ອຸທິຍານຕາດເລາະ ແຫລ່ງ​ທ່ອງ​ທ່ຽວ​ແຫ່ງ​ໃໝ່​ຂອງແຂວງສາລະວັນ

SA Game

ພາບ: ໜັງ​ສື​ພິມ ສາ​ລະ​ວັນ

 ແຂວງສາລະວັນ ເປີດກິດຈະກຳການທ່ອງທ່ຽວໃໝ່ ຢູ່ແຫຼ່ງທ່ອງທ່ຽວອຸທິຍານຕາດເລາະ.

ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ບັນ​ດາ​ຂະ​ແໜ່ງ​ການ​ຕ່າງໆ​ລ້ວນ​ແລ້ວ​ແຕ່​ໄດ້​ຮັບ​ຜົນ​ກະ​ທົບ​ທັງ​ນ້ອຍ ແລະ ຫລາຍ, ໂດຍ​ສະ​ເພາະ​ກໍ​ແມ່ນ​ຂະ​ແໜ່ງ​ການ​ທ່ອງ​ທ່ອງ​ເຊິງ​ການ​ລະ​ບາດ​ຂອງ​ພະ​ຍາດ​ນີ້​ໄດ້​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ​ງຽບ​ເຫງົາ​ລົງ​ຫລາຍໆ​ກິດ​ຈະ​ການ​​ໄດ້​ປິດ​ຕົວ​ລົງ ເຮັດ​ໃຫ້​ຄົນ​ຫວ່າງວຽກ​ຫລາຍ​ຂື້ນ.

ເພື່ອເປັນການດຶງດູດນັກທ່ອງທ່ຽວ ຢູ່ເຂດແຫຼ່ງທ່ອງທ່ຽວອຸທິຍານຕາດເລາະແຂວງສາລະວັນ ໄດ້ເປີດກິດຈະກຳການທ່ອງທ່ຽວຮູບແບບໃໝ່ ຄື:

ເປີດບໍລິການ ຂີ່ສະລິງ ແລະ ຂົວອູ່ ຂ້າມນ້ຳຕົກຕາດເລາະ ເພື່ອເປັນການຊົມວິວທິວທັດຄວາມສວຍງາມຂອງນ້ຳຕົກຕາດ ແລະ ເປັນຈຸດເຊື່ອມຕໍ່ຂອງການທ່ອງທ່ຽວໃນເຂດດັ່ງກ່າວ ໃຫ້ເປັນວົງຈອນ ສາມາດທ່ຽວໄດ້ຫຼາຍບ່ອນ ແລະ ມີກິດຈະກຳຫຼາຍຢ່າງ, ທີ່ສ້າງຄວາມປະທັບໃຈຕໍ່ກັບນັກທ່ອງທ່ຽວ.

SA Game
ພາບ: ໜັງ​ສື​ພິມ ສາ​ລະ​ວັນ

ພິທີເປີດໄດ້ຈັດຂຶ້ນໃນວັນທີ 13 ເມສານີ້ ຢູ່ແຫຼ່ງທ່ອງທ່ຽວອຸທິຍານຕາດເລາະ ແຂວງສາລະວັນ, ເຂົ້າຮ່ວມໃນພິທີໂດຍ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກງານພັກ-ພະນັກງານ, ມີບັນດາທ່ານຮອງເຈົ້າແຂວງ, ການນຳຂັ້ນແຂວງ, ບັນດາຫົວໜ້າພະແນກການ, ຜູ້ຕາງໜ້າອົງການປົກຄອງເມືອງສາລະວັນ, ເມືອງເລົ່າງາມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຫຼຸຍ ເປສເລີ ຜູ້ລົງທຶນສຳປະທານກິດຈະກຳບໍລິການທ່ອງທ່ຽວຢູ່ອຸທິຍານຕາດເລາະ ໄດ້ລາຍງານໃຫ້ຮູ້ວ່າ: ກິດຈະກຳການຂີ່ສະລິງ ແລະ ຂົວອູ່ ຊົມທິວທັດນ້ຳຕົກຕາດເລາະ ແມ່ນໄດ້ຮັບຄຳແນະນຳ ແລະ ເຫັນດີຈາກອົງການປົກຄອງແຂວງ, ເມືອງ, ຂະແໜງການທີ່ກ່ຽວຂ້ອງ ໃຫ້ຄໍາແນະນຳໃນການດຳເນີນການກໍ່ສ້າງ ໃຊ້ເວລາເກືອບ 1 ເດືອນ ຈຶ່ງສຳເລັດ ເປັນຕົ້ນ: ສະລິງ ແລະຂົວອູ່, ມີຄວາມຍາວທັງໝົດ 100 ແມັດ, ສູງ 12 ແມັດ, ໃນນັ້ນກິດຈະກຳດັ່ງກ່າວ ແມ່ນໄດ້ຂີ່ສະລິງຂ້າມໄປ ແລະ ຂ້າມຂົວອູ່ກັບມາ ອີງຕາມນັກທ່ອງທ່ຽວ ຈະໃຊ້ບໍລິການ.

SA Game
ພາບ: ໜັງ​ສື​ພິມ ສາ​ລະ​ວັນ

ນອກນັ້ນຍັງໄດ້ໃຫ້ປະຊາຊົນເຂດດັ່ງເຂົ້າມາມີສ່ວນຮ່ວມໃນດ້ານບໍລິການ, ພ້ອມທັງເປັນຜູ້ໃຫ້ຄຳແນະນໍາວິທີການຂີ່ສະລິງ ໃຫ້ນັກທ່ອງທ່ຽວ ແລະ ມີຄວາມຮັບປະກັນຄວາມປອດໄພ. ສໍາລັບວັດສະດຸຕ່າງໆ ທີ່ນຳມາໃຊ້ ແມ່ນມີຄວາມຮັບປະກັນດ້ານຄວາມປອດໄພ ແລະ ໃນແຕ່ລະປີ ກໍຈະໄດ້ປ່ຽນຖ່າຍ ແລະ ກວດກາຄືນ ເປັນປະຈຳ. ນອກນັ້ນຍັງມີກິດຈະກຳ ແບບພະຈົນໄພເຊັ່ນ:

ຂີ່ສະລິງ ເທິງຕົ້ນໄມ້, ຂີ່ສະລິງໃນດອນ, ປີນຕົ້ນໄມ້, ຍ່າງປ່າ, ຍ່າງຕາມຂົວອູ່ເທິງຕົ້ນໄມ້, ມີບໍລິການເຮືອນພັກແບບຊຸມຊົນ(ໂຮມສະເຕ) ແລະ ອື່ນໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la.