິນ​ໄດ້​ຟັງ​ຢູ່​ແລ້ວ​ເລື່ອງ​ຄອງ 14 ຄົນ​ລາວ​ສ່ວນ​ຫລາຍ​ຈະ​ໄດ້​ຮູ້ ແລະ ຍິນມາ​ແຕ່ຍັງ​ນ້ອຍໆ​ຈົນ​ໃຫຍ່, ແຕ່​ໃນ​ນີ້​ເຮົາ​ຈະ​ມາ​ຮູ້​ຈັກ​ແຕ່​ລະ​ຄອງ​ຂອງ​ຄອງ 14 ໃນ​ທາງ​ພຸດ​ທະ​ສາດສະ​ໜາ, ເຊິງ​ມີ​ດັ່ງ​ນີ້

ໃນຄອງ 14 ຂອງສົງ ມີກ່າວໄວ້ຫຍໍ້ໆ ດັ່ງຕໍ່ໄປນີ້ ແຕ່ບໍ່ເຫັນມີບຸນວິສາຂະເລີຍ ຄື :

SA Game
ອິນ​ໄຊ​ລາວ.
  1. ໃຫ້ພະສັງຄະເຈົ້າ ສູດຮຽນທໍາຄໍາສອນຂອງພະພຸດທະເຈົ້າ ແລະ ຮັກສາສິນ 227 ຢ່າໃຫ້ຂາດ.
  2. ໃຫ້ບົວລະບັດ​ກຸຕິວິຫານ ປັດຕາດ ກວາດ​ຍູ ຢ່າໃຫ້ວັດເສົ້າຫມອງ.
  1. ໃຫ້ປະຕິບັດຈັດທໍາໄປຕາມສັດທາຊາວບ້ານນິມົນ ມີການທໍາບຸນໃຫ້ທານ ບວດຫົດ ເປັນຕົ້ນ.
  2. ເຖິງລະດູເດືອນ 8 ໃຫ້ເຂົ້າວັດສາຕະຫລອດ 3 ເດືອນ ຈົນເຖິງເດືອນ 11 ແຮມຄໍ່າ 1 ແຕ່ເດືອນ 11 ແຮມ 1 ໄປເຖິງເດືອນ 12 ເພັງ ໃຫ້ຮັບຜ້າກະຖິນ ຮັກສາຄອງຜ້າ ເຖິງ 4 ເດືອນ.
  3. ອອກວັດສາແລ້ວ ລະດູເຫມັນຕະ (ລະດູຫນາວ) ພິກຂຸສັງຄະເຈົ້າ ເຂົ້າປະລິວາສະກໍາ ໆລໆ (ເຂົ້າກັມ).
  4. ໃຫ້ທ່ຽວບິນທະບາດ ຕາມບ້ານນ້ອຍບ້ານໃຫຍ່ ຢ່າຂາດ
  5. ໃຫ້ສູດມົນພາວະນາທຸກຄືນວັນ ຢ່າຂາດ ໆລໆ
  6. ເຖິງວັນສິນດັບສິນເພັງ ໃຫ້ປະຊຸມກັນອຸໂປສົດສັງຄະກໍາ ຢ່າຂາດ ໆລໆ
  7. ເຖິງເທດສະການປີໃຫມ່ ທາຍົກໄຫວ້ຂີ່ວໍ ແຫ່​ນ້ຳໄປສົງພະພຸດທະຮູບ ພະທາດເຈດີ ໆລໆ.
  8. ສັງກາດປີໃຫມ່ ພະເຈົ້າແຜ່ນດິນໄຫວ້ພະ ໃຫ້ສົງນ້ໍາໃນພະລາຊະວັງ ແລະ ບາສີ ສັງຄະເຈົ້າ.
  9. ສັດທາຊາວບ້ານນິມົນສິ່ງໃດ ອັນບໍ່ຜິດຄອງວິໄນ ກໍໃຫ້ປະຕິບັດຕາມ ໆລໆ
  10. ເປັນສະມະນະໃຫ້ພ້ອມກັນສ້າງວັດວາອາຮາມ ພະທາດເຈດີ ໆລໆ
  11. ໃຫ້ຮັບທານຂອງທາຍົກ ຄືສັງຄະພັດ ສະຫລາກກະພັດ ເປັນຕົ້ນ
  12. ພະເຈົ້າແຜ່ນດິນ ເສນາຂ້າລາຊະການ ມີສັດທານິມົນມາປະຊຸມກັນ ໃນສິມແຫ່ງ ໃດແຫ່ງຫນຶ່ງ ໃນວັນເດືອນ 11 ເພັງ ເປັນກາລະອັນໃຫຍ ຢ່າໄດ້ຂັດຂີນ.

ຕາມ​ທີ່​ເຊືອ​ຖື​ກັນ​ມາ​ແຕ່​ດືກ​ດຳ​ບັນ ແລະ ຖ້າ​ປະ​ຕິ​ບັດ​ໄດ້​ແທ້​ຊິ​ວິດ​ກໍ​ຈະ​ຈະ​ເລີນ​ມີ​ແຕ່​ສິ່ງ​ດີໆ​ເຂົ້າ​ມາ​ໃນ​ຊິ​ວິດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ປຶ້ມຮີດ 12 ຄອງ 14 ໂດຍ ຂຽນໂດຍ ມະຫາ ສີລາ ວີຣະວົງສ໌.