ຫຼວງພະບາງ ປະ​ຊຸມຫາ​ທາງ​ອອກເພື່ອ​ແກ້​ບັນ​ຫາ​ກ່ຽວ​ກັບ​ຮ້ານ​ກິນ​ດືມ

SA Game

ພາບ: allinlaos.com

ກອງປະຊຸມປືກສາຫາລືກ່ຽວກັບການຄຸ້ມຄອງ ຮ້ານກິນດື່ມ, ຮ້ານບັນເທິງຄາລະໂອເກະ ທີ່ຫຼວງພະບາງ.

ວັນທີ 20 ສິງຫາ 2020 ນີ້, ຢູ່ຫ້ອງປະຊຸມພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບການຄຸ້ມຄອງຮ້ານອາຫານ, ຮ້ານກິນດືມ, ຮ້ານບັນເທິງຄາລະໂອເກະ, ໂດຍການເປັນປະທານຂອງທ່ານ ປອ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງແລະພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເປັນການປືກສາຫາລືຮ່ວມກັນຂອງຄະນະສະເພາະກິດເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານການລົງຕິດຕາມກວດກາບັນດາຮ້ານອາຫານ, ຮ້ານກິນດືມ, ຮ້ານບັນເທິງຄາລະໂອເກະ ໃນຊ່ວງໄລຍະທີ່ດຳເນີນມາດຕະການການປ້ອງກັນ, ຄວມຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ໃນ 4 ເດືອນຜ່ານມາ, ມີຂໍ້ດີ, ຂໍ້ຫຍຸ້ງຍາກແນວໃດ ແລະ ຍັງມີບັນຫາໃດທີ່ຄວນຈະນຳສະເໜີຕໍ່ຂັ້ນເທິງມີຄຳເຫັນແນະນຳຕື່ມໃນການລົງຈັດປະຕິບັດຕົວຈິງໃນຕໍ່ໜ້າ.

SA Game
ພາບ: allinlaos.com

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດລົງຕິດຕາມກວດກາຮ້ານອາຫານ, ຮ້ານກິນດືມ, ຮ້ານບັນເທິງຄາລະໂອເກະ ໃນໄລຍະ 4 ເດືອນ(5-8/ 2020) ຜ່ານມາຂອງຄະນະສະເພາະກິດ ໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຫຍຸ້ງຍາກ ແລະ ຂໍສະເໜີຈຳນວນໜື່ງ, ຜ່ານການລົງຕິດຕາມກວດກາໃນ 4 ເດືອນຜ່ານມາມີທັງໝົດເກືອບ 20 ຄັ້ງ.

ຈາກນັ້ນຜູ້ເຂົ້າຮ່ວມໄດ້ພັດປ່ຽນກັນປະກອບຄຳເຫັນຢ່າງກົງໄປກົງມາ ແລະ ຈະສຸມໃສ່ການປະຕິບັດຕາມມາດຕະການຜ່ອນຜັນ ທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ. ແລະ ທາງ ທ່ານຫົວຫນ້າພະແນກ ຖວທ ຍັງໄດ້ຊີ້ນຳຢ່າງເດັດຂາດວ່າ ທຸລະກິດບັນເທິງແລະຮ້ານກິນດຶ່ມທີ່ຂັ້ນໃດຄຸ້ມຄອງກໍ່ຕາມ ແມ່ນໃຫ້ປິດບໍລິການ ຕາມການແຈ້ງຂອງພະແນກ ຖວທ ກໍ່ຄື ການປະຕິບັດຕາມຄຳສັ່ງແນະນຳຂອງຄະນະສະເພາະກິດຂັ້ນສູນກາງ

ແລະ ມອບໃຫ້ເຈົ້າຫນ້າທີ່ ໃຊ້ມາດຕະການຢ່າງເດັດຂາດ ຕໍ່ຫົວຫນ່ວຍທຸລະກິດທີ່ລະເມີດແລະ ໂດຍອີງໃສ່ສະພາບປະຈຸບັນຕ້ອງໄດ້ແນະນຳໃຫ້ຜູ້ປະກອບການຖືເອົາໄລຍະການຜ່ອນຜັນນີ້ ປັບປຸງທຸລະກິດຂອງຕົນເອງໃຫ້ດີຂື້ນ, ໃຫ້ໄດ້ຕາມມາດຕະຖານການບໍລິການ ໂດຍສະເພາະຮ້ານອາຫານແລະຮ້ານບັນເທີງ ທີ່ຍັງບໍ່ໄດ້ຕາມມາດຕະຖານທີ່ກຳນົດໄວ້ໃນດຳລັດວ່າດ້ວຍການບັນເທິງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: allinlaos.com