ບ້ານນ້ຳແລ ເມືອງຫ້ວຍຊາຍ ບ້ານວັດທະນະທຳແຫ່ງໃໝ່ຫ້ວຍ​ຊາຍ

SA Game

ຂປລ

ເມືອງຫ້ວຍຊາຍ ປະກາດບ້ານນ້ຳແລ ເປັນບ້ານວັດທະນະທຳແຫ່ງໃໝ່

ໃນວັນທີ 24 ພຶດສະພາ 2023 ອີງ​ຕາມແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ປະກາດບ້ານນ້ຳແລ ເປັນບ້ານວັດທະນະທຳໃໝ່  ໂດຍການເປັນປະທານຂອງ ທ່ານ ຫົງແກ້ວ ວິໄນວົງ ເຈົ້າເມືອງໆຫ້ວຍຊາຍ, ທ່ານ ບຸນຄົງ ວົງຄຳຈັນ ປະທານກວດກາພັກ-ລັດເມືອງ,ທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງ,ພ້ອມດ້ວຍອົງການຈັດຕັ້ງ, ພໍ່ແມ່ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເຢັງ ມົວ ນ້າຍບ້ານໆນ້ຳແລ ໄດ້ໃຫ້ຮູ້ວ່າ: ບ້ານນໍ້າແລ ແມ່ນບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຍົກຍ້າຍມາຈາກບ້ານ ນາໂວ ເມືອງ ພູຄາ ແຂວງ ຫລວງນໍ້າທາ ໃນປີ 1975, ເຊິ່ງຕັ້ງຫ່າງຈາກຕົວເມືອງ ຫ້ວຍຊາຍ 24 ກິໂລແມັດ ພາຍໃນບ້ານປະກອບມີ:

ຊົນເຜົ່າມົ້ງ ແລະ ເຜົ່າລະເມດ, ມີພົນລະເມືອງທັງໝົດ 563 ຄົນ, ຍິງ 265 ຄົນ, 82 ຄົວເຮືອນ, ມີຄອບຄົວເຫລືອກິນ 11 ຄອບຄົວ, ຄອບຄົວກຸ້ມກິນ 64 ຄອບຄົວ, ມີໂຮງສີເຂົ້າ 4 ເຄື່ອງ

SA Game
ຂປລ

ໂດຍອີງໃສ່ທ່າແຮງຂອງບ້ານ ໄດ້ຖືເອົາອາຊີບເຮັດໄຮ່, ເຮັດນາຄົງທີ່, ເຮັດສວນໝາກກ້ຽງເປັນອາຊີບຕົ້ນຕໍ, ປູກຝັງ-ລ້ຽງສັດ ແລະ ຄ້າຂາຍເປັນອາຊີບສຳຮອງ.

ທົ່ວບ້ານມີເນື້ອທີ່ທຳການຜະລິດທັງໝົດ 1.800 ເຮັກຕາ, ສະເລ່ຍລາຍຮັບໃສ່ແຮງງານໄດ້ 15 ລ້ານກວ່າກີບຕໍ່ແຮງງານຕໍ່ປີ, ພໍ່ແມ່ປະຊາຊົນມີຄວາມເຂັ້ມແຂງ ທາງດ້ານການເມືອງແນວຄິດ, ມີຄວາມສະຫງົບ, ມີລະບົບໂທລະໂຄ່ງ,ໂຮງຮຽນປະຖົມສົມບູນ, ເປັນເຈົ້າການໃນການປະຕິບັດຫລັກອະນາໄມ 3 ສະອາດ ແລະ ວຽກງານອື່ນໆ.

ໂອກາດນີ້, ທ່ານ ຫົງແກ້ວ ວິໄນວົງ ໄດ້ມີຄຳເຫັນວ່າ: ການສ້າງຄອບຄົວ ແລະ ບ້ານວັດທະນະທຳ ແມ່ນໄປຕາມທິດ 3 ສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ

SA Game
ຂປລ

ອີກອັນໜຶ່ງ ກໍເພື່ອແນໃສ່ກໍ່ສ້າງຮາກຖານການເມືອງໃຫ້ໜັກແໜ້ນ ເຂັ້ມແຂງ, ຊຸກຍູ້ການພັດທະນາດ້ານວັດຖຸ ແລະ ຈິດໃຈ ຂອງຄອບຄົວ ແລະ ບ້ານໃຫ້ດີຂຶ້ນ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ, ສ້າງສະຕິໃຫ້ເຄົາລົບ ແລະ ປະຕິບັດກົດໝາຍ, ອະນຸລັກຮັກສາ, ສົ່ງເສີມຄຸນຄ່າມູນເຊື້ອວັດທະນະທຳ ອັນດີງາມຂອງຊາດ,ຂອງເຜົ່າຢ່າງເລືອກເຟັ້ນ ແລະ ຮັບເອົາສິ່ງຍອດຍິ່ງ ທີ່ສອດຄ່ອງທາງດ້ານວັດທະນະທຳ ຂອງຍຸກສະ ໄໝ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.