ສາຍເຫດທີ່ເງິນກີບອ່ອນຄ່າຕໍ່ເນື່ອງຍ້ອນການແຂງຄ່າຂອງເງິນໂດລາຢູ່ສາກົນ

SA Game

thankhao.com

ບັນຫາເງິນກີບ ຍັງເໜັງຕີງ-ອ່ອນຄ່າຕໍ່ເນື່ອງ ຍ້ອນການແຂງຄ່າຂອງເງິນໂດລາຢູ່ສາກົນ

ຫລາຍໆທ່ານຍັງຄົງຕ້ອງເຈັບຫົວຍ້ອນຄ່າເງິນກີບອ່ອນຄ່າແຮງ, ປັດຈຸບັນ ອັດຕາແລກປ່ຽນ ຫລື ຄ່າເງິນກີບ ໂດຍລວມໄດ້ມີການເໜັງຕີງໃນທິດ ທາງທີ່ອ່ອນຄ່າຕໍ່ເນື່ອງ ໃນຈັງຫວະແຮງ ແລະ ມີຄວາມແຕກໂຕນລະຫວ່າງ ອັດຕາແລກປ່ຽນຂອງທະນາ ຄານ ແລະ ຕະຫລາດນອກລະບົບ; ໃນນີ້, ອັດຕາແລກປ່ຽນໄດ້ມີການເໜັງຕີງແຮງຫລາຍ ນັບແຕ່ໄລຍະທ້າຍເດືອນມີນາ 2022.

ສາເຫດທີ່ພາໃຫ້ເກີດສະພາບດັ່ງກ່າວ ແມ່ນເກີດຈາກປັດໄຈພາຍນອກ ການແຂງຄ່າຂອງເງິນໂດລາຢູ່ສາກົນ, ການເພີ່ມຂຶ້ນສູງຫລາຍຕໍ່ເນື່ອງຂອງລາຄາຄໍາ, ລາຄານໍ້າມັນ ແລະ ທ່າອ່ຽງ ການເພີ່ມຂຶ້ນຂອງອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ ໃນຂົງເຂດເສດຖະກິດສຳຄັນຂອງໂລກ ແລະ ພາກພື້ນ.
ທ່ານ ສອນໄຊ ສິດພະໄຊ ຜູ້ວ່າທະນາຄານແຫ່ງສປປ ລາວ ໄດ້ລາຍງານຕໍ່ກອງປະ ຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022ວ່າ:
ສຳລັບປັດໄຈພາຍໃນ ແມ່ນພື້ນຖານເສດຖະກິດພາຍໃນຍັງບອບບາງ ແລະ ຍັງຢູ່ໃນໄລຍະຟື້ນຕົວ, ລາຍຮັບທີ່ເປັນເງິນຕາຕ່າງປະເທດມີຈຳກັດ ແຕ່ພັນທະໃນການຊຳລະໃຫ້ຕ່າງປະເທດມີສູງຕໍ່ເນື່ອງ;
SA Game
thankhao.com
ການຈັດຕັ້້ງປະ ຕິບັດນະ ໂຍບາຍ ແລະ ມາດຕະການດ້ານການຄຸ້ມ ຄອງເງິນຕາຕ່າງປະເທດ ຂອງທຸກພາກສ່ວນກ່ຽວ ຂ້ອງ ຍັງບໍ່ທັນກົມກຽວ ຮອບດ້ານ ແລະ ການປະຕິບັດລະບຽບກົດໝາຍ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ ສົ່ງຜົນໃຫ້ຍັງມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະ ເງິນລົງທຶນ ຈາກຕ່າງປະເທດ ຈໍານວນຫລາຍຍັງບໍ່ທັນເຂົ້າມາປະເທດ ຕາມລະບຽບການ,
ຍັງມີການເຄື່ອນໄຫວທຸລະກໍາທີ່ຕິດພັນກັບເງິນຕາຕ່າງປະເທດ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໜ້ອຍກວ່າທີ່ຄວນຈະເປັນ, ສົ່ງຜົນກະທົບຕໍ່ປະລິມານການສະໜອງເງິນຕາຕ່າງປະເທດຂອງລະບົບທະນາຄານ ໃນສະ ພາບທີ່ລາຄາສິນຄ້ານຳເຂົ້າທີ່ຈຳເປັນຕໍ່ການດຳລົງຊີວິດ ໄດ້ເພີ່ມຂຶ້ນສູງຫລາຍ ນອກເໜືອຈາກພັນທະໜີ້ສິນຕໍ່ຕ່າງປະເທດ,
ໃນ 5 ເດືອນຕົ້ນປີ 2022, ເຖິງແມ່ນວ່າຕົວເລກມູນຄ່າດູນການຄ້າດ້ານສິນຄ້າຂອງ ສປປ ລາວ ໄດ້ເກີນດູນຢູ່ໃນລະດັບເກືອບ 548,93 ລ້ານໂດລາ ດີກວ່າໄລຍະດຽວກັນຂອງປີຜ່ານມາ 9,62%, ແຕ່ໃນນີ້ມີພຽງແຕ່ 32% ຂອງມູນຄ່າການສົ່ງອອກ ເທົ່ານັ້ນ ທີ່ໄດ້ໂອນເຂົ້າມາປະເທດຜ່ານລະບົບທະນາຄານ;
ໃນຂະນະທີ່ 92% ຂອງມູນຄ່າການນໍາເຂົ້ານັ້ນ ແມ່ນໄດ້ມີ ການໂອນອອກຜ່ານລະ ບົບທະນາຄານ ເຮັດໃຫ້ພວກເຮົາໄດ້ປະເຊີນກັບສະ ພາບການມີກະແສເງິນອອກປະເທດ ຜ່ານລະບົບທະນາຄານ ຫລາຍກວ່າມີກະແສເງິນເຂົ້າປະເທດຜ່ານລະບົບທະນາຄານ ໃນລະດັບທີ່ສູງ.
ສະພາບດັ່ງກ່າວ ໄດ້ສົ່ງຜົນກະທົບເຮັດໃຫ້ທະນາຄານທຸລະກິດ ສາມາດເກັບຊື້ເງິນຕາຕ່າງປະເທດໄດ້ໜ້ອຍກວ່າລະດັບທີ່ຄວນຈະເປັນ ຫລື ໜ້ອຍກວ່າມູນຄ່າການສົ່ງອອກ ແລະ ມູນຄ່າການລົງທຶນຈາກຕ່າງປະເທດຫລາຍ ແຕ່ຄວາມຮຽກຮ້ອງຕ້ອງການເງິນຕາຕ່າງປະເທດຂອງທົ່ວສັງຄົມ ເພື່ອການຊຳລະສະສາງກັບຕ່າງປະເທດຍັງສືບຕໍ່ຢູ່ໃນລະດັບສູງ ແລະ ເພີ່ມຂຶ້ນຕໍ່ເນື່ອງ.
ທ່ານ ສອນໄຊ ສິດພະໄຊ ໄດ້ກ່າວວ່າ:
ສະພາບຄວາມກັງວົນຕໍ່ຄວາມບໍ່ແນ່ນອນຢູ່ຕະຫລາດສາກົນ ແລະ ຕໍ່ສະພາບຄ່ອງດ້ານເງິນຕາຕ່າງປະເທດຂອງລະບົບທະນາຄານ ໄດ້ສົ່ງຜົນກະທົບຕໍ່ສະພາບຈິດໃຈ ຕໍ່ຈິດຕະສາດຂອງສັງຄົມຫລາຍ ພາໃຫ້ເກີດມີສະພາບທີ່ບໍ່ຊຸກຍູ້ຄວາມເຂັ້ມແຂງຂອງຄ່າເງິນຂອງຊາດຈຳນວນໜຶ່ງ ເປັນຕົ້ນການຂົນຂວາຍຊອກຊື້ເງິນຕາຕ່າງປະເທດເກີນຄວາມຈຳເປັນ, ກັກຕຸນເງິນຕາຕ່າງປະເທດ, ກຳນົດ ແລະ ຊື້-ຂາຍ ເງິນຕາແບບບໍ່ຖືກຕ້ອງຕາມກົດໝາຍໃນອັດຕາແລກ ປ່ຽນທີ່ອ່ອນຄ່າຫລາຍຕໍ່ເນື່ອງ ເກີນລະດັບດຸນຍະພາບດ້ານເສດຖະກິດ-ເງິນຕາ ທີ່ຄວນຈະເປັນ ໂດຍສະເພາະ ໃນໄລຍະທີ່ສະພາບລາຄານໍ້າມັນເຊື້ອໄຟສູງຂຶ້ນຫລາຍຕໍ່ເນື່ອງ ແລະ ການສະໜອງນໍ້າມັນເຊື້ອໄຟຢູ່ພາຍໃນປະເທດບໍ່ປົກກະຕິ ຍິ່ງເຮັດໃຫ້ຄວາມຕ້ອງການຖືຄອງເງິນຕາຕ່າງປະເທດເພີ່ມຂຶ້ນ ສ້າງແຮງກົດດັນໃຫ້ອັດຕາແລກ ປ່ຽນຍິ່ງອ່ອນຄ່າ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio