ພິ​ທີເປີດສູນເຊື່ອມຕໍ່ຂໍ້ມູນ ວັດທະນະທຳ ລາວ-ເກົາຫລີ ທີ່ນະຄອນຫຼວງວຽງຈັນ

SA Game

ຂປລ.

ພິ​ທີ​ມອບ-ຮັບ ໃນ​ການ​ຊ່ວຍ​ເຫຼືອ ແລະ ເປີດສູນເຊື່ອມຕໍ່ຂໍ້ມູນດ້ານວັດທະນະທຳ ລາວ-ເກົາຫລີ

ໃນວັນທີ 7 ທັນວາ 2022 ຢູ່ຫໍສະໝຸດແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້​ມີ​ການ​ຈັດພິທີເປີດສູນເຊື່ອມຕໍ່ຂໍ້ມູນດ້ານວັດທະນະທຳ ລາວ-ເກົາຫລີ ຈັດຂຶ້ນໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະ ມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ, ທ່ານ ລີຢອງອຸ (Lee yonguk), ຫົວໜ້າພະແນກຮ່ວມມື, ສູນວັດທະນະທຳອາຊີ ແຫ່ງ ສ ເກົາຫລີ, ມີພາກສ່ວນເຂົ້າຮ່ວມ.

ທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ໄດ້ໃຫ້ຮູ້ວ່າ: ສູນເຊື່ອມຕໍ່ຂໍ້ມູນດ້ານວັດທະນະທຳ ລາວ ແລະ ເກົາຫລີ ແມ່ນໜຶ່ງກິດຈະກຳຂອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອ ເພື່ອການພັດທະນາ ເພື່ອສ້າງລະບົບຄຸ້ມຄອງ ຂໍ້ມູນຂ່າວສານທາງດ້ານວັດທະນະ ທຳ ແລະ ຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນ ໃນຂະແໜງວັດທະນະທຳຢູ່ ສປປ ລາວ ທີ່ໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ສ ເກົາຫລີ ໂດຍຜ່ານກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສ ເກົາຫລີ ມອບໃຫ້ສູນວັດທະນະທຳອາຊີ ເປັນຝ່າຍຮັບຜິດຊອບຈັດຕັ້ງປະຕິບັດໂຄງການໃນໄລຍະ 4 ປີ (2022-2025) ມູນຄ່າ 3 ຕື້ວອນ.

SA Game
ຂປລ.

ສູນຂໍ້ມູນດັ່ງກ່າວນີ້ ແມ່ນຕັ້ງຢູ່ 3 ຈຸດຄື: ຫໍສະໝຸດແຫ່ງຊາດລາວ; ຫໍພິພິຕະພັນແຫ່ງຊາດລາວ ແລະ ຕຶກກະຊວງ ຖວທ. ສູນເຫລົ່ານີ້ ຈະຖືກນຳໃຊ້ເພື່ອເປັນຫ້ອງເຮັດວຽກໃນການປ້ອນຂໍ້ມູນ ບັນຊີລາຍການມໍລະດົກວັດທະນະທຳຂອງລາວ ເພື່ອເກັບໄວ້ໃນຖານຂໍ້ມູນດິຈີຕອນ ນຳໃຊ້ເປັນແຫລ່ງຂໍ້ມູນເພື່ອການສຶກສາຄົ້ນຄວ້າໃນອະນາຄົດ.

ນອກຈາກນີ້, ໂຄງການຍັງໄດ້ປະກອບວັດຖຸ, ອຸປະກອບຕ່າງໆ ເພື່ອອຳນວຍຄວາມສະດວກໃນການປ້ອນຂໍ້ມູນ ເຊັ່ນ: ໂຕະຕັ່ງ, ຄອມພິວເຕີຕັ້ງໂຕະ 11 ຊຸດ, ໂນດບຸກ 1 ຊຸດ, ລະບົບອິນເຕີເນັດ ແລະ ລະບົບໄຟຟ້າ.

SA Game
ຂປລ.

ທ່ານ ນາງ ແພງຈັນ ແພງເມືອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສູນດັ່ງກ່າວ ຈະປະກອບສ່ວນອັນສຳຄັນ ໃນການປົກປັກຮັກສາຂໍ້ມູນດ້ານວັດທະນະທຳຂອງ ສປປ ລາວ ຄຽງຄູ່ກັບການໂຄສະນາເຜີຍແຜ່ວັດທະນະທຳອັນດີງາມຂອງ ສປປ ລາວ ຕໍ່ສາກົນ ລວມທັງການປະກອບສ່ວນສ້າງບຸກຄະລາກອນໃນຂະແໜງວັດທະນະທຳຂອງລາວ ໃນມີຄວາມເຂັ້ມແຂງ ໃນການສຶກສາຄົ້ນຄວ້າ ແລະ ວິໄຈຂໍ້ມູນວັດທະນະທຳໃຫ້ມີຈຳນວນເພີ່ມຂື້ນໃນອະນາຄົດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ