ຊົນເຜົ່າກຶມມຸ ແລະ ບຸນປະເພນີບ້ານຫຼັກ 10 ເມືອງໄຊ.

SA Game

ພາບ: ສົງເສີມວັດທະນະທຳກຶມມຸ

ຊົນເຜົ່າກຶມມຸບ້ານຫຼັກ 10 ເມືອງໄຊ ແລະ ບຸນປະເພນີປະຈຳເຜົ່າ.

ເຜົ່າກຶມມຸ ດຳລົງຊີວິດໃນບັນດາແຂວງແຕ່ພາກເໜືອ ລົງຮອດໃຕ້ ກະຈາຍຢູ່ໃນແຕ່ລະເຂດຂອງແຂວງ, ເຜົ່າກຶມມຸ ມີຈຳນວນພົນລະເມືອງປະມານ 5 ແສນກວ່າຄົນ (ຕາມການສຳຫລວດ ພົນລະເມືອງ ທົ່ວປະເທດ ປີ 1995). ເຜົ່າກຶມມຸ ມີພາສາປາກເວົ້າເປັນ ຂອງ ຕົນເອງ, ພາສາກຶມມຸ ຖືກຈັດເຂົ້າ ໃນ ມວດພາສາມອນ-ຂະແມ, ແຕ່ກໍ່ມີການປາກເວົ້າແຕກຕ່າງ ກັນເລັກນ້ອຍ.

ຊົນເຜົ່າກຶມມຸ ນັບຖືຜີ, ມັກຈະປຸກເຮືອນຮ້ານ ແລະ ເຜົ່າກຶມມຸ ມີຄວາມອຸດົມສົມບູນທາງດ້ານສິລະປະວັນນະຄະດີ, ແຕ່ລະແຊງຈະມີການຂັບລຳທີ່ ແຕກຕ່າງກັນ ແລະ ເຄື່ອງດົນຕີ ທີ່ເຮັດດ້ວຍໄມ້ປ່ອງ, ມີການຟ້ອນດາບ, ຟ້ອນທັ່ງບັ້ງ…

ເຜົ່າກຶມມຸ ມີເຄື່ອງນຸ່ງ ປະຈຳເຜົ່າ ເປັນເອກະລັກສະເພາະ, ແຕ່ປະຈຸບັນອາດຈະບໍ່ຄອຍໄດ້ເຫັນປານໃດຈະເຫັນກໍຊວງມີງາມບູນຕ່າງໆ ຫລື ບູນປະເພນີປະຈຳເຜົ່າເທົ່ານັ້ນ, ເຜົ່າກຶມມຸ ຈະທຳການກະເສດເປັນຕົ້ນຕໍເຊັ່ນ: ປູກເຂົ້າ, ປູກພືດຕ່າງໆ ແລະ ລ້ຽງສັດ.

SA Game
ພາບ: ສົງເສີມວັດທະນະທຳກຶມມຸ

ທາງພັກລັດເຮົາກໍໄດ້ເນັ້ນໃສ່ການສ້າງຈຸດເດັ່ນຊຸກຍູ້ສົ່ງເສີມຮີດຄອງປະເພນີໃຫ້ສືບຕໍ່ໄປແຕ່ລະປີໄດ້ມີການຈັດງານບຸນປະເພນີເພື່ອໃຫ້ມີການທ່ອງທ່ຽວພາຍໃນ ແລະ ດຶງດູບນັກທ່ອງທ່ຽວຕ່າງປະເທດເຂົ້າລາວໃຫ້ຫລາຍຂື້ນ, ເນື່ອງຈາກເປັນທ່າແຮງໜຶ່ງທີ່ສາມາດສ້າງລາຍຮັບເຂົ້າສູ່ປະເທດ.

ດັ່ງນັ້ນ, ອຸດົມໄຊ ກໍ່ເປັນອີກແຂວງໜຶ່ງທີ່ໄດ້ຖືເອົາວຽກງານການທ່ອງທ່ຽວ ເປັນຂະແໜງການສຳຄັນໃນການພັດທະນາເສດຖະກິດ-ສັງຄົມແຂວງ ໂດຍສະເພາະບ້ານຫຼັກ 10 ເມືອງໄຊ ໃຫ້ກາຍເປັນບ້ານວັດທະນະທຳທ່ອງທ່ຽວທາງດ້ານຊົນເຜົ່າ ຄຽງຄູ່ກັບການອະນຸລັກຮັກສາ ໂດຍເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊົນເຜົ່າກຶມມຸໃຫ້ຍືນຍົງຕິດພັນກັບການທ່ອງທ່ຽວຫຼາຍຂຶ້ນ.

SA Game
ພາບ: ໂທລະໂຄ່ງ

ທັງນີ້, ກໍ່ເພື່ອເປັນການໂຄສະນາ, ເຜີຍແຜ່ ວັດທະນະທໍາ, ຮີດຄອງປະເພນີ, ວັນນະຄະດີ, ຜະລິດຕະພັນ, ສີໄມ້ລາຍມື,ອາຫານພື້ນເມືອງ ທີ່ເປັນເອກະລັກຂອງຊົນເຜົ່າກຶມມຸ ໃຫ້ສັງຄົມ,ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ຢ່າງກວ້າງຂວາງ.

ພາຍໃນງານໄດ້ມີການສະແດງສິລະປະ,ວັນນະຄະດີເຊັ່ນ: ການຂັບ, ລໍາ, ເປົ່າປີ່, ເປົ່າແຄນ, ຟ້ອນທັ່ງບັ້ງ ແລະ ການເຕັ້ນຄຣຽບ ລວມທັງການແຂ່ງຂັນກິລາພື້ນເມືອງ ຂອງຊົນເຜົ່າກຶມມຸເຊັ່ນ: ຂຶ້ນເສົານ້ຳມັນ, ດຶງເຊືອກ, ແລ່ນເປົາ, ຕຳເຂົ້າ ແລະ ອື່ນໆ. ພ້ອມນັ້ນ, ຍັງໄດ້ທ່ຽວຊົມ ກິດຈະກຳທີ່ຕິດພັນກັບວິຖີຊີວິດເປັນຕົ້ນແມ່ນ ຕູບ, ເຮືອນບູຮານ, ເຄື່ອງມືຮັບໃຊ້ໃນຊີວິດປະຈຳວັນ ຂອງປະຊາຊົນໃນເມື່ອກ່ອນ ພ້ອມທັງຊີມອາຫານ ທີ່ເປັນເອກະລັກພື້ນເມືອງຂອງຊົນເຜົ່າ, ເຊິງມີນັກທ່ອງທ່ຽວຫລາຍທ່ານທີ່ຊືນຊົມຕໍ່ງານບູນນີ້.

SA Game
ພາບ: ໂທລະໂຄ່ງ

ໃນຕົ້ນປີ 2020 ຜ່ານມາ ປະຊາຊົນບ້ານຫຼັກ 10 ເມືອງ ໄຊ ແຂວງ ອຸດົມໄຊ ໄດ້ສະເຫຼີມສະຫຼອງ ບຸນປີໃໝ່ຂອງຊົນເຜົ່າກຶມມຸ ໂດຍຕິດພັນກັບການຊຸກຍູ້ສົ່ງເສີມ ການທ່ອງທ່ຽວດ້ານວັດທະນະທຳຊົນເຜົ່າ. ເຊິງບ້ານຫຼັກ10 ຕັ້ງຢູ່ລຽບເສັ້ນທາງເລກທີ 13 ເໜືອ ຫ່າງຈາກເທດສະບານແຂວງ 10 ກິໂລແມັດ, ແລະ ບໍ່ພຽງແຕ່ມີເຜົ່າກຶມມຸເທົ່ານັ້ນຍັງມີທັງ ເຜົ່າລາວ, ກຶມມຸ, ມົ້ງ ແລະ ເຜົ່າພູນ້ອຍດຳລົງຊິວິດຮ່ວມກັນໃນບ້ານນັ້ນ.

ອາຊີບຕົ້ນຕໍຂອງປະຊາຊົນແມ່ນຖືເອົາການປູກຝັງ, ລ້ຽງສັດນ້ອຍ ແລະ ຄ້າຂາຍບໍລິການຕ່າງໆ ໃນນັ້ນເດັ່ນກວ່າໝູ່ແມ່ນ ການປູກຜັກປອດສານພິດໃນເຮືອນຫົ່ມ ສະເລ່ຍລາຍຮັບຂອງບ້ານໄດ້ 2 ຕື້ 600 ລ້ານກວ່າກີບຕໍ່ປີ, ສະເລ່ຍໃສ່ພົນລະເມືອງໄດ້ ເກືອບ 3 ລ້ານກີບຕໍ່ຄົນຕໍ່ປີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Laoedaily.com.la