ການຊົນແມງຄາມ ກິລາພື້ນບ້ານຂອງ​ປະ​ຊາ​ຊົນ​ລາວ

SA Game

phakhaolao.la

ປະ​ເພ​ນີກິລາພື້ນບ້ານ ການຊົນແມງຄາມ ທີ່​ສືບ​ທອດ​ກັນ​ມາ​ຫລາຍ​ຮຸ​່ນ​ຄົນ.

ການຊົນແມງຄາມ ເປັນກິດຈະກຳການກິລາພື້ນບ້ານ ທີ່​ໄດ້​ສືບ​ທອດ​ກັນ​ມາ​ແຕ່​ລຸ້ນ​ສູ່​ລ​ຸ້ນ​ຫລາຍ​ສັດ​ຕະ​ວັດ​ແລ້ວ ໂດຍສະເພາະໃນເມື່ອຍາມເປັນເດັກ ເປັນກິດຈະກຳທີ່ຮ່ວມຫຼິ້ນສືບທອດກັນມາເປັນເວລາດົນນານແລ້ວ ເຊິ່ງປະຈຸບັນກໍຍັງສືບທອດກັນຫຼິ້ນ ພູມປັນຍາທ້ອງຖິ່ນ

ການຊົນແມງຄາມ ເປັນກິດຈະກຳທີ່ພົບບໍ່ໄດ້ທຸກລະດູ ມີໃຫ້ເຫັນສະເພາະລະດູຝົນເທົ່ານັ້ນ ເນື່ອງຈາກວົງຈອນຊີວິດຂອງນັກສູ້ “ແມງຄາມ” ນັ້ນເອງ

ແມງຄາມ ມີຊື່ວິທະຍາສາດວ່າ Xylotrupes gideon (Linnaeus, 1767) ຢູ່ໃນຕະກຸນ Scarabaeidae ໂຕຜູ້ຈະມີລັກສະນະຮ່າງກາຍໃຫ່ຍກວ່າໂຕແມ່ ເຊິ່ງໂຕຜູ້ຈະມີເຂົາຂະໜາດໃຫ່ຍຍື່ນໄປຫາໜ້າ ແລະ ໂຄ້ງລົງບ່ອນປາຍແຍກອອກເປັນສອງແງ່ມ ບາງໂຕມີຂົນສີເລືອງອ່ອນຢູ່ພື້ນທ້ອງ, ສ່ວນໂຕແມ່ບໍມີເຂົາ. ແມງຄາມ ໃນໄລຍະເປນໂຕດັກແດ້ ຈະພັກໂຕອາໄສຢູ່ໃນດິນທີ່ມີຄວາມອຸດົມສົມບູນທາງດ້ານແຮ່ທາດທາງທຳມະຊາດ, ເຊິ່ງໃຊ້ເວລາຍາວນານເຖິງ 12 ເດືອນ.

SA Game
phakhaolao.la

ເມື່ອເຖິງໄລຍະໂຕເຕັມໄວ ກໍຈະອາໄສຢູ່ໃນທຳມະຊາດໄດ້ປະມານ 2-3 ເດືອນ (ບາງຊະນິດກໍຢູ່ໄດ້ 3-4 ປີ ເຊັ່ນ ແມງຄາມ 5 ເຂົາ) ແຕ່ກ່ອນຈະອອກມາສູ່ສະພາບແວດລ້ອມພາຍນອກ ແມງຄາມຈະອາໄສຢູ່ໃນໂພງກ່ອນປະມານ 1-2 ເດືອນ

ການກິລາຊົນແມງຄາມປຽບດັ່ງວິຖີຊີວິດພື້ນບ້ານ ເປັນການຝັງແໜ້ນຮາກຖານໃຫ້ຊຸມຊົນໄດ້ຮຽນຮູ້ກ່ຽວກັບວົງຈອນຊີວິດຂອງຊີວະນາໆພັນ ມີຄວາມຮູ້ສຶກແໜ້ນແຟ້ນກັບທຳມະຊາດ. ສຳລັບນັກນິຍົມແມງຄາມນັ້ນ ຈະມີການລ້ຽງ, ເບິ່ງແຍງ ແລະ ເຝິກຝົນ ເປັນຢ່າງດີເພື່ອການກິລາ. ໃນກໍລະນີການຊົນການຂອງແມງຄາມ ບໍ່ມັກພົບເຫັນກໍລະນີທີ່ບາດເຈັບ ແລະ ຕາຍ ເນື່ອງຈາກການຕໍ່ສູ້ສຳລັບແມງຄາມແມ່ນເພື່ອນາງ (ໂຕແມ່) ໂຕທີ່ເກັ່ງ  ແລະ ແຂງແຮງທີ່ສຸດ ຈະເປັນຜູ້ທີ່ມີໂອກາດສືບພັນຫຼາຍກວ່າຕົວຜູ້ທີ່ອ່ອນແອ ແລະ ການຕັດສິນແພ້ຊະນະຄື ການຖອຍໜີ, ຕົວທີ່ແພ້ ເມື່ອຮູ້ຕົວວ່າສູ້ບໍ່ໄຫວກໍຈະຖອຍໜີໄປ

ສຳລັບລັກສະນະນັກສູ້ທີ່ດີສາມາດສັງເກດໄດ້ຜ່ານການບອກເລົ່າທີ່ວ່າ:

  • ມີຂາໜ້າຍາວເພື່ອຍົກຄູ່ຕໍ່ສູ້ໄດ້ງ່າຍ
  • ຕ້ອງມີໜ້າກວ້າງ ແລະ ໜາ
  • ເມື່ອກາງເຂົາອອກເຕັມທີ່ ເຂົາລຸ່ມຈະຍາວກວ່າເຂົາເທິງໜ້ອຍໜຶ່ງ ຫາກເຂົາລຸ່ມຍາວກວ່າຫຼາຍ ເຊື່ອວ່າຈະບໍ່ມີແຮງໜີບຄູ່ຕໍ່ສູ້
  • ສ່ວນຫົວຕ້ອງສູງ
  • ແມງຄາມທີ່ດີຕ້ອງສະຫຼາດສອນງ່າຍ ຫຼື ກັບຫຼັງກັບຂ້າງໄດ້ໄວ ເມື່ອໃຊ້ເຂົາໜີບຄູ່ຕໍ່ສູ້ຈະໜີບແໜ່ນ ບໍ່ຍອມຫຼຸດງ່າຍໆເມື່ອຄູ່ຕໍ່ສູ້ຖອຍມັນຈະສອດເຂົາຕາມຈົນຄູ່ຕໍ່ສູ້ຕັ້ງຫຼັກບໍ່ທັນ
  • ກົ້ນຕ້ອງໃຫ່ຍຍື່ນອອກມານອກປີກ
SA Game
phakhaolao.la

ແຕ່ໜ້າເສຍດາຍທີ່ ປະຈຸບັນປ່າໄມ້ຖືກທຳລາຍ ສິ່ງມີຊີວິດນ້ອຍໃຫ່ຍຂາດທີ່ຢູ່ອາໄສ ແລະ ສ່ຽງສູນພັນ ເຊັ່ນດຽວກັນກັບແມງຄາມທີ່ເລີ່ມຫາຍາກແລ້ວ ເຊິ່ງເຮົາກໍອາດຈະບໍໄດ້ເຫັນການກິລາພື້ນບ້ານແບບນີ້ອິກຕໍ່ໄປ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເບີ່ງ​ເມືອງ​ລາວ

ຂອບ​ໃຈແຫຼ່ງຂໍ້ມູນຈາກ: phakhaolao.la