ອາ​ຫານ​ພື້ນ​ບ້ານຊັ້ນ​ຍອດ​ຂອງ​ຄົນ​ລາວ ໄຂ່​ມົດ​ສົ້ມ ເຮັດ​ຫຍັງ​ກະ​ແຊບ

SA Game

ພາບ: ອິນ​ໄຊ​ລາວ

ໄຂ່​ມົດ​ສົ້ມ! ສ​ຸດຍອດອາ​ຫານ​ພື້ນ​ບ້ານ​ຂອງ​ຄົນ​ລາວ ໃຜ​ແດ່​ເຄີຍ​ກິນ?

ໃນ ສ​ປ​ປ ລາວ ໂດຍ​ສະ​ເພາະ​ແມ່ນ​ເຂດ​ຊົນ​ນະ​ບົດ​ຍັງ​ຄົງ​ພົບ​ເຫັນ​ເປັນ​ປະ​ຈຳ​ໃນ​ການ​ຮັບ​ປະ​ທານ​ເມ​ນູ​ໄຂ່​ມົດ​ສົ້ມ​ນີ້, ເຊິງ​ການ​ທີ່​ຈະ​ຫາ​ມາ​ໄດ້​ກໍ​ບໍ່​ທຳ​ມະ​ດາ ຕ້ອງ​ໄດ້​ໄປ​ຊອກ​ຫາ ໄປ​ປີນ​ຕົ້ນ​ໄມ້, ໄປ​ແຢ່​ເອົາ​ຮັງ​ຂອງ​ມົດ​ສົ້ມ​ນີ້ ເຊິງ​ຕ້ອງ​ໄດ້​ມີ​ຄວາມ​ລື້ງ​ເຄີຍ ແລະ ຊຳ​ນິ​ຊຳ​ນານ​ໃນ​ການ​ໄປ​ເອົາ.

ໄຂ່ມົດສົ້ມ” ອາຫານສຸດຍອດ ຂອງຄົນລາວ ເພາະວ່າກ່ອນເຮົາເອົາມາເຮັດເມນູຕ່າງໆໄດ້ນັ້ນ, ເຮົາຕ້ອງໄດ້ສູ້ຊົນພະຍາຍາມສູງ ເພື່ອທີ່ຈະແຍ່ເອົາມັນລົງມາຈາກຍອດຕົ້ນໄມ້ໄດ້ ພ້ອມຍັງສ່ຽງທີ່ຈະຖືກມົດກັດໄດ້ອີກ.

ໄຂ່ມົດສົ້ມ ສາມາດນຳມາປະກອບອາຫານໄດ້ ຫຼາຍຢ່າງ ເປັນຕົ້ນແມ່ນ: ກ້ອຍໄຂ່ມົດແດງ, ແກງໃສ່ຜັກຫວານ, ໝົກໃສ່ໄຂ່ ແລະ ຈືນໃສ່ໄຂ່

SA Game
ພາບ: ອິນ​ໄຊ​ລາວ

ມົດສົ້ມເປັນແມງໄມ້ທີຢູ່ນໍາກັນເປັນສັງຄົມ ໂດຍຈະປະກອບມີ ໂຕ ນາງພະຍາ ຫຼື ແມ່ເປັງ, ມົດທະຫານ ແລະ ມົດກຳມະກອນ ຄ້າຍກັບພວກປວກ ຊຶ່ງຈະມີນາງພະຍາເປັນໂຕຄວບຄຸມປະຊາກອນໃນການວາງໄຂ່, ຈັດລະບຽບປະຊາກອນໃນຮັ່ງຕາມໜ້າທີ່ໃຜລາວ.

ມົດກຳມະກອນ ກຳລັງເຮັດໜ້າທີ່ຂອງຕົນເອງຢ່າງຫ້າວຫັນ

ນາງພະຍາ ຈະມີຂະໜາດໃຫຍ່ ປະມານ 20-25 ມມ, ເປັນສີຂຽວອ່ອນປົ່ນສີນໍ້າຕານ, ລໍາໂຕມີປີກ.

ມົດທະຫານ ຮ່າງກ່າຍເປັນສີສົ້ມ ມີແຂ້ວກ້າມຂະໜາດໃຫຍ່, ຂາຄ່ອນຂ້າງຍາວ, ຮ່າງກ່າຍຂະໜາດ 8-10 ມມ ຊຶ່ງມີໜ້າທີໃນການສ້າງຮັ່ງ ແລະ ຊອກຫາອາຫານ.

ສ່ວນ ມົດກໍາມະກອນ ຮ່າງກາຍຂະໜາດ 5-6 ມມ, ຮ່າງກາຍເປັນສີສົ້ມເຂັ້ມ ລໍາໂຕສັ້ນ.

SA Game
ພາບ: ອິນ​ໄຊ​ລາວ

ແຫຼ່ງທີ່ພົບຫຼາຍທີ່ສຸດແມ່ນ: ຕົ້ນໝາກມ່ວງ, ຕົ້ນຫູກວາງ ແລະ ຕົ້ນໄມ້ຊະນິດຕ່າງໆ. ອາຫານຂອງມົດສົ້ມຈະກິນເພ້ຍ ຊາກສັດທີ່ຕາຍແລ້ວ ເປັນອາຫານການສຶບພັນ ແລະ ວົງຈອນຊີວິດ

  • ໄລຍະໄຂ່ (Eggs): ໂຕນາງພະຍາ 1 ໂຕ ຈະວາງໄຂ່ປະມານ 100-500 ໜ່ວຍ. ໄຂ່ມີລັກສະນະສີຂາວຂຸ້ນ ເ ວາງເປັນກຸ່ມພາຍໃນຮັ່ງ, ໄຂ່ທີ່ໄດ້ຮັບການປະຕິສົນທິຈະຂະຫຍາຍມາເປັນນາງພະຍາ ຫຼື ມົດທະຫານ, ມົດກຳມະກອນ ແຕ່ສ່ວນໄຂ່ທີ່ບໍ່ໄດ້ຮັບການປະຕິສົນທິຈະກາຍມາເປັນໂຕຜູ້ທັງໝົດ.
  • ໄລຍະເປັນດ້ວງ (Larva):  ລັກສະນະສີຂາວຂຸ້ນ ບໍ່ມີຂາ ຫົວແຫຼມກົ້ນແປ ທີ່ເຮົາເອີ້ນກັນວ່າ: ໂຕບົ້ງ. ໃນນີ້ໂຕອ່ອນຂອງມົດທະຫານ ແລະ ໂຕຜູ້ ຈະມີຂະໜາດນ້ອຍກວ່າໄຂ່ທີ່ຈະກາຍເປັນໂຕນາງພະຍາ. ໃນຮອບໜຶ່ງປີຈະມີດ້ວງນາງພະຍາພຽງລະດູດຽວ ຄື ລະດູແລ້ງ ລະຫວ່າງເດືອນ ເມສາ-ມີຖຸນາ.
  • ໄລຍະດັກແດ້ (Pupa): ລັກສະນະສີຂາວຂຸ້ນ ມີຂາ ແລະ ປີກຍືດອອກມາຈາກລໍາໂຕ, ໄລຍະນີ້ເອີ້ນວ່າ: ໄລຍະທີ່ເປັນໂຕນາງ. ຊຶ່ງໄລຍະນີ້ເປັນໄລຍະທີມີການແບ່ງຊັ້ນໃນສັງຄົມຂອງມົດສົ້ມຄື: ກ່າຍມາເປັນໂຕນາງພະຍາ ແລະ ກາຍມາເປັນມົດທະຫານ ແລະ ກຳມະກອນ.
  • ໄລຍະສືບພັນ (Reproduction): ຈະປະກອບດ້ວຍໂຕນາງພະຍາ ຫຼື ແມ່ເປັງ ເຮັດໜ້າທີວາງໄຂ່ ແລະ ມົດທີ່ເປັນເພດຜູ້ທີ່ມີຮ່າງກ່າຍຂະໜາດນ້ອຍ ສີດຳ ມີປີກໃສໆ ເມືອປະສົມພັນແລ້ວຈະຕາຍ. ສ່ວນໂຕແມ່ທີ່ເປັນມົດກຳມະກອນທີ່ເປັນໝັນ ບໍ່ມີປີກ ສີສົ້ມປົນແດງແມ່ນມີ 2 ຂະໜາດທີ່ແຕກຕ່າງກັນເຊັ່ນ: ໂຕທີ່ມີຂະໜາດໃຫຍ່ (ມົດທະຫານ) ເຮັດໜ້າທີ່ສ້າງຮັ່ງ, ຫາອາຫານ ແລະ ປ້ອງກັນສັດຕູ້. ສ່ວນໂຕນ້ອຍ (ມົດກຳມະກອນ) ຈະເປັນຜູ້ເບິ່ງແຍງໂຕອ່ອນພາຍໃນຮັ່ງ.
SA Game
ພາບ: ອິນ​ໄຊ​ລາວ

ຄຸນປະໂຫຍດຂອງໄຂ່ມົດສົ້ມ: ໄຂ່ມົດສົ້ມເປັນອາຫານທີ່ມີຄຸນຄ່າທາງໂພຊະນາການສູງ ເພາະມີໂປຣຕີນສູງ ໄຂ່ມົດສົ້ມ 100 ກາມ ຈະໃຫ້ໂປຣຕີນຮອດ 6,8 ກາມ ໄຂ່ມົດສົ້ມຍັງມີໄຂມັນ ແລະ ພະລັງງານໜ້ອຍກວ່າຖ້າທຽບກັບໄຂ່ໄກ່ ເພາະໄຂມົດແດງມີໄຂມັນພຽງແຕ່ 2,6 ກາມ ໃນຂະນະທີ່ໄຂ່ໄກ່ມີໄຂມັນ 11,7 ກາມ ສ່ວນເລື່ອງພະລັງງານນັ້ນ ຖ້າກິນໄຂ່ມົດແດງຈະໃຫ້ພະລັງງານ 86 ແຄລໍຣີ ໃນຂະນະທີ່ໄຂ່ໄກ່ໃຫ້ພະລັງງານສູງຮອດ 155 ແຄລໍຣີ ເມື່ອທຽບຄຸນຄ່າທາງໂພຊະນາການໃນປະລິມານ 100 ກາມ ເທົ່າກັນ

ແນວໃດກໍ່ຕາມ, ມົດສົ້ມ ນອກຈາກຈະມີຕາມທຳມະຊາດ, ໃນປະເທດພື້ນບ້ານ ຍັງນິຍົມລ້ຽງ ເພື່ອເອົາໄຂ່ຂອງມັນອີກດ້ວຍ, ຕິດຕາມນຳກັນ ອາທິດຫນ້າ ແອັດມິນຈະພາໄປເບີ່ງວິທີລ້ຽງມົດສົ້ມ ເພື່ອເອົາໄຂ່ຂອງມັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອີນ​ໄຊ​ລາວ.