ຈະໄດ້ມີການບູຣະນະ-ປະຕິສັງຂອນພຣະທາຕຸອຸງໄຫ ມັງກາຣະຄີຣີເຈດີຄືນໃຫມ່

SA Game

ພຈ ດີ ແດນເຫນຶອ ຄຳພີລະປັນໂຍ

ປັບ​ປຸງ​ສິ​ລະ​ປະ​ອັນ​ເກົ່າ​ແກ່​ຂອງ​ລາວ​ເຮົາພຣະທາຕຸອຸງໄຫ ມັງກາຣະຄີຣີເຈດີ ສີລະປະສະໄຫມລ້ານຊ້າງ

ຕາມ​ປະ​ຫວັດ​ ແລະ ຕາມຫຼັກ​ຖານ​ໃນ​ສີ​ລາ​ຈາ​ລຶກ​ທີ່​ລະ​ບຸ​ໃສ່​ຢູ່​ຝ່າ​ສາ​ລາ​ຂ້າງ​ພະ​ທາດ​ແມ່ນ ໄດ້​ສ້າງ​ຂື້ນ​ໃນ​ປີ 1080 ແຕ່​ບາງ​ແຫ່ງ​ກ່າວ​ວ່າ​ ສ້າງ​ຂື້ນ​ທຳ​ອິດ​ປີ ພ​.ສ 1343 ເຊິ່ງ​ນຳ​ພາ​ສ້າງ​ໂດຍ ພະ​ຍາ​ເມືອງ​ອູ ໄດ້​ພາ​ແຮງ​ງານ​ປະ​ຊາ​ຊົນ​ຊາວ​ເມືອງ​ປັນ​ນາ​ອູ ຜູ້​ມີ​ຄວາມ​ເຫຼື້ອມ​ໃສ​ສັດ​ທາ ພັນ​ກວ່າ​ຄົນ ຮ່ວມ​ສ້າງ​ທີ່​ຈອມ​ພູ​ແມວ​ປິວ​ດ້ວຍ​ພະ​ລັງ​ແຮງ​ສັດ​ທາ​ເພື່ອ​ໃຫ້​ເປັນ​ພຸ​ທະ​ບູ​ຊາ​ພ​ຣະ​ພຸດ​ທະ​ເຈົ້າ ແລະ ເປັນ​ສິ​ລິ​ມົງ​ຄຸນ​ໃຫ້​ແກ່​ບ້ານ​ເມືອງ.

ສະ​ນັ້ນ​, ອີງ​ຕາມ​ປະ​ຫວັດ​ດັ່ງ​ກ່າວ​ແລ້ວ ພ​ຣະ​ທາດ​ອຸງ​ໄຫ​ຖື​ໄດ້​ວ່າ​ເປັນ​ອົງ​ພ​ຣະ​ທາດ​ເຈ​ດີ​ທີ່​ມີ​ອາ​ຍຸ​ຫລາຍ​ຮ້ອຍ​ປີ ຫລື ພັນ​ກວ່າ​ປີ ນັບ​ວ່າ​ເກົ່າ​ທີ່​ສຸດ​ເປັນ​ທາດ​ເຈ​ດີ​ອົງ​ສຳ​ຄັນ​ທີ່​ຊາວ​ເມືອຍອດ​ອູ​ໃຫ້​ຄວາມ​ເຄົາ​ລົບ​ນັບ​ຖື​ບູ​ຊາ​ຫລາຍ​ທີ່​ສຸດ​ມາ​ແຕ່​ໃດໆ​ແລ້ວ, ເປັນ​ສູນ​ລວມ​ຈິດ​ໃຈ​, ຄວາມ​ສາ​ມັກ​ຄີ ຂອງ​ພຸດ​ທະ​ສະ​ນິ​ກະ​ຊົນ​ບັນ​ດາ​ເຜົ່າ ໂດຍ​ສະ​ເພາະ​ແມ່ນ​ຊົນ​ເຜົ່າ ລື້ ຖື​ວ່າ​ເປັນ​ພ​ຣະ​ທາດ​ອົງ​ສັກ​ສິດ​ຫຼາຍ ເຊິ່ງ​ທຸກ​ປີ​ຊ່ວງ​ເດືອນ 7 ສິນ 15 ຄ່ຳ​ຈະ​ມີ​ການ​ຈັດ​ງານ​ບຸນ​ຂື້ນ​ໄຫວ້​ພ​ຣະ​ທາດ​ປະ​ຈຳ​ປີ​ຂອງ​ປະ​ຊາ​ຊົນ​ບໍ່​ລິ​ເວນ​ໃກ້​ຄຽງ​ຮ່ວມ​ກັນ​ຂື້ນ​ເມືອ​ກິນ​ທານ​ຢູ່​ເທິງ​ພ​ຣະ​ທາດ​ເພື່ອ​ສ້າງ​ບຸນ​ກຸ​ສົນ​ແກ່​ຕົນ​ເອງ.

SA Game
ພຈ ດີ ແດນເຫນຶອ ຄຳພີລະປັນໂຍ

ພຣະທາຕຸອຸງໄຫ ມັງກາຣະຄີຣີເຈດີ ສ້າງເມື່ອປີ ຄສ 1343 ປັດຈຸບັນ ມີອາຍຸ 769 ປີແລ້ວ ຈະໄດ້ມີການບູຣະນະ-ປະຕິສັງຂອນຄືນໃຫມ່ຄັ້ງໃຫຍ່

ພຣະທາຕຸອຸງໄຫມີການແຕກຫັກ ເພພັງລົງມາເນື່ອງຈາກ ເຫດການແຜ່ນດິນໄຫວເທື່ອກ່ອນ ເຮັດໃຫ້ສ່ວນຍອດຫັກລົງ ແລະ ສ່ວນແອວຂັນກໍແຕກຫັກ ແຕ່ຍັງຍອງຕົວໄດ້ ເຊຶ່ງເກີດມີແຜ່ນດິນໄຫວເກີດອີກຄັ້ງ ອາດຈະເຮັດໃຫ້ພຣະທາຕຸເອນລົງ
ສະນັ້ນ ຂໍເຊີນຊວນທຸກທ່ານ ມາໂຮມມາເຕົ້າເພິື່ອສ້າງບຸນບາຣະມີ ເພື່ອບູຣະນະ-ປະຕິສັງຂອນຄືນໃຫມ່ນຳກັນເດີ.
ພຣະທາຕຸສ້າງຂຶ້ນໃນປີ ພສ 1343 ແລະ ປີ ພສ 1623
ແລະ ຂຽນຢູ່ສີລາຈາລຶກຢູ່ຝ່າຫໍສາລາ ປີ 1080 ແຕ່ບໍ່ຮູ້ວ່າ ພສ ຄສ ຫລື ຈສ, ແຕ່ໂດຍທົ່ວໄປແລ້ວ ລື້ແລະລາວເດີມນິຍົມໃສ່ຈສ ຫລາຍກວ່າ ຜູ້ຂ້າເລີຍສັນນິຖານຫນ້າຈະແມ່ນ ຈຸລະສັງກາດ (ຈສ)1080, ສຳລັບການໃສ່ ພສ ເປັນຂໍ້ມູນຂອງໄທ ແນ່ນອນເພິ່ນໃສ່ ພສ ຢູ່ແລ້ວ,ແຕ່ທີ່ເຮັດໃຫ້ຜູ້ຂ້າຫົວໃຈຕື່ນເຕັ້ນແຮງຄື ອາຍຸຂອງອົງພຣະທາຕຸ ຖ້າຫາກ ພສ 1343 – 2565 = 1,222 ປີ ຖ້າຫາກ ພສ 1623 – 2565 = 942 ປີ ຖ້າຫາກ ຈສ 1080-1384 = 304 ປີ.
SA Game
ພຈ ດີ ແດນເຫນຶອ ຄຳພີລະປັນໂຍ
ສິລະປະຂອງອົງພຣະທາຕຸຖານລຸ່ມແມ່ນສີລະປະສະໄຫມລ້ານຊ້າງ ສ່ວນແຕ່ແອວຂຶ້ນເປັນສີລະປະໄຕລື້ ເປັນຊົງຫມໍ້ໃຫຍ່ ຫລືໄຫໃສ່ນ້ຳຢອງກັນຂຶ້ນ.
ແຂວງຜົ້ງສາລີ ມີພຣະທາຕຸເກົ່າແກ່ທີ່ສຸດ ກໍ່ເປັນສິ່ງມຸງຄຸນທີ່ຈະສາມາດສະເຫນີຂຶ້ນເປັນມໍລະດົກແຫ່ງຊາດໄດ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ພຈ ດີ ແດນເຫນຶອ ຄຳພີລະປັນໂຍ