ສ​ປ​ປ ລາວ ມີ​ນັກ​ທ່ອງ​ທ່ຽວ​ຈາກ 5 ປະ​ເທດ​ທີ່​ເຂົ້າ​ມາ ຫຼັງເປີດ​ຮັບ​ນັກ​ທ່ອງ​ທ່ຽວ

SA Game

ເຮຮາການເງິນ

ນັກ​ທ່ອງ​ທ່ຽວ​ເກົາຫຼີ​ເຂົ້າ​ມາ ລາວ ຫຼາຍ​ທີ່​ສຸດ​ໃນ​ບັນ​ດາ 5 ປະ​ເທດ​ທີ່ເຂົ້າມາ​ລາວ

ຖື​ວ່າ​ຍັງ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ຈ່ຳ​ນວນ​ໜຶ່ງ, ນັບແຕ່ລັດຖະບານເລີ່ມທົດລອງເປີດຮັບນັກທ່ອງທ່ຽວຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ໄລຍະທີ 1, ສະເພາະຢູ່ນະຄອນຫລວງວຽງຈັນ ແຕ່ວັນທີ 1 ມັງກອນ ຫາ ວັນທີ 9 ກຸມພາ 2022 ນີ້ ມີ 4 ບໍລິສັດນໍານັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວ ທັງໝົດ 84 ຄົນ, ໃນນີ້ ຫລາຍກວ່າໝູ່ແມ່ນນັກທ່ອງທ່ຽວຈາກ ສ.ເກົາຫລີ, ນອກຈາກນັ້ນ ແມ່ນນັກທ່ອງທ່ຽວຈາກຟິລິບປິນ, ໂຮນລັງ, ໄທ, ຍິ່ປຸ່ນ ແລະ ຄົນລາວທີ່ໄປອາໄສຢູ່ຕ່າງປະເທດ.

ທ່ານ ນາງ ວິໄລວອນ ຈັນທະລາຕີ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ນັກທ່ອງທ່ຽວຕ່າງປະເທດທັງ 84 ຄົນ ໄດ້ປະຕິບັດຕາມມາດຕະຖານລາວເຊັບ ( Lao Safe ) ກໍຄື ການປະຕິບັດຕາມທຸກຂັ້ນຕອນໃນການເຂົ້າມາລາວຕາມທີ່ລັດຖະບານລາວກໍານົດ ເປັນຕົ້ນ: ການກວດຫາເຊື້ອພະຍາດໂຄວິດ-19 ກ່ອນເດີນທາງເຂົ້າມາລາວ 72 ຊົ່ວໂມງ, ເມື່ອເຂົ້າມາລາວຕ້ອງລໍຖ້າຜົນກວດຫາເຊື້ອພະຍາດໂຄວິດ-19 ພາຍໃນ 48 ຊົ່ວໂມງ ແລະ ອື່ນໆ

SA Game
ເຮຮາການເງິນ

ເຊີ່ງເຂົາເຈົ້າໄດ້ພັກເຊົາຢູ່ພາຍໃນ 40 ໂຮງແຮມທີ່ມີເງື່ອນໄຂຮັບນັກທ່ອງທ່ຽວຕ່າງປະເທດທີ່ກໍານົດໄວ້ ແລະ ທ່ອງທ່ຽວຕາມລາຍການທີ່ບໍລິສັດນໍາທ່ຽວກໍານົດໄວ້ໃນເບື້ອງຕົ້ນ ໂດຍສາມາດທ່ອງທ່ຽວໄດ້ພາຍໃນສະຖານທີ່ທ່ອງທ່ຽວສີຂຽວທີ່ກໍານົດໄວ້ ຄື: ທາດຫລວງ, ຫໍພະແກ້ວ, ວັດສີສະເກດ, ຫໍຫລັກເມືອງ, ວັດສີເມືອງ, ສວນວັດທະນະທໍາຊຽງຄວນ, ນໍ້າປຽນຢໍລະປາ, ພິພິດຕະພັນສິລະປະລາວສະໄໝ ແລະ ສວນພຶກສາ.

SA Game
ເຮຮາການເງິນ

ຜ່ານການທົດລອງເປີດຮັບນັກທ່ອງທ່ຽວຕ່າງປະເທດໃນເຂດທ່ອງທ່ຽວສີຂຽວຢູ່ ນະຄອນຫລວງວຽງຈັນ ໃນໄລຍະ 1 ເດືອນກວ່າຜ່ານມານີ້ ເຖີງວ່າມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວ 84 ຄົນ ແຕ່ນີ້ຖືເປັນສັນຍານທີ່ດີທີ່ບົ່ງບອກວ່າໃຫ້ຮູ້ວ່ານັກທ່ອງທ່ຽວຕ່າງປະເທດຍັງຕ້ອງການເຂົ້າມາທ່ອງທ່ຽວລາວຢູ່. ສ່ວນຄວາມຫຍຸ້ງຍາກທີ່ພົບແມ່ນບັນຫາການກວດຫາເຊື້ອພະຍາດໂຄວິດ-19 ນໍານັກທ່ອງທ່ຽວຕ່າງປະເທດ ເຊີ່ງເບື້ອງຕົ້ນກໍານົດ 24 ຊົ່ວໂມງ ແຕ່ເຮັດບໍ່ໄດ້ຈິ່ງຈໍາເປັນຕ້ອງເພີ່ມເປັນ 48 ຊົ່ວໂມງ ເຮັດໃຫ້ນັກທ່ອງທ່ຽວເສຍເວລາ ແລະ ມີການຈົ່ມວ່າເລັກນ້ອຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: FM 90.