ມາ​ຮູ້​ຈັກ ການ​ເລືອກ​ຄູ່​ຄອງໃນ​ສະ​ໄໝ​ບູ​ຮານ​ຂອງ ລ​າວ

SA Game

ອິນ​ໄຊ​ລາວ.

​ຮູ້​ໄວ້ ຖ້າ​ຈະ​ເລືອງ​ຄູ່​ຄອງ​ໃຫ້​ຖືກ ແລະ ດີ​ຕໍ່​ຕົນ​ເອງ​ຂອງ​ລາວ.

ການ​ແຕ່ງ​ງານ ຫລື ການ​ທີ່​ຈະ​ເລືອກ​ຄູ່​ຄອງ​ເປັນ​ເລືອງ​ສຳ​ຄັນ​ຫລາຍ​ໃນ​ຊິ​ວິດ​ຂອງ​ທຸກ​ຄົນ​, ບໍ່​ວ່າ​ຈະ​ເປັນ​ຍິງ​ ຫລື ຊາຍ ທຸກ​ຄົນ​ລ້ວນ​ແຕ່​ຕ້ອງ​ການ​ຄູ່​ຄອງ​ທີ່​ດີ ແລະ ເໝາະ​ສົມ​ກັບ​ຕົນ​ເອງ ແລະ ການ​ທີ່​ຈະ​ເລືອກ ແລະ ຮູ້​ໄດ້​ວ່າ​ຜູ້​ໃດ​ເປັນ​ຄູ່​ຄອງ​ທີ່​ດີເໝາະ​ສົມ​ກັບ​ຕົນ​ເອງ​ນັ້ນ​ມັນ​ກໍ​ຍັງ​ຍາກຢູ່, ໃນ​ສະ​ໄໝ​ບູ​ຮານ ຄົນ​ລາວ​ມີ​ວິ​ທີ​ການ​ເລືອກ​ຢູ່ ແຕ່​ຈະ​ໃຫ້​ຖືກ ຫລື ບໍ່​ນັ້ນ​ກໍ​ຂື້ນ​ຢູ່​ກັບ​ຄວາມ​ເຊືອ​ຂອງ​ແຕ່​ລະ​ບຸກ​ຄົນ.

ຊາຍ​ຍິງ​ທີ່​ສົມ​ສູ່​ຢູ່​ຮ່ວມ​ກັນ ໂດຍ​ຖານ​ເປັນ​ຜົວ​ເປັນ​ເມຍ​ກັນ ເອີ້ນ​ວ່າ​ “ຄູ່​ຄອງ” ບູ​ຮານ​ແຍກ​ຄູ່​ຄອງ​ໄວ້ 2 ປະ​ເພດ​ຄື:

  • ພວກ​ທີ​ໜຶ່ງ​ເຄີຍ​ຢູ່​ຮ່ວມ​ກັນ​ມາ​ແຕ່​ໃນ​ຊາດ​ປາງ​ກ່ອນ
  • ພວກ​ທີ​ສອງ ແມ່ນ​ໄດ້​ຊ່ວຍ​ເຫຼືອ​ເກື້ອ​ກູນ​ກັນ​ໃນ​ປັດ​ຈຸ​ບັນ.

ແລະ​ໃນ​ການ​ເລືອກ​ຄູ່​ຄອງນັ້ນ, ຖ້າ​ໄດ້​ຄົນ​ດີ ຈະ​ມີ​ຄວາມ​ສຸກ​ຄວາມ​ຈະ​ເລີນ.

SA Game
ອິນ​ໄຊ​ລາວ.

ການ​ເລືອກ​ຄູ່​ຄອງ ຕາມ​ທີ່​ໜັງ​ສື​ທຳ​ມະ​ດາ​ສອນ​ໂລກ ໄດ້​ບອກ​ໄວ້​ມີ​ດັ່ງ​ນີ້:

  • ຍິງ​ຊາຍ​ທີ່​ພໍ່​ແມ່​ຍັງ​ມີ​ຊີ​ວິດ​ຢູ່ ຄວນ​ເລືອກ​ເປັນ​ຄູ່​ຄອງ ແລ້ວ​ໃຫ້​ເຮັດ​ຕາມ​ຮີດ​ຄອງປະ​ເພ​ນີ ແລະ​ຕ້ອງ​ເຄົາ​ລົບ​ຜີ (ດ້ຳ) ເຮືອນ ຖ້າບໍ່​ເຮັດ​ມັກ​ເກີດ​ໂທດ, ຖ້າ​ບໍ່​ຕາຍ​ກໍ​ຢ່າ​ຮ້າງ ຫາ​ຄວາມ​ສຸກ ຄວາມ​ຈະ​ເລີນບໍ່​ໄດ້.
  • ຍິ​ງ​ຊາຍ ທີ່​ພໍ່​ແມ່​ຕາຍ​ແລ້ວບໍ່​ຄວນ​ເລືອກ​ເປັນ​ຄູ່​ຄອງ ຖ້າ​ຈ​ພ​ເປັນ​ໄດ້​ເລືອກ​ໃຫ້​ປຸກ​ຜາມ (ປະ​ຣຳ) ນອກ​ເຮືອນ ແລະ​ສົມ​ມາ​ເຈົ້າ​ໂຄດ​ວົງ​ສາ​ທີ່ນັ້ນ, ຈັກ​ຢູ່​ເຢັນ​ເປັນ​ສຸກ ຖ້າບໍ່​ເຮັດ​ດັ່ງ​ທີ່​ເວົ້າ​ມາ​ຈະ​ເກີດ​ໂທດ, ບໍ່​ໝ້າຍ​ກໍ​ຮ້າງ, ບໍ່​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.
  • ຊາຍ-ຍິງ ທີ່​ພໍ່​ຕາຍ​ແລ້ວ ບໍ່​ຄວນ​ເລືອກ​ເປັນ​ຄູ່​ຄອງ ຖ້າ​ເລືອກ​ຈະ​ເກີດ​ໂທດ​ແກ່​ຕົນ ແລະ​ຄົນ​ອື່ນ ຫາ​ຄວາມ​ສຸກ​ກາຍ​ສະ​ບາຍ​ໃຈ​ບໍ່​ຄ່ອຍ​ໄດ້.
  • ຝ່າຍ​ຊາຍ​ພໍ່​ຕາຍ ຝ່າຍ​ຍິງ​ແມ່​ຕາຍ ບໍ່ຄວນ​ເລືອກ​ເປັນ​ຄູ່​ຄອງ ​ຖ້າ​ເລືອກ​ຈະ​ເກີດ​ໂທດ ບໍ່​ຕາຍ​ກໍ​ຢ່າ​ຮ້າງ ຫຼື​ຈະ​ເປັນ​ອັນ​ຕະ​ລາຍ​ຕໍ່​ລູກ​ທີ່​ເກີດ​ມາ.
  • ຝ່າຍ​ໜຶ່ງ​ທຸກ​ຝ່າຍ​ໜຶ່ງ​ຮັ່ງ​ມີ ​ຄວນ​ເລືອກ​ເປັນ​ຄູ່​ຄອງ ຖ້າ​ທຸກ​ທັງ​ສອງ​ຝ່າຍ ບໍ່​ຄວນ​ເລືອກ​ເປັນ​ຄູ່​ຄອງ​ເລີຍ ຈະ​ທຸກ​ຍາກ​ລຳ​ບາກ​ຫຼາ​ຍ​ເລີຍ.
  • ຍິງ​ຄົນ​ໃຊ້​ໃນ​ເຮືອນ​ຫຼື​ຍິງ​ທີ່​ມັກ​ຫຼິ້ນ​ຫອກ, ຫຼິ້ນ​ດາບ, ຫຼາວ, ແຫຼມ ບໍ່​ຄວນ​ເລືອກ​ເປັນ​ຄູ່​ຄອງ ເພາະ​ວ່າ​ຈະ​ນຳ​ຄວາມ​ເສື່ອມ​ເສຍ​ມາ​ສູ່​ຕົນ​ເອງ.
  • ເຈົ້າ​ນາຍ ເອົາ​ຄົນ​ໃຊ້​ມາ​ເປັນ​ຄູ່​ຄອງ ຈະ​ເກີດ​ຄວາມ​ຈິບ​ຫາຍ.
  • ເອົາ​ລູກ​ສາວ​ເປັນ​ເມຍ ຈະ​ເຂັດ​ຂວາງ ແລະ​ຈິບ​ຫາຍ​ວາຍວອດ.
ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.