ຫໍ​ຄຳ ໃນ​ຍຸກ​ຝຣັ່ງເສດ ແລະ ໃນລະບອບລາດຊະອານາຈັກລາວ ຕອນ 2

SA Game

ເວບໄຊຫ້ອງວ່າການປະທານປະເທດ

ມາ​ເບ​ິ່ງ ຫໍຄໍາ ສະໄໝການປົກຄອງຂອງຝຣັ່ງເສດ ແລະ ໃນລະບອບລາດຊະອານາຈັກລາວ.

ໃນ​ສະ​ໄໝທີ່ ຝຣັ່ງເສດ ໄດ້ປະກາດຍຶດເອົາລາວເປັນອານານິຄົມຂອງເຂົາ ໃນປີ 1893 ແລ້ວ, ເຂົາກໍ່ໄດ້ມີການກໍານົດເຂດປົກຄອງຢູ່ລາວດ້ວຍສອງຮູບການຄື: ເອົາອາ ນາຈັກຫຼວງພະບາງເປັນເຂດອາລັກຂາ ພ້ອມດ້ວຍ 4 ແຂວງທາງພາກເໜືອ ແລະ ກໍານົດເອົານະຄອນຫຼວງວຽງຈັນ ພ້ອມທັງ 10 ແຂວງພາກກາງ ແລະ ໃຕ້ ເປັນຫົວເມືອງຂຶ້ນໂດຍກົງ.

ສ່ວນຢູ່ນະຄອນຫຼວງວຽງຈັນ ກໍ່ໄດ້ມີການສໍາຫຼວດສະຖານທີ່ ເພື່ອປຸກສ້າງສໍານັກງານ ແລະ ເຮືອນພັກຂອງຂ້າຫຼວງໃຫ່ຍຝຣັ່ງເສດ ຢູ່ວຽງຈັນ ໂດຍກໍານົດເອົາບໍລິເວນຂອບເຂດ ຫໍຄໍາ ເປັນທີ່ຕັ້ງ, ເຊັ່ນໃນປີ 1901 ໄດ້ມີການປຸກສ້າງສໍານັກງານຂອງຂ້າຫຼວງໃຫ່ຍຝຣັ່ງເສດປະຈໍາລາວ ຕໍ່ມາຖືກນໍາໃຊ້ເປັນສະພາຜູ້ແທນລາດ ຊະດອນໃນຊຸມປີ 50 (ໃນປີ 1974 ໄດ້ມີການປຸກສ້າງຕຶກຫໍຄໍາແທນທີ່) ແລະ ເຮືອນພັກຂອງຂ້າຫຼວງໃຫ່ຍຝຣັ່ງເສດ ໃນປີ 1908-1910 ຕັ້ງຢູ່ຂ້າງຫໍພະແກ້ວ ເຊິ່ງໃນປະຈຸບັນນີ້ໄດ້ມີການປຸກຫໍຮັບແຂກປະມຸກລັດຂື້ນແທນ.

SA Game
ເວບໄຊຫ້ອງວ່າການປະທານປະເທດ

ໃນໄລຍະກາງປີ 1940, ປະເທດຝຣັ່ງເສດ ໄດ້ຕົກຢູ່ໃນສະພາບອ່ອນເພຍຈາກສົງ ຄາມໂລກຄັ້ງທີ 2 ແລະ ໄດ້ຍອມຈໍານົນຕໍ່ພວກຟາຊິດເຢຍລະມັນ ອັນເປັນເງື່ອນ ໄຂອໍານວຍໃຫ້ພວກຂຸນເສິກຍີ່ປຸ່ນ ເຂົ້າມາຍຶດຄອງເອົາອິນດູຈີນຝຣັ່ງເສດ ຊຶ່ງມີທັງຫວຽດນາມ, ກໍາປູເຈຍ ແລະ ລາວ.

ມາເຖິງກາງປີ 1945, ຍີ່ປຸ່ນ ກໍ່ໄດ້ປາລາໄຊໃນການແຜ່ຂະຫຍາຍອານາເຂດຂອງຕົນຢູ່ອາຊີ-ປາຊີຟີກ ໃນໄລຍະສົງຄາມໂລກຄັ້ງທີ 2 ອັນໄດ້ເປັນຊ່ອງຫວ່າງເຮັດໃຫ້ຊັ້ນຄົນລາວທີ່ຮັກຊາດ ນໍາໂດຍຂະບວນການລາວອິດສະຫຼະລຸກຂື້ນປະກາດເອົາຄວາມເປັນເອກະລາດຂອງລາວ ແຍກຕົວອອກຈາກການປົກຄອງຂອງຝຣັ່ງເສດຢ່າງເປັນທາງການ ໃນວັນທີ 12 ຕຸລາ 1945 ໂດຍໄດ້ຊັກທຸງຊາດຜືນໃໝ່ຂື້ນເສົາຢູ່ຕໍ່ໜ້າເຮືອນພັກຂອງຂ້າຫຼວງໃຫ່ຍຝຣັ່ງເສດ ຜູ້ປະຈໍາການຢູ່ລາວ (ຊຶ່ງແມ່ນທຸງຊາດ ລາວເຮົາປະຈຸບັນ) ຢູ່ບໍລິເວນ ຫໍຄໍາ ນັ້ນເອງ.

ແຕ່ມາເຖິງກາງປີ 1946, ຝຣັ່ງເສດໄດ້ເສີມກໍາລັງໃໝ່ກັບມາຕໍ່ສູ້ຟື້ນຟູການຄອບຄອງລາວອີກ ແລະ ໄດ້ປ່ຽນແປງນະໂຍ ບາຍ ໂດຍຍອມມອບໃຫ້ລາວໄດ້ຮັບສິດປົກຄອງຕົນເອງສ່ວນໃດສ່ວນໜຶ່ງ ໃນຂອບເຂດທີ່ເຂົາຈັດໃຫ້ເຂົ້າໃນສະຫະພັນອິນດູຈີນຝຣັ່ງເສດ. ສ່ວນອາຄານສໍານັກງານຂ້າຫຼວງໃຫ່ຍຝຣັ່ງເສດຢູ່ວຽງຈັນໃນບໍລິເວນຫໍຄໍາກໍໄດ້ໃຫ້ນໍາໃຊ້ເປັນສະພາຜູ້ແທນລາດຊະດອນໃນໄລຍະຕໍ່ມາ.

ພາຍຫຼັງສົງຄາມອິນດູຈີນໄດ້ສິ້ນສຸດລົງໃນປີ 1954, ຝຣັ່ງເສດ ໄດ້ຮັບຮູ້ຄວາມເປັນເອກະລາດ ຢ່າງສົມບູນຂອງລາວ, ຫວຽດ ນາມ ແລະ ກໍາປູເຈຍ. ລັດຖະບານລາດຊະອານາຈັກລາວ ຈຶ່ງປຸກສ້າງຫໍສະພາໃໝ່ຊຶ່ງແມ່ນຕຶກເກົ່າ ຂອງສໍານັກງານນາຍົກປະຈຸບັນນີ້.

ສ່ວນສໍານັກງານ ຂອງຂ້າຫຼວງໃຫ່ຍຝຣັ່ງຢູ່ຂອບເຂດ ຫໍຄໍາ ຈຶ່ງຖືກມ້າງອອກແລ້ວ ແລະ ໄດ້ສ້າງສາລາ, ສວນ ແລະ ເດີ່ນກິລາເຕັນນິສ ແທນທີ່ ເປັນການຊົ່ວຄາວ.

ຫໍຄໍາ ໄດ້ກາຍເປັນສັນຍາລັກໃນຈິນຕະນາການຂອງຄົນລາວທັງປວງ, ບໍ່ວ່າກ່ອນກໍຄືພາຍຫຼັງການສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຈະແມ່ນຢູ່ພາຍໃນ ແລະ ຢູ່ຕ່າງປະເທດ ກໍ່ລ້ວນແຕ່ຮູ້ຈັກຜືນແຜ່ນດິນຕອນນີ້ ເຊິ່ງໄດ້ມີ ຫໍຄໍາ ອັນລືຊື່ປະດິດສະຖານມາຢ່າງຍາວນານ.

ເຖິງວ່າບາງໄລຍະ ແຜ່ນດິນຕອນນີ້ຈະບໍ່ມີ ແມ້ແຕ່ເງົາຂອງຫໍຜາສາດທີ່ແທ້ຈິງຕັ້ງຢູ່ ແລະ ຫໍໂຮງຕ່າງໆນັ້ນກໍ່ຕາມ, ແຕ່ເມື່ອມີອາຄານໃດໜຶ່ງປະກົດຢູ່ທີ່ນີ້, ຜູ້ຄົນທັງຫຼາຍທີ່ກາຍໄປມາໃນບໍລິເວນດັ່ງກ່າວນີ້ ກໍ່ຈະຖືວ່າແມ່ນ ຫໍຄໍາ ຕາມໆກັນໄປ.

ໃນປີ 1974 ລັດຖະບານປະສົມຊົ່ວຄາວ ທີ່ໄດ້ຮັບການສ້າງຕັ້ງຂື້ນຕາມສັນຍາວຽງຈັນປີ 1973 ເຊິ່ງປະກອບດ້ວຍຕົວແທນຂອງຝ່າຍກໍາລັງຮັກຊາດ ແລະ ກໍາລັງຂອງຝ່າຍວຽງຈັນໄດ້ມີການຕົກລົງສ້າງ ຫໍຄໍາ ຫຼັງໃໝ່ ເພື່ອຈຸດປະສົງນໍາໃຊ້ໃຫ້ເປັນທີ່ປະທັບຂອງເຈົ້າຊີວິດຈາກຫຼວງພະບາງໃນເວລາມາເຄື່ອນໄຫວລາດຊະການຢູ່ນະຄອນ ຫຼວງວຽງຈັນ, ຕາມຮູບແບບສະຖາປັດຕະຍະກໍາຂອງຝຣັ່ງ ໂດຍສະເດັດເຈົ້າສຸວັນນະພູມມາ, ນາຍົກລັດຖະມົນຕີ ໃນເວລານັ້ນ ໄດ້ຕົກລົງເອົາແບບ ຜາສາດຕຼີອານນົງ (Trianon) ຂອງຝຣັ່ງມາປຸກສ້າງ.

SA Game
ເວບໄຊຫ້ອງວ່າການປະທານປະເທດ

ສະນັ້ນການກໍ່ສ້າງອາຄານດັ່ງກ່າວ ຈຶ່ງໄດ້ເລີ່ມຕົ້ນມາໃນປີ 1975, ແຕ່ບໍ່ທັນສໍາເລັດຢ່າງສົມບູນກໍ່ໄດ້ມີການປ່ຽນແປງລະບອບ ການປົກຄອງເກົ່າ. ພາຍຫຼັງການສະຖາປະນາ ສປປ ລາວ ວັນທີ 2 ທັນວາ ປີ 1975 ປະທານສຸພານຸວົງ, ປະທານປະເທດ ສປປ ລາວ ຜູ້ທໍາອິດກໍ່ໄດ້ຈັດງານລ້ຽງສະເຫຼີມສະຫຼອງຂື້ນ ໃນວັນທີ 5 ທັນວາ ຢູ່ທີ່ເດີ່ນ ຫໍຄໍາ ຕໍ່ໜ້າ ທີ່ປະທັບຂອງເຈົ້າຊີວິດອົງສຸດທ້າຍ ໂດຍມີການເຂົ້າຮ່ວມຂອງ ທ່ານ ໄກສອນ ພົມວິ ຫານ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ, ທັງເປັນນາຍົກລັດຖະ ມົນຕີ ໃນເວລານັ້ນ ແລະ ບັນດາຜູ້ນໍາພັກ-ລັດ, ຜູ້ຊົງຄຸນວຸດທິ, ບັນດາທຸຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ທີ່ຢູ່ວຽງຈັນ.

ການປ່ຽນແປງລະບອບການປົກຄອງຢູ່ລາວ ຈາກລະບອບລາຊາທິປະໄຕ ມາເປັນ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໂດຍໄດ້ຜ່ານກອງປະຊຸມໃຫ່ຍຜູ້ແທນປະຊາຊົນລາວທົ່ວປະເທດ ອັນໄດ້ມີການສະຫຼະລາຊະສົມບັດ ແລະ ພະທີ່ນັ່ງຂອງເຈົ້າຊີວິດ ແລ້ວກໍໄດ້ມີການເລືອກຕັ້ງເອົາ ທ່ານ ສຸພານຸວົງ ເປັນປະທານປະເທດ.

ດັ່ງນັ້ນ, ໃນຖານະປະມຸກລັດ ທ່ານ ສຸພານຸວົງ ກໍ່ໄດ້ສືບຕໍ່ນໍາໃຊ້ ຫໍຄໍາ ຫຼື ວັງສໍາຮອງຂອງເຈົ້າຊີວິດໃນເມື່ອກ່ອນ ເພື່ອການເຄື່ອນໄຫວລັດຖະກິດຂອງປະທານປະເທດ.

ຈາກນັ້ນ, ການນໍາພັກ-ລັດ ຈຶ່ງໄດ້ຕົກລົງໃນປີ 1976 ໃຫ້ສືບຕໍ່ກໍ່ສ້າງ ແລະ ໄດ້ນໍາໃຊ້ຢ່າງເປັນທາງການໃນຊຸມປີຕໍ່ມາ. ອາຄານ ຫໍຄໍາ ໄດ້ສ້າງເປັນ 2 ຊັ້ນ ແລະ ມີຊັ້ນໃຕ້ດິນ ເຊິ່ງມີຂະໜາດຄວາມຍາວ 38,25 ແມັດ, ຄວາມກວ້າງ 54,25 ແມັດ ແລະ ສູງ 14,20 ແມັດ.

ຫຼັງຈາກທີ່ໄດ້ນໍາໃຊ້ເປັນທາງການແລ້ວ ຫໍຄໍາ ກໍ່ໄດ້ເປັນສະ ຖານທີ່ຮັບແຂກຂອງຜູ້ນໍາຂັ້ນສູງຂອງລັດຖະບານອີກດ້ວຍ. ສ່ວນເຮືອນພັກຂອງຂ້າຫຼວງໃຫ່ຍຝຣັ່ງຫຼັງເກົ່າ ຫຼື ວັງສໍາຮອງຂອງເຈົ້າຊີວິດ ແມ່ນໄດ້ມີການມອບໃຫ້ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອນໍາໃຊ້ເປັນ ວັງເຍົາວະຊົນ ໃນປີ 1985.

ພາຍຫຼັງທີ່ສູນກາງຊາວໜຸ່ມ ໄດ້ປຸກສ້າງຕຶກເຮັດວຽກໃນຂອບເຂດເນື້ອທີ່ດິນໃໝ່ຢູ່ແຫ່ງອື່ນແລ້ວ ກໍ່ໄດ້ສົ່ງຕຶກເກົ່ານັ້ນຄືນໃຫ້ທໍານຽບປະທານປະເທດສືບຕໍ່ ນໍາໃຊ້. ແຕ່ຍ້ອນວ່າຕຶກເກົ່າຫຼັງນີ້ຊຸດໂຊມຫຼາຍ ແລະ ເຫັນວ່າບໍ່ມີຄວາມຈໍາເປັນຕ້ອງສ້ອມແປງ, ຈຶ່ງໄດ້ທຸບມ້າງອອກແລ້ວມີການສ້າງ ຫໍຮັບ ແຂກປະມຸກລັດ ໃສ່ແທນ (ໂຮງແຮມເປຼຊີເດັນ).

ເນື່ອງຈາກວ່າ ທ່ານປະທານສຸພານຸວົງ ໄດ້ມີອາການປ່ວຍລົງ, ການນໍາພັກ-ລັດ ຈຶ່ງໄດ້ສະເໜີໃຫ້ ທ່ານ ພູມີ ວົງວິຈິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາ ຍົກລັດຖະມົນຕີ ໃນເວລານັ້ນ ຕໍ່ຄະນະປະຈໍາສະພາແຫ່ງຊາດ ເພື່ອໃຫ້ຮັບຮອງ ແລະ ແຕ່ງຕັ້ງເປັນຜູ້ວ່າການແທນປະທານປະເທດ ໃນໄລຍະ 1986 ເຖິງ 1991.

ຈາກນັ້ນ, ໃນວັນທີ 15 ສິງຫາ 1991 ພາຍຫຼັງທີ່ໄດ້ມີການຮັບຮອງເອົາລັດຖະທໍາມະນູນ ສະບັບທໍາອິດຂອງ ສປປ ລາວ.

ໃນວັນທີ 14 ສິງຫາ, ທ່ານ ໄກສອນ ພົມວິຫານ, ປະທານຄະນະບໍລິຫານງານສູນກາງພັກ ໄດ້ຮັບການເລືອກຕັ້ງຈາກກອງປະຊຸມສະພາຄັ້ງທີ 6 ຂອງສະພາປະຊາຊົນສູງສຸດຊຸດທີ 2 ໃຫ້ດໍາລົງຕໍາແໜ່ງເປັນປະທານປະ ເທດແຫ່ງ ສປປ ລາວ, ແຕ່ໄດ້ດໍາລົງຕໍາແໜ່ງພຽງ 1 ປີ ກວ່າເທົ່ານັ້ນ ກໍ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 21 ພະຈິກ 1992 ເຊິ່ງຖືວ່າເປັນໄລຍະອັນສັ້ນໃນການເຄື່ອນ ໄຫວວຽກງານຂອງເພິ່ນໃນຖານະເປັນປະທານປະເທດ ຢູ່ ຫໍຄໍາ.

ເພື່ອຈາລຶກເຖິງ ຫໍຄໍາ ອັນເປັນມູນເຊື້ອປະຫວັດສາດຂອງຊາດລາວເຮົາໃນເມື່ອກ່ອນທີ່ຖືກທໍາລາຍໄປແລ້ວ,​ ໃນປີ 1993, ທ່ານ ໜູຮັກ ພູມສະຫວັນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ກໍ່ໄດ້ມີທິດຊີ້ນໍາວ່າ ໃຫ້ມີການສະຫຼັກກາໝາຍຂອງຊາດ ພ້ອມໂຕໜັງສືລາວວ່າ ຫໍຄໍາ ຢູ່ເບື້ອງລຸ່ມຕັ້ງໄວ້ຢູ່ເທິງຫຼັງຄາຕຶກຫໍຄໍາໃໝ່.

ແຕ່ໃນໄລຍະປີ 1998 ເຖິງປີ 2006, ທ່ານ ຄໍາໄຕ ສີພັນດອນ, ປະທານຄະນະບໍລິຫານງານສູນກາງພັກ ໄດ້ຮັບເລືອກຕັ້ງເປັນປະທານປະເທດ ສປປ ລາວ ກໍ່ເຄີຍໄດ້ຕັ້ງບັນຫາໃຫ້ຫ້ອງວ່າການປະທານປະເທດຄົ້ນຄວ້າການປັບປຸງ ຫໍຄໍາ ໃຫ້ສາມາດຮອງຮັບແຂກຕ່າງປະເທດຂັ້ນປະມຸກລັດ ທີ່ມາຢ້ຽມຢາມ ແລະ ແຂກຂັ້ນສູງອື່ນໆ ທີ່ມາຢ້ຽມຂໍ່ານັບ ທີ່ນັບມື້ນັບເພີ່ມຂື້ນນັ້ນ ໃຫ້ມີຄວາມສະດວກ ແລະ ພຽບພ້ອມດີກວ່າເກົ່າ ເຊິ່ງທາງຫ້ອງວ່າການປະທານປະເທດ ກໍ່ໄດ້ພິຈາລະນາຮ່ວມກັບນັກສະຖາປາ ນິກ ເພື່ອອອກແບບມາສະເໜີ ແຕ່ກໍ່ໄດ້ຮັບການຊີ້ນໍາໃຫ້ຍາດແຍ່ງເອົາຄໍາເຫັນຈາກການນໍາຫຼາຍທ່ານຕື່ມ ເພື່ອໃຫ້ທິດຊີ້ນໍາໃນການອອກແບບໃຫ້ຈົບ ງາມ, ເໝາະສົມ ແລະ ໂດດເດັ່ນ.

ດັ່ງນັ້ນ, ມາເຖິງໄລຍະແຕ່ປີ 2006 ເຖິງປະຈຸບັນ ທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ກໍ່ໄດ້ສືບຕໍ່ໃຫ້ການຊີ້ນໍາກ່ຽວກັບຄວາມອາດສາມາດໃນການປັບປຸງ ຫໍຄໍາ ຕາມຮູບແບບທີ່ເໝາະສົມ.

ດັ່ງນັ້ນ, ຜ່ານການຄົ້ນ ຄວ້າຮ່ວມກັບຫຼາຍພາກສ່ວນກ່ຽວຂ້ອງ ຖ້າຈະມ້າງຕຶກທີ່ມີຮູບແບບຕາເວັນຕົກ ເຊິ່ງຫາກໍ່ນໍາໃຊ້ບໍ່ທັນເທົ່າໃດປີ ກໍ່ຈະເປັນການສີ້ນເປືອງ ແລະ ຖ້າຈະອອກແບບຕາມສະຖາປັດຕະຍາກໍາ ທີ່ມີເອກະລັກຂອງລາວຢ່າງສົມບູນແບບ ແລ້ວສ້າງຂື້ນ ໃໝ່ກໍ່ພົວພັນເຖິງທີ່ຕັ້ງ ແລະ ເນື້ອທີ່ດິນ ວ່າຈະເຮັດນ້ອຍໃຫ່ຍເທົ່າໃດນັ້ນຈະມີການພົວພັນກ່ຽວກັບບັນຫາງົບປະມານ ຫຼື ຖ້າຈະຮັກສາທັງຕຶກເກົ່າ ແລະ ສ້າງຕຶກ ໃໝ່ພ້ອມກັນ ກໍ່ຈະເຮັດໃຫ້ບໍລິເວນຂອບເຂດເນື້ອທີ່ດິນແຄບເຂົ້າ ແລະ ຈະບໍ່ມີເດີ່ນຈັດພິທີທາງການຮັບຕ້ອນແຂກ ລວມທັງສວນດອກໄມ້ ແລະ ຕົ້ນໄມ້ປະດັບ ທີ່ຄວນມີຢູ່ ທໍານຽບປະທານປະເທດ.

ມາເຖິງປີ 2011, ທ່ານປະທານປະເທດ ຈູມມາລີ ໄຊຍະສອນ ຈຶ່ງໄດ້ຮັບຮອງເອົາແບບ ອີງຕາມສະພາບຄວາມເປັນຈິງ ແລະ ຕົກລົງໃຫ້ຫ້ອງວ່າການປະທານປະເທດນໍາສະເໜີໂຄງການດັ່ງກ່າວຕໍ່ລັດຖະບານ ເຊິ່ງກໍ່ໄດ້ຮັບຮອງອະນຸມັດການຕໍ່ເຕີມ ແລະ ຂະຫຍາຍປຸກສ້າງ ຫໍຄໍາ ພ້ອມທັງຕຶກຫ້ອງວ່າການປະທານປະເທດ.

ໃນຕົວຈິງກ່ອນ ການອອກແບບ ຫໍຄໍາ ຫຼື ທໍານຽບປະທານປະເທດ ກໍ່ໄດ້ມີການທາບທາມຄໍາຄິດຄໍາເຫັນຂອງບັນດາພະສົງອົງຄະເຈົ້າເຊັ່ນ: ຄູບາອາຈານຊັ້ນນໍາຫຼາຍທ່ານລວມທັງຊ່ຽວ ຊານດ້ານສະຖາປັດຕະຍາກໍາ ແລະ ສິນລະປະກໍາ ເຊິ່ງກໍ່ໄດ້ເຫັນດີເຫັນພ້ອມກັນວ່າ ໃນຄວາມໝາຍຂອງຄໍາວ່າ “ຫໍ” ກໍຄວນຈະມີຈອມ ແລະ ຖ້າຮຽກວ່າ ຫໍຄໍາ ກໍຄວນຈະໃຫ້ມີຄໍາແທ້ເປັນສັນຍາລັກ ຢູ່ຍອດ ຫຼື ຈອມ ຕື່ມອີກ ຈຶ່ງຈະເພີ່ມຄວາມສະຫງ່າລາສີ.

ເນື່ອງຈາກວ່າການປັບປຸງບູລະນະ ຫໍຄໍາ ບໍ່ໄດ້ມີຈຸດປະສົງຈະມ້າງຕຶກເກົ່າ ແລະ ສ້າງຕຶກໃໝ່ແທນທີ່ ດ້ວຍເຫດຜົນທີ່ກ່າວມານັ້ນ, ແຕ່ຫາກວ່າຕ້ອງຮັກສາຕຶກເກົ່າ ແລະ ໃຫ້ເພີ່ມສີສັນ ແລະ ສະຖາປັດຕະຍາກໍາຂອງລາວເສີມໃສ່ໃຫ້ມີເອກະລັກສະ ເພາະຊົງລາວ ໂດຍການປະສົມປະສານກັນລະຫວ່າງ ສະຖາປັດຕະຍາກໍາຂອງຕາເວັນຕົກທີ່ມີຢູ່ແລ້ວ ກັບຂອງລາວສະໄໝໃໝ່ໃຫ້ກົມກຽວກັນ, ດັ່ງນັ້ນ ທ່ານປະທານປະເທດ ຈູມມາລີ ໄຊຍະສອນ ຈຶ່ງໄດ້ຊີ້ນໍາໃຫ້ມີການແລກປ່ຽນຄໍາຄິດຄໍາເຫັນກັບຫຼາຍພາກສ່ວນກ່ຽວຂ້ອງ ດ້ານການອອກແບບ ແລະ ການກໍ່ສ້າງ ເຊັ່ນ:

ບັນດານັກສະຖາປານິກ ແລະ ວິສະວະກອນກໍ່ສ້າງ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ສະມາຄົມນັກສະຖາປານິກ ແລະ ວິສາວະກອນກໍ່ສ້າງລວມທັງພາກສ່ວນບໍລິສັດທີ່ປຶກ ສາ ແລະ ກໍ່ສ້າງຈໍານວນໜຶ່ງ ເຊິ່ງຖືວ່າເປັນຊ່ຽວຊານ ແລະ ວິຊາການຊັ້ນຍອດດ້ານສະຖາປັດຕະຍະກໍາຂອງລາວ. ອັນສໍາຄັນນັ້ນຄືການໃສ່ຈອມ ແລະ ການຮັບປະ ກັນ ນໍ້າໜັກສິ່ງທີ່ຕໍ່ເຕີມເບື້ອງເທິງຂອງຕຶກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ເວບໄຊຫ້ອງວ່າການປະທານປະເທດ