ສະຫລອງວັນເດັກນ້ອຍສາກົນທີ່​ໂຮງ​ຮຽນອະນຸບານ ກະຊວງສາທາ

SA Game

ວຽງຈັນໃໝ່

ອະນຸບານ ກະຊວງສາທາ ສະແດງສິລະປະ ແລະ ແຂ່ງຂັນກິລາກິດຈະກຳ​ເພື່ອສະຫລອງວັນເດັກນ້ອຍສາກົນ

ເນື່ອງ​ໃນ​ໂອ​ກາດ​ວັນ​ເດັກ​ນ້ອຍ​ສາ​ກົນ, ໂຮງຮຽນອະນຸບານ ກະຊວງສາທາລະນະສຸກ ໄດ້ຈັດຫລາຍກິດຈະກຳ ເປັນຕົ້ນ, ສະແດງສິລະປະ, ແຂ່ງຂັນກິລາ, ພ້ອມທັງ ມອບໃບຢັ້ງຢືນໃຫ້ນັກຮຽນທີ່ຈົບຊັ້ນອະນຸ ບານ 3 ແລະ ອື່ນໆ ເພື່ອສະເຫລີມສະຫລອງວັນເດັກນ້ອຍສາກົນ (1 ມິຖຸນາ) ໂດຍມີທ່ານນາງ ສີສົມພອນ ນວນຜາລີ ຜູ້ອຳນວຍການໂຮງຮຽນອະນຸບານ ກະຊວງສາທາລະນະສຸກ, ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງສາທາລະນະສຸກ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານນາງ ສີສົມພອນ ນວນຜາລີ ໄດ້ມີຄຳເຫັນວ່າ: ການສະເຫລີມສະຫລອງວັນເດັກນ້ອຍສາກົນ ໃນປີນີ້, ຈັດຂຶ້ນພາຍໃຕ້ຄຳຂວັນ “ສ້າງອະນາຄົດທີ່ດີກວ່າເພື່ອເດັກທຸກຄົນ” ເຊິ່ງການສະເຫລີມສະຫລອງວັນດັ່ງກ່າວ, ແມ່ນເຫດການທີ່ມີຄວາມສຳຄັນ ແນໃສ່ຊຸກຍູ້, ສົ່ງເສີມ ແລະ ປົກປ້ອງເດັກໃນທົ່ວໂລກ, ຂະນະທີ່ບັນດາປະເທດຕ່າງໃນທົ່ວໂລກ ໄດ້ຈັດກິດຈະກຳຕ່າງໆ ເພື່ອສະເຫລີມສະ ຫລອງວັນດັ່ງກ່າວ ຕາມເງື່ອນໄຂຂອງແຕ່ລະປະເທດ.

SA Game
ວຽງຈັນໃໝ່

ທ່ານນາງ ສີສົມພອນ ນວນຜາລີ ກ່າວອີກວ່າ: ໃນແຕ່ລະສົກຮຽນ, ໂຮງຮຽນອະນຸບານກະຊວງສາທາລະນະສຸກ ໄດ້ເອົາໃຈໃສ່ຕໍ່ວຽກງານເບິ່ງແຍງລ້ຽງດູ, ສຶກສາອົບຮົບ ແລະ ຈັດການຮຽນ-ການສອນ ຕາມໂຄງການຫລັກສູດ ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ. ການຈັດກິດຈະກຳຕ່າງໆຢູ່ພາຍໃນໂຮງຮຽນ ແມ່ນໄດ້ຖືເອົາເດັກເປັນໃຈກາງ, ນຳພາເດັກຫລິ້ນ ເພື່ອຮຽນຈາກການຫລິ້ນ ແລະ ຈັດ ການຮຽນ-ການສອນ ນອກຫ້ອງຮຽນ, ນໍາພາເຂົ້າຫ້ອງສະມຸດ ເພື່ອໃຫ້ເດັກໄດ້ພັດທະນາຄວາມພ້ອມໃນດ້ານຕ່າງໆ; ພ້ອມນັ້ນ, ໂຮງຮຽນຍັງໄດ້ປຸງແຕ່ງອາຫານກາງເວັນ ໃຫ້ເດັກໄດ້ຮັບປະທານ ມື້ລະສອງຄາບ, ກວດສຸຂະພາບເດັກ 4 ຄັ້ງຕໍ່ສົກຮຽນ ແລະ ເຄື່ອນໄຫວວຽກງານອື່ນໆທີ່ປິ່ນອ້ອມ.

SA Game
ວຽງຈັນໃໝ່

ພ້ອມນັ້ນ, ທ່ານນາງ ສີສົມພອນ ນວນຜາລີ ຍັງໄດ້ຮຽກຮ້ອງ ໃຫ້ບັນດາຜູ້ປົກຄອງ ເພີ່ມທະວີຄວາມເອົາໃຈໃສ່ ເບິ່ງແຍງ, ດູແລເດັກ ເພື່ອໃຫ້ເດັກ ໄດ້ຮັບການປົກປ້ອງ, ໄດ້ມີສ່ວນຮ່ວມ, ໄດ້ຮັບການຍ້ອງຍໍສັນລະເສີນ ແລະ ໄດ້ຮັບການຊຸກຍູ້ສົ່ງເສີມ ໃຫ້ເດັກມີການພັດທະນາໃນທຸກດ້ານ ເພື່ອອະນາຄົດອັນແຈ່ມໃສຂອງຊາດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ວຽງຈັນໃໝ່