ຫັດ​ຖະ​ກຳ ຕ່ຳ​ຫູກ​ທໍ​ໄໝ ມໍ​ລະ​ດົກ​ທີ່​ເປັນ​ເອ​ກະ​ລັກ​ຂອງນ​ຊາດ​ລາວ

SA Game

ອີນ​ໄຊ​ລາວ

​ຮູ້​ຈັກ ວັດທະນະທໍາລາວ ຜ່ານ “ແຜ່ນແພ” ທີ່​ເປັນ​ເອ​ກະ​ລັກ ແລະ ມໍລະດົກອັນລໍ້າຄ່າຂອງຊາດລາວ.

ຫາກ​ຈະ​ເວົ້າ​ເຖິງ ຫັດຖະກຳ ຕໍ່າຫູກແລ້ວ ແມ່ນຕິດພັນກັບວິຖີຊິວີດຂອງຄົນລາວມາແຕ່ດຶກດໍາບັນ ແລະ ໄດ້ຖ່າຍທອດຈາກບັນພະບຸລຸດຂອງລາວເຮົາຈາກ ລຸ້ນສູ່ລຸ້ນ,  ແພພື້ນເມືອງລາວ ແມ່ນໃຊ້ເປັນ ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ປະຈໍາຄອບຄົວ ທີ່ປະຕິບັດມາຕັ້ງແຕ່ບູຮານນະການ, ແຕ່​ລະ​ຂົງ​ເຂດ ແຕ່​ລະ​ພາກ​ຂອງ​ປະ​ເທດ​ລາວ​ກໍ​ມີ​ເອ​ກະ​ລັກ​ທີ່​ສວຍ​ງາມ ແລະ ແຕກ​ຕ່າງ​ກັນ​ໄປ.

ສິນລະປະບູຮານອັນລຶກລັບຂອງຊົນຊາດລາວດັ່ງກ່າວນີ້ ໄດ້ແອບແຝງໄປຢູ່ກັບການດໍາລົງຊິວີດຮີດຄອງປະເພນີ ວັດທະນາທໍາລາວ ແລະ ສາສະໜາ ມາຈົນຮອດທຸກວັນນີ້. ເພາະສະນັ້ນລວດລາຍ ສີສັນ ການອອກແບບດອກດວງ ພື້ນເມືອງບູຮານ ອັນເປັນມະໂນພາບຂອງນັກຕໍ່າຫູກແຕ່ລະຄົນ ໄດ້ສະແດງອອກມາໃນຄວາມງາມ ທີ່ສະລັບຊັບຊ້ອນ ໂດຍເຄື່ອງຈັກສະໄໝໃໝ່ບໍ່ສາມາດແກະກາຍໄດ້ ນອກຈາກຜູ້ມີຄວາມຊ່ຽວຊານເທົ່ານັ້ນ.

SA Game
ອີນ​ໄຊ​ລາວ

ໂດຍຂະບວນການ ຍ້ອມສີ ການຕໍ່າຫູກ ແລະ ການແກະລວດລາຍ ແມ່ນຈະແຕກຕ່າງກັນໄປຕາມແຕ່ລະທ້ອງຖີ່ນ ແຕ່ທັງໝົດລ້ວນແຕ່ອີງໃສ່ ທໍາມະຊາດ ວັດທະນະທໍາ ແລະ ຄວາມເຊື່ອຂອງຄົນລາວ. ຜ້າແຕ່ລະຜືນແມ່ນໃຊ້ເວລາໃນການຕໍ່າ ແມ່ນຂື້ນກັບລວດລາຍ ແລະ ຄວາມເອົາໃຈໃສ່ຂອງຜູ້ຕໍ່າ. ການຕໍ່າຫູກໃນປັດຈຸບັນແມ່ນ ບໍ່ຟົດຟື້ນຄືແຕ່ກ່ອນ ມູນເຊື້ອອັນດີງາມຈະສູນຫາຍໄປຕາມການເວລາ ຖ້າຄົນລາວບໍ່ອະນຸລັກ ຮັກສາໄວ້

ພິພີຕະພັນ ຜ້າໄໝລາວ ( Lao Textile Museum ) ເປັນສະຖານທີ່ໜື່ງ ທີ່ໄດ້ລວມເອົາຜ້າໄໝບູຮານລາວ ແລະ ຍັງຮັກສາມູນເຊື້ອການຕໍ່າຜ້າແບບດັ້ງເດີມເອົາໄວ້ ເພື່ອໃຫ້ລູກຫຼານລາວ ໄດ້ເຫັນເຖິງຂັ້ນຕອນວິທີການຍ້ອມຜ້າ ຕໍ່າຫູກແບບລາວໆ.

SA Game
ອີນ​ໄຊ​ລາວ

3 ຜູ້ກໍ່ຕັ້ງພິພີຕະພັນ ຜ້າໄໝລາວ

ທ່ານ ຫານຊະນະ ສີສານ ຜູ້ກໍ່ຕັ້ງ ພິພີຕະພັນ ຜ້າໄໝລາວ ໄດ້ກ່າວວ່າ: ພວກຂ້າພະເຈົ້າໄດ້ເລີ່ມສ້າງ ພິພີຕະພັນ, ທຳອິດແມ່ນ ເພຶ່ອຢາກອະນຸຮັກມໍລະດົກທາງດ້ານວັດທະນະທຳຂອງລາວເຮົາໄວ້, ໂດຍສະເພາະແມ່ນການອະນຸຮັກ ການຕໍ່າຜ້າພື້ນເມືອງແບບດັ່ງເດີມຂອງລາວເຮົາ ແລະ ຕົກມາໃນປີ 2003 ພວກຂ້າພະເຈົ້າໄດ້ເປີດພິພີຕະພັນຜ້າໄໝລາວເປັນເຮືອນໄມ້ສະຖາປັດຕະຍະກຳແບບລາວ ເຮັດເປັນຫ້ອງວາງສະແດງ ຜ້າໄໝບູຮານອາຍຸຫຼາຍຮ້ອຍປີຂອງຫຼາຍຊົນເຜົ່າ, ສູນວັດທະນະທຳ ລາວ-ຢີ່ປຸ່ນ, ສ້າງສູນສອນເຮັດອາຫານລາວ, ສ້າງໂຮງຮຽນຕໍ່າຫູກ. ປັດຈຸບັນນີ້ ພິພີຕະພັນ ໄດ້ກາຍມາເປັນ ແຫຼ່ງທ່ອງທ່ຽວ ທາງດ້ານວັດທະນະທໍາ ແລະ ສະຖານທີ່ສຶກສາຮຽນຮູ້ກ່ຽວກັບຜ້າພື້ນເມືອງລາວ

SA Game
ອີນ​ໄຊ​ລາວ

ທ່ານ ນາງ ສຸພັດຕຣາ ສີສານ ໄດ້ບອກກັບເຮົາວ່າ: ນອກຈາກນີ້ແລ້ວ ພວກຂ້າພະເຈົ້າ ຍັງມີການສາທິດການຕໍ່າຜ້າ, ການຍ້ອມຜ້າ ດ້ວຍສີທຳມະຊາດນຳອີກ ໂດຍພວກເຮົາຈະມີການຍ້ອມຢູ່ສອງແບບຄື: ແບບຮ້ອນ ແລະ ແບບເຢັນ. ສີທີ່ໄດ້ແມ່ນໄດ້ຈາກຕົ້ນໄມ້ຢູ່ບ້ານເຮົາ ເປັນຕົ້ນແມ່ນ: ໃບຄາມ ໃບຫ້ອມ ເພື່ອໃຫ້ໄດ້ສີຟ້າ ຫຼື ສີຄາມ ເປຶອກໝາກພ້າວແຫ້ງ ເພື່ອໃຫ້ໄດ້ສີນໍ້າຕານອ່ອນ ຕົ້ນໝາກມີ້ ເພື່ອໃຫ້ໄດ້ສີເຫຼືອງ ໄມ້ຝາງແດງ ເພື່ອໃຫ້ໄດ້ສີແດງ ແລະ ອື່ນໆ

SA Game
ອີນ​ໄຊ​ລາວ

ການຍ້ອມສີແບບເຢັນ

ພິພີຕະພັນ ຜ້າໄໝລາວ ຕັ້ງຢູ່ ບ້ານ ໜອງທາໃຕ້, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ເປີດບໍລິການທຸກໆວັນ ແຕ່ເຊົ້າ 09:00 ໂມງຫາ 16:00 ໂມງ

ເປືອກໄມ້ຕ່າງໆທີ່ນໍາມາຍ້ອມສີຜ້ແບບຮ້ອນ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອີນ​ໄຊ​ລາວ.