ອຸທິຍານຫິນໜາມໜໍ່ຈະໄດ້ຮອງຮັບໃຫ້ເປັນມໍລະດົກໂລກປີ 2022

SA Game

ພາບ: www.vientianetimeslao.la

ອຸທິຍານຫິນໜາມໜໍ່ຈະກາຍເປັນມໍລະດົກໂລກທາງທຳມະຊາດຂອງລາວ.

ພາບທຳມະຊາດ ສອງຂ້າງທາງທີ່ສວຍສົດງົດງາມ ໃນການເດີນທາງໄປຕາມເສັ້ນທາງລົງພາກໃຕ້ຂອງລາວ ຜ່ານ ຫຼັກ20 ເມືອງຄຳເກີດ ແຂວງບໍລິຄຳໄຊ ເຊິງອີກໜຶ່ງບ່ອນທີ່ສວຍງາມຫລາຍແມ່ນ ປ່າສະຫງວນ ຫິນໜາມໜໍ່ ພູຜາຜ່ານຕາມເສັ້ນທາງເລກ 8ອາ ໃນໄລຍະທີ່ຜ່ານເມືອງຄູນຄຳ ແຂວງຄຳມ່ວນ.

ລັດຖະບານລາວໄດ້ດຳເນີນການສະເໜີ ປ່າສະຫງວນແຫ່ງຊາດຫິນໜາມໜໍ່ ແຂວງຄຳມ່ວນ ກັບ UNESCO ເພື່ອຂໍຂື້ນທະບຽນເປັນມໍລະດົກໂລກ, ຖ້າຫາກໄດ້ຮັບການພິຈາລະນາກໍ່ຈະເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງລາວ. ໃນຂະນະດຽວກັນຮູບພາບທຳມະຊາດ ຈຳນວນຫຼວງຫຼາຍກໍກຳລັງຈະຖືກທຳລາຍດ້ວຍການພັດທະນາພື້ນຖານໂຄງລ່າງ, ການກະສິກຳ ແລະ ລວມທັງການຕັດໄມ້ ແລະ ຖ້າຫາກບໍ່ສາມາດສະກັດກັ້ນໄດ້, ແຫຼ່ງທ່ອງທ່ຽວທຳມະຊາດກໍຄົງຍັງເຫຼືອແຕ່ ເປັນພູຫິນປູນດັ່ງຫິນໜາມໜໍ່ເທິງພູຜາມ່ານ ແຂວງຄຳມ່ວນແຫ່ງນີ້.

SA Game
ພາບ: www.vientianetimeslao.la

ລ້າສຸດກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຈ້ງໃຫ້ຮູ້ວ່າ: ອຸທິຍານແຫ່ງຊາດຫິນໜາມໜໍ່ ຢູ່ເມືອງບົວລະພາ ແຂວງຄຳມ່ວນ​ ຈະໄດ້ຖືກຮອງຮັບເປັນມໍລະດົກໂລກຮ່ວມ ຊາຍແດນກັບ ອຸທິຍານແຫ່ງຊາດ ຟອງຍາແກບາງ ຂອງ ​ສສ ຫວຽດນາມ ໃນປີ 2022.

ທ່ານ​ທອງໃບ​ ໂພທິສານ ຫົວຫນ້າກົມມໍລະດົກ ກະຊວງ ຖວທ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ​ ປະຈຸບັນ​ເອກະສານ​ ແລະ​ ຄໍາຮ້ອງຕ່າງໆ ເພື່ອສະເໜີອຸທິຍານຫິນໜາມໜໍ່ເປັນມໍລະດົກໂລກ ແມ່ນກະກຽມສໍາເລັດແລ້ວຫຼາຍກວ່າ​ 50 %​ ແລະ​ ຄາດວ່າຮ່າງເອກະສານສະບັບທຳອິດຈະສາມາດສົ່ງໄປຫາອົງການ ອຸຍເນັສໂກ (Unesco ) ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໃນເດືອນກັນຍາປີ 2021 ເພື່ອກວດກາຄວາມຖືກຕ້ອງຂອງເອກະ ສານ.​

ທ່ານທອງໃບໄດ້ກ່າວຕື່ມວ່າ: ຖ້າຂັ້ນຕອນການສະເໜີ ຫຼື ເອກກະສານຕ່າງໆຄົບຖ້ວນ ແລະ ຖືກຕ້ອງຕາມເງື່ອນໄຂ ຂອງ ອົງການ ອຸຍເນັສໂກ, ຄາດວ່າອຸທິຍານແຫ່ງຊາດ ຫິນໜາມໜໍ່ຈະຖືກຮອງຮັບໃຫ້ເປັນມໍລະດົກໂລກ ໃນປີ 2022​ ຮ່ວມກັບ ອຸທິຍານແຫ່ງຊາດ ຟອງຍາແກບາງ ຂອງ​ສສ ຫວຽດນາມ​ ທີ່ຈະຖືກປະກາດເປັນມໍລະດົກຮ່ວມຊາຍ ແດນ ທີ່ມີຂະໜາດໃຫຍ່ທີ່ສຸດໃນອາຊີ ເຊິ່ງມີເນື້ອທີ່ລວມກັນເກືອບ 200.000 ເຮັກຕາ.​

ອຸທິຍານແຫ່ງຊາດ​ຫິນໜາມໜໍ່​ ມີເນື້ອທີ່ທັງຫມົດ 90.000 ກວ່າ​ເຮັກຕາ ໂດຍປະກອບມີແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ຂອງແຂວງຄຳມ່ວນ​ ຊຶ່ງກິດຈະກຳຫຼັກແມ່ນ ການຍ່າງປ່າ,​ ພາຍເຮືອທ່ຽວຊົມຖ້ຳນ້ຳລອດ ເຊບັ້ງໄຟ,​ ການທ່ຽວຊົມນ້ຳຕົກ ​ແລະ ອື່ນໆ.​

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: vientianetimeslao.la