ປະຫວັດຄວາມເປັນມາຂອງປະເພນີການຕົບພຣະທາດຊາຍຂອງຄົນລາວ

SA Game

ພາບ: targetlaos.com

ການຕົບພຣະທາດຊາຍ ປະເພນີລາວທີ່ສຶບທອດມາແຕ່ບູຮານ.

“ການຕົບພຣະທາດຊາຍ” ຖືວ່າເປັນປະເພນີທີ່ສຶບທອດມາແຕ່ບູຮານ ເຊິ່ງມີທີ່ມາຈາກ ຫຼັກຖານໃນ “ພຣະໄຕປິດົກ” ທີ່ພັນລະນາເຖິງອະນິສົງທີ່ພຣະໂພທິສັດ ສ້າງພຣະທາດຊາຍເພື່ອຖວາຍເປັນ ພຸດທະບູຊາ, ເຊິ່ງປະເພນີນີ້ກໍຖືວ່າເປັນປະເພນີທີ່ກ່ຽວຂ້ອງກັບ ພຸດທະສາສະໜາໂດຍກົງ ໂດຍຄົນລາວສ່ວນຫຼາຍມັກເຊື່ອມໂຍງປະເພນີນີ້ເຂົ້າກັບຄວາມເຊື່ອເລື່ອງເວນກັມ ໃນພຸດທະສາສະໜາມີການກໍ່ພຣະທາດຊາຍ ເພື່ອຖວາຍແກ່ວັດເພື່ອຖວາຍເປັນພຸດທະບູຊາໃຫ້ເປັນກຸສົນ.

ນອກນັ້ນແລ້ວຍັງເປັນການສ້າງຄວາມສາມັກຄີຂອງຄົນໃນບ້ານອີກດ້ວຍ ປະເພນີນີ້ຈະນິຍົມຈັດຂຶ້ນໃນໄລຍະເທສະການປີໃໝ່ ເຊິ່ງໃນບາງບ້ານອາດຈະຈັດຂຶ້ນໃນປະເພນີບຸນ ບຸນຄຸນເຂົ້າ ບຸນຄຸນລານ (ມີການເອົາເຂົ້າມາສ້າງເປັນພຣະທາດແລ້ວຖວາຍວັດ) ອັນນີ້ກໍນັບວ່າເປັນການຕົບພຣະທາດຊາຍເຊັ່ນດຽວກັນ ເພາະບໍ່ໄດ້ສ້າງເປັນວັດຖຸສະຖານຖາວອນໃນວັດ ແຕ່ເປັນພຽງພຣະທາດຊົ່ວຄາວ ເພື່ອຄວາມມຸ່ງຫວັງຖວາຍເປັນພຸດທະບູຊາໃນປະເພນີໜຶ່ງໆເທົ່ານັ້ນ

SA Game
ພາບ: targetlaos.com

ມີເລື່ອງເລົ່າຈາກຄົນບູຮານວ່າ: ມື້ໜຶ່ງເປັນລະດູຮ້ອນອົບເອົ້າຫຼາຍ ພຣະເຈົ້າປັດເສທິໂກສົນ ໄດ້ຊົງພັກຜ່ອນ ພຣະອິຣິຍາບົດໃຫ້ສະບາຍ ຢູ່ຫາດຊາຍແຄມຝັ່ງແມ່ນໍ້າທີ່ບໍ່ໄກຈາກນະຄອນພໍເທົ່າໃດ  ໄດ້ຊົງທອດພຣະເນດເຫັນຊາຍຂາວສະອາດຮາບພຽງດີ ພຣະອົງຈຶ່ງດໍາຣິວ່າ ຄວນເຮັດເປັນຮູບເຈດີຂຶ້ນ ເພື່ອບູຊາ ພຣະຣັດຕະນະໄຕຣ ດີກວ່າທີ່ເຮົາຈະມາຍ່າງຫຼີ້ນໂດຍບໍ່ມີປະໂຫຍດ ເມື່ອພຣະອົງດໍາຣິຈົບລົງ ພຣະອົງກໍຮີບລົງມື ກໍ່ເປັນຮູບເຈດີດ້ວຍພຣະອົງເອງ ພວກບໍຣິວານທັງຫຼາຍທີ່ຕາມສະເດັດກໍລົງມືກໍ່ຕາມໄດ້ດ້ວຍຈົນສໍາເລັດ ເມື່ອເຫັນກໍເປັນທິວທັດອັນງົດງາມ ເກີດມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ກໍໄດ້ແນະນໍາໃຫ້ລູກຫຼານໃນຕະກູນປະຕິບັດສືບຕໍ່ກັນມາ.

ຕໍ່ມາໄດ້ມີ ພຣະຕະຖາຄົດ ໄດ້ເກີດມາໃນຕະກູນ ອະນັດຖາ ພໍຈະເລີນໄວຂຶ້ນກໍຕ້ອງເຂົ້າປ່າສະແຫວງຫາຟືນມາຂາຍເພື່ອລ້ຽງຊີບ ຢູ່ມາວັນໜຶ່ງໄດ້ເຫັນຊາຍຂາວບໍລິສຸດ ໃນປ່າກໍມີຈິດໃຈສັດທາຢາກຈະກໍ່ສ້າງເຈດີເພື່ອບູຊາ ພຣະຣັດຕະນະໄຕຣ ຈຶ່ງສະຫຼະເວລາບໍ່ຕັດຟືນໝົດມື້ ໄດ້ກໍ່ສ້າງເຈດີຊາຍສໍາເລັດ ແລະ ໄດ້ສີກຜ້າຜືນໜຶ່ງປັກໄວ້ເປັນທຸງໄຊ ແລ້ວຕັ້ງຄວາມປາດຖະໜາວ່າ:

ຂໍໃຫ້ຂ້າພະເຈົ້າສໍາເລັດພຣະໂພທິຍານ ໃນອະນາຄົດຕະການເບຶ້ອງໜ້າດ້ວຍເທີ້ນ ແລະ ເມື່ອຊາຍຄົນດັ່ງກ່າວໝົດອາຍຸໄຂ ຈຶ່ງໄດ້ໄປເກີດເປັນໂອຣົດຂອງ ພຣະເຈົ້າຣາຊະສີ ໄດ້ທ່ອງທ່ຽວຢູ່ໃນໂລກມະນຸດໄດ້ບໍາເພັນບາຣະມີ ແລະ ໄດ້ຕຣັດວ່າ: ໃຫ້ປະຊາຊົນທົ່ວແຄ້ວນ ກໍຄືຊາວພຸດທະບໍຣິສັດທັງຫຼາຍ ກໍ່ສ້າງພຣະທາດຊາຍ ຫຼືສ້າງເຈດີຊາຍ ເພື່ອເປັນການບູຊາ ພຣະຣັດຕະຮະໄຕຣ ເພື່ອບໍ່ເປັນການປ່ອຍໃຫ້ເມັດຊາຍທີ່ຂາວສະອາດບໍລິສຸດ ຕ້ອງຢູ່ແບບບໍ່ມີປະໂຫຍດ ໂດຍກໍານົດໃຫ້ຕົບພຣະທາດຊາດ ເມື່ອເຖິງເທສະການບຸນປິໃໝ່ລາວ.

ນອກຈາກການບໍາເພັນກຸສົນຖວາຍທານແລ້ວຍັງມີການເຮັດບຸນ ດ້ວຍການຕົບພຣະທາດຊາຍ ແລະ ປັດຈຸບັນປະເພນີການຕົບພຣະທາດຊາຍໃນໄລຍະປີໃໝ່ລາວນີ້ ກໍຍັງຄົງສືບຕໍ່ປະຕິບັດກັນມາໂດຍແຕ່ລະປີປະເພນີການຕົບພຣະທາດຊາຍຈະຈັດຂຶ້ນໃນໄລຍະຂອງມື້ເນົາ ເພາະເຊື່ອວ່າ:

ຜູ້ໃດທານພຣະທາດຊາຍ ຈະໄດ້ບຸນຫຼາຍເທົ່າກັບເມັດຊາຍທີ່ນໍາມາສ້າງ ພຣະທາດນັ້ນ, ຈະເປັນຄົນທີ່ມີປັນຍາແຂງກ້າ ລະອຽດອ່ອນຄືກັບເມັດຊາຍ, ມີຍາດຕິພີ່ນ້ອງ ບໍລິວານຫຼາຍເທົ່າກັບເມັດຊາຍ ໄປໃສກໍບໍ່ອຶດບ່ອນພັກເຊົາ, ຖ້າເປັນຄົນເຖົ້າຈະມີອາຍຸຍືນຍາວ, ສ່ວນຄູ່ຮັກຖ້າຕົບພຣະທາດຊາຍຮ່ວມກັນ ກໍຈະເປັນຄູ່ສ້າງຄູ່ສົມກັນຕະຫຼອດໄປ ຄົນບູຮານເຊື່ອວ່າ:

ເມື່ອເຮົາຍ່າງເຂົ້າໄປວັດຈະມີເມັດຊາຍຕິດເກີບອອກມາ ຖ້າເຮົາບໍ່ເອົາຊາຍເຂົ້າໄປແທນ ເມື່ອຕາຍໄປຈະເກີດເປັນ ຜີເພດ ເພາະຄົນລາວສະໄໝກ່ອນເຊື່ອເລື່ອງສົມບັດຂອງສົງ ວ່າ: ເປັນສິ່ງທີ່ຢູ່ສູງ ແລະ ເປັນສິ່ງສັກສິດ ໃຜຈະມາລັກ ຫຼື ທໍາລາຍບໍ່ໄດ້ມັນຈະເປັນບາບຕິດຕົວຕະຫຼອດໄປ.

ການຕົບພຣະທາດຊາຍຕາມວັດຕ່າງໆ ເຮົາຈະມັກເຫັນຕົບຢູ່ບໍລິເວນອ້ອມວັດ ແລະ ຕາມແຄມນໍ້າ ເຊິ່ງພຣະທາດຊາຍເຫຼົ່ານັ້ນຍັງປະດັບ ປະດາດ້ວຍທຸງ ຫຼາກສີສັນ ຫຼາຍຮູບແບບອັນງົດງາມອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາຂໍ້​ມູນ​ຈາກ:  ຄູບາ ບຸນຈັນ ທິດບຸນໂຍ ວັດຫົວນາ ແລະ targetlaos.com