ມາ​ເບິງ​ເອ​ກະ​ລັກການ​ຕ່ຳ​ແຜ່ນ​ແພຂອງ​ຊາວບ້ານ​ລະ​ຫາ​ນ້ຳ ເມືອ​ງ​ສອງ​ຄອນ

SA Game

ຂ​ປ​ລ

ການຕ່ຳແຜ່ນແພ ຍ້ອມສີທຳມະຊາດຂອງ​ຊາວບ້ານ​ລະ​ຫາ​ນ້ຳເມືອ​ງ​ສອງ​ຄອນມີ​ເອ​ກະ​ລັກ ແລະ ໂດດ​ເດັ່ນ.

ການ​ຍ້ອມ​ແຜ່ນ​ແພ​ດ້ວຍ​ສີ​ທຳ​ມະ​ຊາດ ແລະ ການ​ຕ່ຳ​ແຜ່ນ​ແພຂ​ອງ​ຄົນ​ລາວ ແມ່ນ​ມີ​ມາ​ແຕ່​ໃດໆ ແລ້ວ, ເຊິງ​ເອກ​ກະ​ລັກ​ຂອງ​ແຕ່​ລະ​ຂົງ​ເຂດ​ແຕ່​ລະ​ຊົນ​ເຜົ່າ​ກໍ​ມີ​ເອ​ກະ​ລັກ​ແຕກ​ຕ່າງ​ກັນ​ໄປ​ຢ່າງ​ເຫັນ​ໄດ້​ດ້ວຍ​ການ​ເບິງ​ງາຍໆ, ແຕ່​ລະ​ເອ​ກະ​ລັກ​ກໍ​ລ້ວນ​ແລ້ວ​ແຕ່​ມີ​ຂັ້ນ​ຕອນ​ວິ​ທີ່​ທີ່​ແຕກ​ຕ່າງ​ກັນ​ໄປ.

ການຕ່ຳແຜ່ນແພທີ່ຍ້ອມດ້ວຍສີທຳມະຊາດຈາກຕົ້ນຄາມ ທີ່ມີເອກະລັກສະເພາະ ແລະ ສວຍງາມ ໄດ້ເຮັດໃຫ້ ປະຊະຊາຊົນບ້ານ ລະຫານ້ຳ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ 388 ຄອບຄົວ ມີລາຍຮັບຈາກການຜະລິດເປັນສິນຄ້າຫລາຍກວ່າ 1 ລ້ານກີບຕໍ່ເດືອນ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ແລະ ໃນຕໍ່ຫນ້າອົງການປົກຄອງບ້ານ ຈະສົມທົບກັບແຂວງ ເພື່ອພັດທະນາບ້ານລະຫານ້ຳ ເປັນສະຖານທີ່ທ່ອງທ່ຽວແບບອະນຸລັກດ້ານຫັດຖະກຳ ເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຫລາຍຂຶ້ນ ທັງເປັນການສ້າງລາຍຮັບແກ່ປະຊາຊົນ ແລະ ໂຄສະນາເຜີຍແຜ່ຜ້າລາຍລາວ ຍ້ອມດ້ວຍຫມໍ້ນິນນ້ຳຄາມ ອອກສູ່ສາຍຕາຂອງສັງຄົມໃຫ້ກວ້າງຂວາງ ແລະ ຊົມໃຊ້ຫລາຍຂຶ້ນ.

SA Game
ຂ​ປ​ລ

ທ່ານ ບຸນເກີດ ຜິວສີໂສດາລິດ ຮອງນາຍບ້ານ ທັງເປັນປະທານກຸ່ມຫັດຖະກຳຕ່ຳແຜ່ນຜ້າແພລາວ ບ້ານ ລະຫານ້ຳ ເມືອງ ສອງຄອນ ໄດ້ໃຫ້ສຳພາດຕໍ່ທີມງານ ກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ແລະ ນັກຂ່າວ ຈາກ ສຳນັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ ແລະ ຫນັງສືພິມ ພາສາຕ່າງປະເທດ ໃນວັນທີ 16 ກຸມພາ ນີ້ ວ່າ:

ການຕ່ຳແຜ່ນຜ້າແພລາວ ຂອງຊາວບ້ານ ແມ່ນສືບທອດປະຕິບັດມາແຕ່ສະໄຫມກ່ອນ ໂດຍມີຫລາຍຜະລິດຕະພັນ ເປັນຕົ້ນ ເສື້ອ, ສິ້ນ, ຜ້າບ່ຽງ… ລາຍຫມໍ້ນິນນ້ຳຄາມຍ້ອມດ້ວຍສີທຳມະຊາດ ແມ່ນມີຊື່ສຽງໂດ່ດັງ ເພາະມີລວດລາຍລາວເດີມ ທີ່ສືບທອດກັນມາຫລາຍເຊັ່ນຄົນ ເຊິ່ງໄດ້ກາຍເປັນຜະລິດຕະພັນເອກະລັກສະເພາະບ້ານ ແລະ ເປັນ ສິນຄ້າ ສົ່ງອອກ ທັງພາຍໃນ ແລະ ເປັນສິນຄ້າສົ່ງອອກທັງພາຍໃນ ແລະ ຕ່າງປະເທດ ກາຍເປັນຜະລິດຕະພັນການທ່ອງທ່ຽວທີ່ມີຊື່ສຽງຂອງແຂວງ ແລະ ປັນສິນຄ້າທີ່ສ້າງລາຍຮັບໃຫ້ແກ່ຄອບຄົວ.

SA Game
ຂ​ປ​ລ

ສຳລັບວິຖີຊີວິດຂອງ ເຜົ່າຜູ້ໄທ ບ້ານລະຫານ້ຳ ປະກອບອາຊີບເຮັດນາເປັນຫລັກ ຖືເອົາການປູກຝັງ ແລະ ລ້ຽງສັດເປັນສຳຮອງ ພ້ອມນັ້ນ ຍັງໄດ້ເຮັດອາຊີບເສີມສ້າງລາຍຮັບໃຫ້ແກ່ຄອບຄົວ ດ້ວຍການຕ່ຳແຜ່ນແພທີ່ຍ້ອມດ້ວຍນ້ຳຄາມ ເຊິ່ງເປັນບ້ານຈຸດສຸມພັດທະນາຂອງເມືອງ ສອງຄອນ ເປັນແຫລ່ງເສດຖະກິດການຜະລິດ ແລະ ຍັງເປັນອູ່ເຂົ້າອູ່ປາໃນທົ່ງນາປ່າທາມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ