ຕະ​ຫລາດ​ເຊົ້າ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ແຕ່​ອະ​ດີດ​ຈົນ​ເຖິງ​ປະ​ຈຸ​ບັນ

SA Game

ພາບ: allinlaos.com

ຕະຫຼາດເຊົ້າເຄີຍ​ເປັນ​ຕະ​ຫລາດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ​ລາວ​ໃນ​ຫລາຍ​ປີ​ທີ່​ຜ່ານ​ມາ.

ຄິດ​ວ່າ​ຫລາຍໆ​ຄົນ​ທີ່​ເປັນ​ຄົນ​ລາວ​ເກືອບ​ທຸກ​ຄົນ​ຮູ້​ຈັກ​ຕະ​ຫລາດ​ເຊົ້າ​ເປັນ​ຢ່າງ​ດີ ເນືອງ​ຈາກ​ເປັນ​ຕະ​ຫລາດ​ໃນ​ນະ​ຄອນ​ຫລວງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ລາວ​ໃນ​ຫລາຍໆ​ປີ​ທີ່​ຜ່ານ​ມາ,ເຊິງຕັ້ງຢູ່ໃຈກາງເມືອງ ນະຄອນຫຼວງວຽງຈັນ ເຊິ່ງຕັ້ງຢູ່ຫົວມູມຫົນທາງດ້ານຕາເວັນອອກຂອງຖະນົນລ້ານຊ້າງ ແລະ ຖະໜົນຄູວຽງ ຕະຫຼາດເຊົ້າເປີດທຸກມື້ຕັ້ງແຕ່ 7:00 ເຊົ້າ – 16:00 ແລງ.

ເຊີ່ງຄວາມເປັນມາຂອງຕະຫລາດເຊົ້ານີ້ແມ່ນເລີ່ມສ້າງໃນຊ່ວງຊຸມປີ 1940 ທີ່ຍ້າຍມາຈາກເຂດນໍ້າພຸ ໂດຍອາຄານຫລັງທຳອິດທີ່ສ້າງນັ້ນຜູ້ຄົນສ່ວນຫລາຍເອີ້ນວ່າຕຶກໂຕ I

ຕະຫຼາດເຊົ້າ (ຕຶກເກົ່າ) ຕຶກຮູບໂຕ I ໄດ້ຮັບການອອກແບບໂດຍ ສະເດັດເຈົ້າ ສຸວັນນະພູມາ ອາຄານປະກອບມີ 1 ຊັ້ນ ເຊິ່ງໄດ້ມີພິທີເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 10 ພຶດສະພາ ປີ 1963 ໂດຍມີທ່ານ ໂງ່ນ ຊະນະນິກອນ ແລະ ທ່ານ ລີໂອນາດ ແອສ. ອັງເກີຣ (Leonard S. Unger) ເອກອັກຄະຣາຊະທູດ ອາເມລິກາ ປະຈຳລາວ ໃນສະໄໝນັ້ນ ຂຶ້ນກ່າວໃນພິທີ.

SA Game
ພາບ: allinlaos.com

ມາຮອດຕົ້ນຊຸມປີ 1990 ກໍ່ໄດ້ສ້າງອາຄານຮູບໂຕ U ເພີ່ມໃສ່ທັງສາມດ້ານ ເຊິ່ງປະກອບດ້ວຍສອງຊັ້ນ, ຕຶກທັງສອງ (ຕຶກໂຕ U ແລະ ໂຕ I) ມີຫຼັງຄາທີ່ລາດອຽງຫຼາຍຊັ້ນ.

ຕະຫຼາດເຊົ້າ ເປັນສະຖານທີ່ທ່ອງທ່ຽວຍອດນິຍົມໃນສະໄໝກ່ອນ ເຊິ່ງປະກອບໄປດ້ວຍຮ້ານຄ້ານ້ອຍໆທີ່ຫຼາກຫຼາຍ ເຊັ່ນ: ຮ້ານຂາຍອາຫານ, ຂາຍຜັກ, ໝາກໄມ້, ອັນຍະມະນີ, ຜ້າໄໝ, ວຽກຝີມືໄມ້, ເຄື່ອງດົນຕີ, ເຄື່ອງເອເລັກໂຕຣນິກ, ເຄື່ອງໃຊ້ພາຍໃນຄົວເຮືອນ ເຊັ່ນ: CD, DVD ແລະ ສິນຄ້າອຸປະໂພກ-ບໍລິໂພກຕ່າງໆ.

ໃນປີ 2009 ໄດ້ມີການສ້າງອາຄານ ເຊິ່ງເປັນຕະຫຼາດໃນຮົ່ມຫຼັງໃໝ່ຂຶ້ນມາ ມີຄວາມສູງທັງໝົດ 4 ຊັ້ນ ເຊິ່ງມີສິ່ງອຳນວຍຄວາມສະດວກໃໝ່ໄດ້ແກ່ ສູນການຄ້າສີ່ຊັ້ນ ແລະ ມີບອ່ນຈອດລົດຊັ້ນລອຍ ເຊິ່ງຜູ້ຮັບເໝົາແມ່ນ ບໍລິສັດ Singapore Excalibur Group Pte Ltd ເຊິ່ງເປັນບໍລິສັດສັນຊາດ ສິງກະໂປ ລວມມູນຄ່າການກໍ່ສ້າງທັງໝົດ 27 ລ້ານ USD (ປັດຈຸບັນຍັງບໍ່ສຳເລັດ) ເຊິ່ງເປິດນຳໃຊ້ໄດ້ພຽງແຕ່ບາງຊັ້ນເທົ່ານັ້ນ.

ຫຼ້າສຸດ ເມື່ອວັນທີ 27 ພຶດສະພາ 2020 ທີ່ຜ່ານມາ ບໍລິສັດ ຫົວເຊິນ ພັດທະນາ ຈຳກັດ ໄດ້ເຊັນສັນຍາສຳປະທານພັດທະນາຕະຫຼາດເຊົ້າຕຶກໂຕ U (ຕຶກເກົ່າ), ຕຶກມໍ 1, ມໍ 2 ໂດຍມີອາຍຸສຳປະທານ 40 ປີ ຕຶກໂຕ U ເກົ່າທີ່ເຫຼືອຢູ່ຈະຕ້ອງຖືກທຸບຖິ້ມທັງໝົດ

ນັບຈາກນີ້ເປັນຕົ້ນໄປ ຕຶກເກົ່າຕະຫຼາດເຊົ້າ ເຊິ່ງມີອາຍຸ ຫຼາຍກວ່າ 60 ປີ ຄົງເຫຼືອໄວ້ແຕ່ຕຳນານເລົ່າຂານໃຫ້ລູກຫຼານໄດ້ຟັງແຕ່ຊື່.

ແຕ່ເຖິງຢ່າງໃດກໍ່ຕາມ ຕະຫລາດເຊົ້າບໍ່ແມ່ນອາຄານ ແຕ່ເປັນສາຖານທີ່ ເຖີງຈະມີການປ່ຽນແປງໄປຫລາຍພຽງໃດ ໃນພື້ນທີ່ເຂດນີ້ກໍ່ຍັງຄົງເປັນຕະຫລາດເຊົ້າ ຢູ່ໃນຄວາມຊົງຈຳຂອງຊາວລາວໃນຕໍ່ໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: allinlaos.com.