ຫລວງ​ພ​ະ​ບາງ​ຈຳ​ກັດ​ໃນ​ການ​ຫລິ້ນ​ກິດ​ຈະ​ກຳ​ປີ​ໃໝ່​ລາວ​ທີ່​ຈະ​ມາ​ເຖິງ​ນີ້

SA Game

ພາບ​: laoedaily.com.

ຫຼວງພະບາງ ​ອອກແຈ້ງ​ການຫ້າມຈັດຫຼາຍຢ່າງ ໃນບຸນປີໃໝ່ລາວ ພສ 2564 ນີ້.

ເນື່ອງຈາກສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ຊຸມຊົນຕ່າງໆ ໃນຂອບເຂດທົ່ວໂລກ ກໍ່ຄືປະເທດໃກ້ຄຽງ ຍັງສືບຕໍ່ລະບາດໃນລະດັບຕ່າງໆ, ສະນັ້ນ ໃນການຈັດຕັ້ງສະຫຼອງປີໃໝ່ນີ້ ທົ່ວປວງຊົນລາວບັນດາເຜົ່າ ຕ້ອງໄດ້ສືບຕໍ່ປະຕິບັດມາດຕະການຕ່າງໆໃນການປ້ອງກັນການແຜ່ລະບາດພະຍາດດັ່ງກ່າວ ທີ່ລັດຖະບານໄດ້ວ່າງອອກໃນແຕ່ລະໄລຍະຜ່ານມາດ້ວຍຄວາມເປັນເຈົ້າການ

ດ້ວຍ​ເຫດ​ນັ້ນຫ້ອງວ່າການປົກຄອງແຂວງຫຼວງພະບາງ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 230/ຫວຂ ຫຼບ ລົງວັນທີ 26 ມີນາ 2021 ກ່ຽວກັບ ການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 (ຄສ 2021)ທີ​ຈະ​ມາ​ເຖິງ​ໃນ​ມໍໆ​ນີ້,  ໂດຍ​ມີ​ຫລາຍ​ກິດ​ຈະ​ກຳ ແລະ ຮີດ​ຄອງ​ປະ​ເພ​ນີ​ທີ່​ໃຫ້​ປະ​ຕິ​ບັດ ແລະ ເອົາໃຈໃສ່ບາງຈຸດສຸມຕົ້ນຕໍດັ່ງນີ້:

SA Game
ພາບ​: laoedaily.com.

 

  1. ກຳນົດວັນພັກສະຫຼອງປີໃໝ່ ໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແຕ່ວັນທີ 14, 15 ແລະ 16 ເມສາ 2021.
  2. ການຈັດຕັ້ງສະຫຼອງບຸນປີໃໝ່ລາວ ໃຫ້ປະຕິບັດໃນຂອບຮີດຄອງປະເພນີ ແລະ ຂະນົບທຳນຽມອັນດີງາມ ເຊິ່ງຈັດຂຶ້ນຢູ່ພາຍໃນຄອບຄົວ, ສຳນັກງານ, ອົງການ, ວັດວາອາຮາມ ແລະ ສະຖານທີ່ສັກກະລະບູໍາຕ່າງໆ (ການບາສີສູ່ຂວັນ, ການສົງພະຕ່າງໆ).
  3. ກິດຈະກຳທີ່ບໍ່ໃຫ້ດຳເນີນໃນຊ່ວງໄລຍະປີໃໝ່ມີ: ການສະແດງສິລະປະດົນຕີຢູ່ຕາມວັດວາອາຮາມ, ສະຖານທີ່ສາທາລະນະຕ່າງໆ ລວມທັງຢູ່ຕາມຫາດ (ແຄມນໍ້າ); ການຫົດນໍ້າກັນດ້ວຍນໍ້າເປື້ອນ, ນໍ້າສີ ຫຼື ນຳໃຊ້ພາຫະນະ, ອຸປະກອນອື່ນໆ ເພື່ອຫົດນໍ້າຄົນອື່ນ ຢູ່ຕາມຫົນທາງ ແລະ ສະຖານທີ່ຕ່າງໆ; ງານສະແດງດົນຕີ (ຄອນເສີດ), ງານປະກວດນາງສັງຂານ, ແຫ່ນາງສັງຂານ, ການຈັດງານຕະຫຼາດນັດ (ຍົກເວັ້ນຢູ່ຕາມສະຖານທີ່ ທີ່ລັດໄດ້ກຳນົດໄວ້).SA Game

    ພາບ​: laoedaily.com.

  4. ມອບໃຫ້ອົງການປົກຄອງທຸກຂັ້ນສົມທົບກັບກຳລັງປ້ອງກັນອາວຸດຂັ້ນຕົ້ນ ເພີ່ມທະວີລາດຕະເວນຢູ່ຕາມບໍລິເວນຊາຍແດນ, ເຄື່ອນໄຫວເວນຍາມຕາມສຳນັກງານ-ອົງການ ແລະ ຕາມບ້ານຊ່ອງຕ່າງໆ, ຕິດຕາມຄົນເຂົ້າອອກດ່ານຢ່າງເຄັ່ງຄັດ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ.
  5. ມອບໃຫ້ກອງບັນຊາການ ປກສ ແຂວງສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເຝົ້າລະວັງຮອງສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕ້ານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ໃນສັງຄົມໃຫ້ທັນການ.
  6. ໃຫ້ຄະນະສະເພາະກິດສະກັດກັ້ນ ແລະ ປ້ອງກັນໂຄວິດ-19 ແຕ່ລະຂັ້ນ ສືບຕໍ່ປະຕິບັດໜ້າທີ່ຕົນດ້ວຍມາດຕະການຕ່າງໆ ເພື່ອແນໃສ່ຮັບປະກັນບໍ່ໃຫ້ມີການແຜ່ລະບາດພະຍາດໂຄວິດ-19 ໃນໄລຍະສະຫຼອງປີໃໝ່ນີ້ຢ່າງເດັດຂາດ.SA Game

    ພາບ​: laoedaily.com.

  7. ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສົມທົບກັບພາກສ່ວນກ່ຽວຂ້ອງ ຄຸ້ມຄອງລາຄາສິນຄ້າໃຫ້ມີຄວາມໝັ້ນທ່ຽງ ແລະ ປົກກະຕິ, ເດັດຂາດບໍ່ໃຫ້ຜູ້ປະກອບການຕ່າງໆ ສວຍໃຊ້ຊ່ອງວ່າງ ເພື່ອຂຶ້ນລາຄາສິນຄ້າທຸກປະເພດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la