ສວນອຸດທິຍານນາງມະໂນລາ ສະ​ຖານ​ທີ່​ຈິງ​ໃນຕຳ​ນານ​ເລື່ອງ​ເລົ່າ

SA Game

ถวิล แสนชมภู

ອ່າງມະໂນລາ ບ້ານໜອງຮາງ ເມືອງຄູນຄຳແຂວງຄຳມ່ວນ ຕຳ​ນານ​ເລື່ອງ ທ້າວສີທົນກັບນາງມະໂນລາ(ນາງກິນນະລີທັງ7).

ອ່າງມະໂນລາ ຫຼືວ່າ ສວນອຸດທິຍານນາງມະໂນລາ ເຊິ່ງເປັນອ່າງຂະໜາດໃຫຍ່ທີ່ມີຄວາມສວຍງາມທາງທຳມະຊາດອ້ອມຮອບໄປດ້ວຍຜາຫີນໜາມໜໍ່ ເທິງໜ້າຜາເຕັມໄປດ້ວຍຕົ້ນຈັນແດງສ້າງຄວາມແປກຕາໃຫ້ຜູ້ພົບເຫັນ (ໃນຊ່ວງລະດູຝົນປະມານຕົ້ນເດືອນ6ຈະມີດອກໄມ້ຂຶ້ນຕາມບໍລິເວນໜ້າຜາແລະຕີນຜາເຊິ່ງຈະງາມກວ່າໜ້າແລ້ງ), ນອກນີ້ຢູ່ຕີນຜາຍັງມີບ່ອນທີ່ນ້ຳຕົກລົງມາເຊິ່ງຕຳນານກ່າວກັນວ່າເປັນບ່ອນທີ່ນາງມະໂນລາມາຫຼິ້ນນ້ຳ

ຫ່າງອອກໄປປະມານ100ແມັດຈະມີຮູບຫີນທີ່ມີລັກສະນະເປັນຕັ່ງນັ່ງເຊິ່ງວ່າກັນວ່າເປັນບ່ອນນັ່ງຂອງພໍ່ນາງມະໂນລາ ໃຕ້ຕັ່ງລົງມາລຽບຕີນຜາຈະມີຫີນລັກສະນະເປັນຕັ່ງຍາວໂຄ້ງໄປຕາມຕີນຜາວ່າກັນວ່າເປັນບ່ອນນັ່ງຂອງນາງມະໂນລາ(ນາງກິນນະລີທັງ7ໄດ້ມາລາພໍ່ຢູ່ບ່ອນນີ້ເພື່ອໄປຫຼິ້ນສວນອຸດທິຍານ)ຖັດມາດ້ານຫຼັງບ່ອນນັ່ງຂອງນາງກິນນະລີຍັງມີບ່ອນນັ່ງເຫຼົ່າເສນາອາມາດ.

SA Game
ถวิล แสนชมภู

ຕຳນານທ້າວສີທົນກັບນາງມະໂນລາ

ເມື່ອຄັ້ງປາງກ່ອນຍັງມີເມືອງໜຶ່ງຊື່ເມືອງເປັງຈານປົກຄອງໂດຍພະຍາອາທິດຊຶ່ງພະອົງໄດ້ປາດຖະໜາຢາກໄດ້ບຸດຍິງແລະບຸດຊາຍຜູ້ປະເສີດລົງມາເກີດນຳ ຈາກນັ້ນພະອິນຈຶ່ງໄດ້ສົ່ງທ້າວສີທົນແລະນາງມະໂນລາລົງມາເກີດນຳແຕ່ໃນລະຫວ່າງທາງລົງມາເກີດນັ້ນທັງສອງໄດ້ຖືກລົມພາຍຸພັດເຮັດໃຫ້ພັດພາກກັນໄປຄົນລະທິດຄົນລະທາງ ທ້າວສີທົນນັ້ນໄດ້ມາເກີດເປັນລູກຂອງພະຍາອາທິດຜູ້ປົກຄອງເມືອງເປັງຈານນະຄອນ ສ່ວນນາງມະໂນລາໄດ້ມາເກີດເປັນລູກຂອງພະຍາຫຼວງເຈົ້າປົກຄອງເມືອງໄກລາດຢູ່ທີ່ພູເງິນ

ມື້ທ້າວສີທົນໃຫຍ່ເປັນບ່າວກໍ່ຄິດຢາກໄດ້ມະເຫສີມານອນຊ້ອນຢູ່ມາມື້ໜຶ່ງໄດ້ມີນາຍພານລ່າເນື້ອໄດ້ສັ່ງເມຍເພື່ອໄປທ່ຽວປ່າລ່າເນື້ອຢູ່ທີ່ປ່າຫິມະພານແຕ່ບັງເອີນໄປພົບນາງມະໂນລາແລະພີ່ນ້ອງກິນນະລີທັງ7ທີ່ພວມຫຼິ້ນນ້ຳຢູ່ໜອງສະພັງແຫ່ງໜຶ່ງຈຶ່ງຄິດຢາກໄດ້ນາງມະໂນລານ້້ນກັບເມືອພ້ອມ ນາຍພານຈຶ່ງໄດ້ແຕ່ງບ້ວງໄວ້ບໍລິເວນແຄມໜອງນ້ຳແຫ່ງນັ້ນໃນຂະໜະທີ່ນາງກິນນະລີທັງ7ພວມຫຼິ້ນນ້ຳຢ່າງມ່ວນຊື່ນຢູ່ນັ້ນນາງມະໂນລາຈຶ່ງໄດ້ໄປຢຽບຖືກບ້ວງຂອງນາຍພານ ນາຍພານຈຶ່ງໄດ້ນຳເອົານາງມະໂນລານັ້ນໄປຖະຫວາຍໃຫ້ແກ່ທ້າວສີທົນ

SA Game
ถวิล แสนชมภู

ຕໍ່ມາທ້າວສີທົນຈຶ່ງໄດ້ແຕ່ງຕັ້ງໃຫ້ນາງມະໂນລາຂຶ້ນເປັນມະເຫສີທັງສອງໄດ້ຢູ່ຮ່ວມກັນຢ່າງມີຄວາມສຸກ ຕໍ່ມາບ້ານເມືອງເກີດເສິກສົງຄາມທ້າວສີທົນຈຶ່ງໄດ້ນຳລີພົນໂຍທາອອກໄປຕໍ່ສູ້ກັບສັດຕູ ໃນເວລາທີ່ທ້າວສີທົນອອກໄປສູ້ຮົບຢູ່ນັ້ນພະຍາອາທິດຜູ້ເປັນພໍ່ຂອງທ້າວສີທົນໄດ້ນອນຝັນຮ້າຍ ຝັນວ່າໄສ້ຂອງຕົນເອງນັ້ນໄຫຼອອກມາຟົ້ງໄປທົ່ວບ້ານທົ່ວເມືອງ ເມື່ອຕື່ນມາຈຶ່ງໄດ້ໂຫນຫຼວງມາທຳນາຍຄວາມຝັນນັ້ນ ໝໍໂຫນບອກວ່າບ້ານເມືອງຈະເກີດເພດໄພຮ້າຍສະນັ້ນຈຶ່ງຕ້ອງໄດ້ນຳເອົານາງມະໂນລາໄປບູຊາຜີຍັກຫຼວງບ້ານເມືອງຈຶ່ງຈະພົ້ນຈາກເພດໄພ

SA Game
ถวิล แสนชมภู

ເມື່ອນາງມະໂນລາໄດ້ຮູ້ຂ່າວຈຶ່ງເກີດຄວາມຢ້ານກົວຈຶ່ງໄດ້ເດີນທາງໄປຂໍຮ້ອງນຳຜູ້ເປັນເເມ່ຂອງທ້າວສີທົນເພື່ອເດີນທາງກັບເມືອເມືອງໄກລາດທີ່ພູເງິນ ສ່ວນທ້າວສີທົນກໍ່ໄດ້ມີເຫດປະຫຼາດເກີດຂຶ້ນກັບຕົນເອງຄືສາຍຄໍນັ້ນຂາດໃນເວລາທີ່ກຳລັງຈະກິນເຂົ້າແລະດອກໄມ້ທີ່ນາງມະໂນລາມອບໃຫ້ກ່ອນອອກເດີນທາງນັ້ນກໍ່ແຫ້ງຫ່ຽວລົງ ເມື່ອສົງຄາມສິ້ນສຸດລົງທ້າວສີທົນຈຶ່ງໄດ້ເດີນທາງກັບຄືນເມືອງເປັງຈານແຕ່ກໍ່ບໍ່ພົບຕົວນາງມະໂນລາຈຶ່ງໄດ້ຮ້ອງໄຫ້ເສຍໃຈ ດ້ວຍຄວາມຄິດຮອດຄິດເຖິງທ້າວສີທົນຈຶ່ງໄດ້ລາພໍ່ແມ່ເພື່ອອອກຕາມຫານາງມະໂນລາໂດຍມີນາຍພານແລະໄພ່ພົນຕິດຕາມໄປສົ່ງທ້າວສີທົນຮອດປ່າດົງແຫ່ງໜຶ່ງຫຼັງຈາກນັ້ນທ້າວສີທົນໄດ້ຮັບການຊ່ວຍເຫຼືອຈາກພະລືສີ,ພະອິນແລະເຫຼົ່າສັດປ່າທັງຫຼາຍ ໃນເວລາເດີນທາງທ້າວສີທົນໄດ້ພົບກັບອຸປະສັກນາໆປະການແຕ່ກໍ່ຜ່ານຜ່າໄປໄດ້

SA Game
ถวิล แสนชมภู

ການເດີນທາງໄດ້ລ່ວງເລີຍມາເຖິງ7ປີທ້າວສີທົນຈຶ່ງໄດ້ເດີນທາງມາຮອດຊານເມືອງໄກລາດຈຶ່ງໄດ້ພົບກັບນາງສະໜົມທີ່ກຳລັງຕັກນ້ຳໄປໃຫ້ນາງມະໂນລາອາບ ທ້າວສີທົນຈຶ່ງໄດ້ສວຍໂອກາດນຳເອົາແຫວນທີ່ນາງມະໂນລາຝາກໄວ້ກັບພະລືສີກາງປ່ານ້້ນປ່ອນລົງໃນເຕົ້ານ້ຳ ເມື່ອນາງມະໂນລານຳນ້ຳນັ້ນມາອາບແຫວນກໍ່ໄດ້ຕົກເຂົ້າໄປໃນນິ້ວມືຂອງນາງມະໂນລານາງຈຶ່ງນຶກໃນໃຈວ່າຕ້ອງແມ່ນສາມີຂອງຕົນນັ້ນໄດ້ເດີນທາງຕາມຫາຕົນນາງຈຶ່ງໄດ້ໄປລາຍງານຜູ້ເປັນບິດາ ຈາກນັ້ນນາງຈຶ່ງໄດ້ແຕ່ງໂພສະນາອາຫານຢ່າງຄົບຖ້ວນສົມບູນແລ້ວໄດ້ສັ່ງໃຫ້ຄົນນຳເອົາໄປໃຫ້ທ້າວສີທົນທີ່ຢູ່ສາລານອກເມືອງແລະໄດ້ເຊີນທ້າວສີທົນເຂົ້າໄປໃນເມືອງໄກລາດ ພະບິດາຂອງນາງມະໂນລາຈຶ່ງໄດ້ສອບຖາມລາຍລະອຽດເມື່ອຮູ້ຕົ້ນປາຍສາຍເຫດດີແລ້ວຈຶ່ງໄດ້ມອບນາງມະໂນລາຜູ້ເປັນລູກສາວໃຫ້ເປັນມະເຫສີຂອງທ້າວສີທົນຄືນຄືເກົ່າຈາກນັ້ນທັງສອງກໍ່ໄດ້ຢູ່ຮ່ວມກັນຢ່າງມີຄວາມສຸກເມື່ອສິ້ນອາຍຸສັງຂານແລ້ວທັງສອງກໍ່ໄດ້ໄປສະເຫວີຍສຸກຢູ່ເທິງສະຫວັນຊັ້ນຟ້າ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ถวิล แสนชมภู