ງານ​ສີ​ມື! ​​ສອນຈັກສານໄມ້ປ່ອງໃຫ້ກຸ່ມຫັດຖະກຳການຜະລິດບ້ານຫົວເຊໂດນ.

SA Game

Medialaos

ອຸດສາຫະກຳແລະການຄ້າເມືອງ ຝຶກອົບຮົບຈັກສານໄມ້ປ່ອງ ໃຫ້ກຸ່ມຫັດຖະກຳການຜະລິດບ້ານຫົວເຊໂດນ.

ຫ້ອງການອຸດສາຫະກຳແລະກາຄ້າ ເມືອງທ່າແຕງ ແຂວງເຊກອງ ໄດ້ ຝືກອົບຮົມການຈັກສານໄມ້ປ່ອງ ໃຫ້ ກຸ່ມການຜະລິດຫັດຖະກຳ ບ້ານຫົວເຊໂດນ(ຄຸ້ມດອນມ່ວງ) ເມືອງທ່າແຕງ ແຂວງເຊກອງໃນຕອນເຊົ້າ 25 ເມສາ 2022ນີ້.

ໂດຍການເປັນປະທານຂອງທ່ານ ຄອນສະຫວັນ ພັນໂຊດ ຫົວໜ້າຫ້ອງການອຸດສະຫາກໍາແລະຄ້າເມືອງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງ, ເມືອງທ່າແຕງ ມີອໍານາດການປົກຄອງບ້ານ ຮອງເຂດຈຸດສຸມພັດທະນາ ແລະ ສະມາຊິກພາຍໃນກຸ່ມຈັກສານເຂົ້າຮ່ວມ.

ການຝືກອົບຮົມໃນຄັ້ງນີ້ ໄດ້ຮຽນຮູ້ກ່ຽວກັບຂັ້ນຕອນການຈັກສານ, ການຖັກລິງລາຍ, ຄວາມປານີດລະອຽດອ່ອນ, ນັບແຕ່ການກະກຽມເລີ່ມຕົ້້ນ, ການເລືອກເຟັ້ນປະເພດໄມ້ປ່ອງທີ່ມີຄຸນນະພາບ ເພື່ອສານປະເພດຫວດ, ຕິບເຂົ້າ, ກະຊອນ, ການຖັກຟອຍ, ການສານໄຊ ແລະອື່ນໆ ເຊີ່ງມີທັງໝົດ 5 ກຸ່ມ, ມີສະມະຊິກທັງໝົດ 25 ຄົນ.

SA Game
Medialaos

ຈາກນັ້ນໃນພິທີກໍ່ໄດ້ມີການມອບ-ຮັບເຮືອນຈັກສານໄມ້ປ່ອງຫັດຖະກຳໃຫ້ກຸ່ມການຜະລິດ ຫົວເຊໂດນ(ຄຸ້ມດອນມ່ວງ) , ໃຫ້ກຽດມອບໂດຍທ່ານ ສຸພົນໄຊສະຫງ່າ ຮອງເຈົ້າເມືອງ ຮັບໂດຍທ່ານ ສຸວັນແກ້ວ ນີວເມືອງເຢ ເລຂາພັກບ້ານ-ນາຍບ້ານໆຫົວເຊໂດນ ແລະໄດ້ມອບເງີນສົດຈຳນວນ 5 ລ້ານກີບເພື່ອເປັນການສົ່ງເສີມໃຫ້ກຸ່ມຫັດຖະກຳຈັກສານໄມ້ປ່ອງໝຸນໃຊ້ເຂົ້າໃນໂຄງການດັ່ງກ່າວທີ່ຈຳເປັນ ແລະເພື່ອເສີມຂະຫຍາຍມູນເຊື້ອການຜະລິດທີ່ເອກະລັກ, ເຄື່ອງຈັກສານໄມ້ປ່ອງທີ່ເປັນພູມປັນຍາຂອງທ້ອງຖິ່ນ ໃຫ້ຄົງຢູ່ກັບຄົນລາວຕະຫຼອດໄປ.

SA Game
Medialaos

ຕອນທ້າຍພິທີ ທ່ານສຸພົນ ໄຊສະຫງ່າ ໄດ້ເນັ້ນໃຫ້ກຸ່ມຫັດຖະກຳຈັກສານໄມ້ປ່ອງ ບ້ານຫົວເຊໂດນ ເອົາໃຈໃສ່ເສີມຂະຫຍາຍໂຄງການດັ່ງກ່າວ ຜະລິດເຄື່ອງຈັກສານເຄື່ອງຫັດຖະກຳປະເພດຕ່າງໆ ມາວາງຈຳໜ່າຍຂາຍ ເປັນສີນຄ້າ,ເພຶ່ອສ້າງລາຍຮັບເຂົ້າສູ່ຄອບຄົວ ແລະ ເປັນການອະນຸຮັກພູມປັນຍາທ່ອງຖີ່ນເຮົາໄວ້ໃຫ້ຄົງຢູ່ຄູ່ກັບເຮົາຕະຫຼອດໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: Medialaos