ວາງສີລາລຶກ ໂຄງການກໍ່ສ້າງສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ

SA Game

ຂ​ປ​ລ

ເປີດໂຄງການກໍ່ສ້າງ ວາງສີລາລຶກ ສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ

ທີ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນວັນທີ 15 ພຶດສະພາ 2022, ຫ້ອງວ່າການສູນກາງພັກ ຮ່ວມກັບ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ໄດ້ຈັດພິທີວາງສີລາລຶກ ໂຄງການກໍ່ສ້າງສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ

ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ , ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ທ່ານ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມການນຳ ຂອງສອງສະພາແຫ່ງຊາດລາວ-ຫວຽດນາມເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການທີ່ມີຄວາມໝາຍສຳຄັນພິເສດ ພາຍໃຕ້ການຊີ້ນໍາໂດຍກົງຂອງສອງກົມການເມືອງສູນກາງພັກ ລາວ-ຫວຽດນາມ

SA Game
ຂ​ປ​ລ

ເປັນໂຄງການທີ່ມີຄວາມໝາຍທາງປະຫວັດສາດ-ການເມືອງ ຢ່າງເລິກເຊິ່ງ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນສັນຍາລັກແຫ່ງການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ຂອງສອງຊາດ.

ໂຄງການດັ່ງກ່າວ, ມີເນື້ອທີ່ທັງໝົດ 3 ເຮັກຕາ ຕັ້ງຢູ່ເຂດນະຄອນຫລວງວຽງຈັນ ພາຍຫລັງສຳເລັດ ສະຖານທີ່ດັ່ງກ່າວ ຈະກາຍເປັນບ່ອນພັກຜ່ອນ, ອອກກໍາລັງກາຍ, ທ່ອງທ່ຽວທາງດ້ານວັດທະນະທຳ, ສະຖານທີ່ສຶກສາ, ຮ່ຳຮຽນຂອງປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ແມ່ນຂອງຊາວນະຄອນຫລວງວຽງຈັນ ໄດ້ເຂົ້າມາທັດສະນະສຶກສາ, ຄົ້ນຄວ້າ, ເຄື່ອນໄຫວກິດຈະກໍາ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ລາວ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັນແຕ່ ເໜືອຮອດໃຕ້, ມີຄວາມໃກ້ຊິດ ສະໜິດສະໜົມ, ມີສາຍພົວພັນມິດຕະພາບ ອັນເປັນມູນເຊື້ອມາແຕ່ບູຮານນະການ ແລະ ໄດ້ກາຍມາເປັນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ເຊິ່ງເປັນແບບຢ່າງທີ່ຫາຍາກ ຂອງການພົວພັນສາກົນໃນໂລກ “ແບບໜຶ່ງບໍ່ມີສອງ”

SA Game
ຂ​ປ​ລ

ໂດຍແມ່ນ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ປະທານ ໂຮ່ຈິມິນເປັນຜູ້ລິເລີ່ມ ແລະ ເພີ່ມພູນຄູນສ້າງກາຍເປັນມໍລະດົກອັນປະເສີດ ແລະ ລໍ້າຄ່າທີ່ຕ້ອງໄດ້ຖະນຸຖະໝອມ ແລະ ສືບທອດມາຈົນເຖິງທຸກວັນນີ້. ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພົວພັນແບບພິເສດນີ້ ຍິ່ງໄດ້ຮັບການສືບຕໍ່ປັບປຸງ ແລະ ເສີມຂະຫຍາຍຂຶ້ນສູ່ລະດັບສູງກວ່າເກົ່າ ປະກອບສ່ວນເຂົ້າໃນການປະຕິບັດບັນດາໜ້າ ທີ່ ໃນການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ທີ່ສອງພັກ-ສອງລັດ ໄດ້ວາງອອກຢ່າງມີໄຊ ເຮັດໃຫ້ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຮັບການພັດທະນາ, ກ້າວຂຶ້ນເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກ ຢ່າງບໍ່ຢຸດ ຢັ້ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.