ມາ​ເບິ່ງ​ຄວາມ​ງົດ​ງາມ​ຂອງບຸນນະມັດສະການພຣະທາດສາມປາງເມືອງສຸຂຸມາ

SA Game

ພາບ​: Chitthavong Sengkeo

ບຸນນະມັດສະການພຣະທາດສາມປາງ ເມືອງສຸຂຸມາ ແຂວງຈໍາປາສັກ.

ເຮົາມາລົງໃຕ້ໄປທ່ຽວ ເມືອງ ສຸຂຸມາ ດິນແດນແຫ່ງບູຮານສະຖານທີ່ເກົ່າແກ່ໃນສະໃໝຍຸກຂອມເຊິ່ງສະຖານທີ່ນີ້ແມ່ນ “ພຣະທາດສາມປາງ”, ພຣະທາດສາມປາງ ຕັ້ງຢູ່ເຂດ 4 ໂນນຍ່າງ, ເມືອງສຸຂຸມາ ຫ່າງຈາກເມືອງສຸຂຸມາ ໄປທາງຕາເວັນຕົກສ່ຽງເໜືອປະມານ 13 ກິໂລແມັດ, ຫ່າງຈາກເມືອງປາກເຊ ໄປທາງຕາເວັນຕົກສ່ຽງໃຕ້ປະມານ 72 ກິໂລແມັດ ແລະ ຫ່າງຈາກວັດພູປະມານ 21 ກິໂລແມັດ ເຊິ່ງມີເສັ້ນທາງເຂົ້າເຖິງຢ່າງສະດວກ.

ສະຖານທີ່ແຫ່ງນີ້ ຕັ້ງຢູ່ທົ່ງຮາບຫ້ວຍຂະໜວນ ເຊິ່ງ ເປັນສາຂາໜຶ່ງ ຂອງແມ່ນໍ້າຂອງ ໃນອະດີດ ຫ້ວຍນີ້ມີນໍ້າໄຫຼ່ຢູ່ຕະຫຼອດເຊິ່ງຄົນບູຮານໄດ້ໃຊ້ເປັນເສັ້ນທາງຂົນສົ່ງ ແລະ ໄປມາຫາສູ່ກັນ. ພ້ອມນີ້ຍັງມີເສັ້ນທາງບູຮານ ທີ່ໄດ້ເນັ່ງຈາກວັດພູ ໄປທາງໃຕ້ ຈົນເຖິງຊາຍແດນກຳປູເຈຍ ເຊິ່ງປັດຈຸບັນນີ້ ກໍຍັງສາມາດໄດ້ພົບເຫັນຢູ່ບາງຕອນ ແລະ ບາງຕອນກໍຖືກທຳລາຍໂດຍສະເພາະປະຊາຊົນທີ່ເຮັດໄຮ່, ເຮັດນາ, ປຸກເຮືອນຊານໃສ່ ແຕ່ກໍຍັງສາມາດສັນນິຖານໄດ້ວ່າແມ່ນ “ເສັ້ນທາງຄູບູຮານ”.

SA Game
ພາບ​: Chitthavong Sengkeo

ໃນ​ປີ 2020, ເຟສບຸກ Chitthavong Sengkeo ໄດ້ນໍາສະເໜີຮູບພາບງານບຸນນະມັດສະການພຣະທາດສາມປາງ ທີ່ຈັດຂື້ນຢູ່ ເມືອງ ສຸຂຸມາ ແຂວງຈໍາປາສັກ ໃນວັນທີ  09 ມັງກອນ 2020 ກົງກັບ ອອກໃໝ່ 15 ຄໍ່າ ເດືອນຍີ້ລາວ ພສ 2563, ໃນທຸກໆປີ ໃນມື້ຂຶ້ນ 15 ຄໍ່າ ເດືອນຍີ່ ຊາວບ້ານຊາວເມືອງຈະພາກັນຈັດພິທີບຸນນະມັດສະການສະເຫຼີມສະຫຼອງພຣະທາດສາມປາງຂຶ້ນ.

ເຊິງ​ໃນ​ພິ​ທີ​ສະ​ເຫລີມ​ສະ​ຫລອງ​ງານ​ບູນ​ພ​ຣ​ະ​ທາດ​ສາມ​ປາງ​ນີ້​ເຕັມ​ໄປ​ດ້ວຍ​ຄວາມ​ສວຍ​ງາມ​ຂອງ​ການ​ປະ​ດັບ​ປັບ​ແຕ່ງ ແລະ ພິ​ທີ່​ການ​ຕ່າງໆ ເຊິງ​ຫລາຍໆ​ທ່ານ​ທີ່​ມັກ​ທ່ອງ​ທ່ຽວ​ບໍ່​ຄວນ​ຈະ​ພາດ​ຫາກ​ໄດ້​ກາ​ຍ​ມາ​ແຖວ​ນີ້, ໃນ​ງານ​ບຸນ​ຈະ​ມີ​ພໍ່​ແມ່​ພີ​ນ້ອງ​ປະ​ຊາ​ຊົນ​ຄົນ​ລາວ​ທົວ​ໜ້າ​ເຂົ້າ​ກາບ​ໄຫວ້ ສັກ​ກະ​ລະ​ບູ​ຊາເພື່ອ​ຄວາມ​ເປັນ​ສິ​ລິ​ມົງ​ຄຸນ​ໃຫ້​ແກ່​ຕົນ​ເອງ ແລະ ຄອບ​ຄົວ.

SA Game
ພາບ​: Chitthavong Sengkeo

ພຣະທາດສາມປາງ ເປັນຜາສາດຫີນສາມຍອດ ກໍ່ສ້າງຂຶ້ນໃນ ສັດຕະວັດທີ 12 ເຊິ່ງສ້າງບໍ່ສຳເລັດ ໂດຍຕັ້ງລຽງກັນເທິງແທ່ງຫີນ, ສັນນິຖານວ່າ: ສຸພາທາ ເປັນຜູ້ສ້າງຂຶ້ນ. ຜູ້ຊ່ຽວຊານທາງບູຮານຄະດີໄດ້ສັນນິຖານວ່າ:

ສຸພາທາ ອາດແມ່ນບຸກຄົນດຽວກັນກັບ ທິວາກາ ຮາປັນດິຕາ ເຊິ່ງເປັນທີ່ປຶກສາຂອງເຈົ້າຊີວິດ ຫີນສີລາຈາຣຶກ ຢູ່ຕໍ່ໜ້າຫໍທີ່ມີໜັງສືຂຽນໄວ້ທັງ 4 ດ້ານ ສັນນິຖານວ່າ:

SA Game
ພາບ​: Chitthavong Sengkeo

ມານດາຂອງພຣະອົງເປັນຄົນງາມ ແລະ ເປັນຜູ້ເກັ່ງທາງດ້ານອັກສອນສາດ ກໍ່ຄື ທາງດ້ານກາບກອນ. ຫີນສີລາຈາຣຶກໄດ້ບັນທຶກເຫດການດັ່ງກ່າວນັ້ນໄວ້ ເຊິ່ງເປັນຂໍ້ມູນທີ່ສໍາຄັນ ສໍາລັບ ນັກຊ່ຽວຊານທາງດ້ານໜັງສືຈາຣຶກຫີນສີລາ ເຊິ່ງພົວພັນເຖິງປະຫວັດສາດຂະແມ ຫຼື ກຳປູເຈຍໃນປັດຈຸບັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາພາບ​: Chitthavong Sengkeo