Thanaleng Dry Port ຈະ​ເປີດ​ນຳ​ໃຊ້ໃນອີກ​ປະ​ມານໜຶ່ງເດືອນ

SA Game

ພາບ​: laoedaily.com

ມາ​ເບິ່ງ​ຄວາມ​ຄືບ​ໜ້າໂຄງການ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ.

ໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ແມ່ນໄດ້ມີພິທີວາງສີລາລືກການກໍ່ສ້າງໂຄງການ ຂຶ້ນໃນວັນທີ 3 ກໍລະກົດ 2020 ມາຮອດວັນທີ 3 ກໍລະກົດ 2021 ກໍຄົບຮອບ 1 ປີ, ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ຕັ້ງຢູ່ເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ເປັນໂຄງການບຸລິມະສິດສຳຄັນໜຶ່ງຂອງລັດຖະບານ ສປປ ລາວ ເພື່ອສ້າງເງື່ອນໄຂຂອງປະເທດ Land Lock ໃຫ້ເປັນ Land Link ຮອງຮັບການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ເກີດປະໂຫຍດສູງສຸດ ເຊິ່ງໃຫ້ບໍລິການດ້ານໂລຊິດສະຕິກ ທີ່ເປັນລະບົບທັນສະໄໝ ຮອງຮັບການຂົນສົ່ງຫຼາຍຮູບແບບການຂົນສົ່ງທາງບົກ, ທາງນ້ຳ ແລະ ທາງລົດໄຟ.

SA Game
ພາບ​: laoedaily.com

ໂຄງ​ການ​ດັ່ງ​ກ່າວມີເນື້ອທີ່ທັງໝົດປະມານ 382 ເຮັກຕາ ( ເບື້ອງຕົ້ນ ), ມູນຄ່າການລົງທຶນຂອງໂຄງການທັງໝົດ ປະມານ 727 ລ້ານໂດລາສະຫະລັດ ເປັນການພັດທະນາ ລະຫວ່າງ ລັດຖະບານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ແລະ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ, ພາຍໃຕ້ຮູບແບບ BOT ( Built Operate and Transfer ) ໂດຍມີອາຍຸສໍາປະທານ 50 ປີ.

ໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນດັ່ງກ່າວນີ້ ເປັນໂຄງການພັດທະນາເຂດໂລຊິດສະຕິກ ຄົບວົງຈອນ ຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວທີ່ລວມເອົາ 5 ອົງປະກອບຫຼັກມາໄວ້ຈຸດດຽວກັນ ເພື່ອສ້າງເງື່ອນໄຂຮອງຮັບການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ເກີດປະໂຫຍດສູງສຸດ

ເຊິ່ງໃຫ້ບໍລິການດ້ານໂລຊິດສະຕິກ ທີ່ເປັນລະບົບທັນສະໄໝຮອງຮັບການຂົນສົ່ງຫຼາຍຮູບແບບການຂົນສົ່ງທາງບົກ, ທາງນ້ຳ ແລະ ທາງລົດໄຟ. ທັງເປັນຈຸດສຸມ ສະເພາະກິດຈະການສ້າງມູນຄ່າເພີ່ມ ເຊັ່ນ:

ພື້ນທີ່ບໍລິການສູນໂລຊິດສະຕິກ ເຊິ່ງບັນດາຜູ້ປະກອບການດໍາເນີນທຸລະກິດ ສາມາດເຄື່ອນໄຫວທຸລະກິດຂົນສົ່ງ, ໂລຊິດສະຕິກ ແລະ ການແຈກຢາຍສິນຄ້າທັງຜ່ານແດນພາຍໃນ ແລະ ຜ່ານແດນສາກົນ, ພື້ນທີ່ປອດພາສີສໍາລັບການຜະລິດ, ປຸງແຕ່ງ, ປະກອບ, ເກັບຮັກສາລໍຖ້າການນໍາເຂົ້າ – ສົ່ງອອກ.

ຍັງລວມທັງສູນສົ່ງເສີມການຄ້າສາກົນ, ພື້ນທີ່ຈັດເກັບສິນຄ້າປະເພດທາດແຫຼວ ( Tank Farm ), ພື້ນທີ່ສູນສົ່ງເສີມການຄ້າສາກົນ, ພື້ນທີ່ການຜະລິດ, ປຸງແຕ່ງ, ປະກອບ, ເກັບຮັກສາ ລໍຖ້າການນໍາເຂົ້າ – ສົ່ງອອກ, ພື້ນທີ່ສາງເຢັນ. ສໍາລັບສິນຄ້າປະເພດຊີ້ນສັດ, ໝາກໄມ້ ແລະ ພືດຜັກ, ສູນບໍລິການສົ່ງອອກຂອງ SME ແລະ ອື່ນໆ.

ຕະຫຼອດໄລຍະ 1 ປີຜ່ານມາ ໂຄງການດັ່ງກ່າວກໍໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກບັນດານັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງມີຫຼາຍຄະນະທູດ ແລະ ຕາງໜ້າຈາກພາກສ່ວນສຳຄັນໄດ້ລົງໄປຢ້ຽມຢາມເລື້ອຍໆ.

SA Game
ພາບ​: laoedaily.com

ມາປັດຈຸບັນການພັດທະນາໂຄງການດັ່ງກ່າວນີ້ ແມ່ນມີຄວາມຄືບໜ້າຫຼາຍດ້ານ ເຊັ່ນ: ການກໍ່ສ້າງຫ້ອງການ, ການກໍ່ສ້າງພື້ນຖານໂຄງລ່າງເຂດຕ່າງໆທີ່ພົ້ນເດັ່ນແມ່ນຄວາມຄືບໜ້າຂອງການກໍ່ສ້າງເຂດ Thanaleng Dry Port ທີ່ປັດຈຸບັນໃກ້ຈະສຳເລັດ ຄາດວ່າຈະໄດ້ເປີດນຳໃຊ້ໃນເດືອນສິງຫາ 2021 ນີ້.

ພາຍຫຼັງໂຄງການດັ່ງກ່າວສ້າງສໍາເລັດ ສປປ ລາວ ຈະມີໂຄງລ່າງທີ່ທັນສະໄໝຄົບຊຸດສໍາລັບການເຊື່ອມຈອດລະບົບຂົນສົ່ງຫຼາຍຮູບແບບລະດັບສາກົນ, ທາງບົກ, ທາງລົດໄຟ ແລະ ທາງທະເລ, ຄາດວ່າຈະເປັນການຊຸກຍູ້ສົ່ງເສີມການຄ້າຂ້າມແດນ ໂດຍມີປະເທດລາວເປັນຈຸດສູນກາງໃນການຂົນສົ່ງທີ່ເຊື່ອມຕໍ່ ສປປ ລາວ ກັບ ສປ ຈີນ ແລະ ບັນດາປະເທດອ້ອມຂ້າງ ພ້ອມທັງເຊື່ອມໂຍງກັບຢູໂຣບອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com