6 ຫົວຂໍ້ ທີ່ສໍາຄັນກອງປະຊຸມລັດຖະບານ ສະໄໝສາມັນ ເດືອນຕຸລາ 2022

SA Game

ກົມປະຊາສຳພັນ ຫສນຍ

ກອງປະຊຸມລັດຖະບານ ສະໄໝສາມັນເດືອນຕຸລາ 2022 ປຶກສາຫາລື ຄົ້ນຄວ້າໃນ 6 ປະ​ເດັນ​ສຳ​ຄັນ​

ໃນຕອນເຊົ້າຂອງວັນທີ 26 ຕຸລາ 2022 ທີ່ສໍານັກງານນາຍົກລັດຖະ ມົນຕີ, ໄດ້​ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ , ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກ ລັດຖະ ມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.
ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2022 ຈະໄດ້ດຳເນີນເປັນເວລາ 1 ວັນເຄິ່ງ ເຊິ່ງເນື້ອໃນຂອງກອງປະຊຸມ ຈະໄດ້ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບກັນ ຕໍ່ 6 ຫົວຂໍ້ ທີ່ສໍາຄັນ ແລະ ຈໍາເປັນ ຄື:
SA Game
ກົມປະຊາສຳພັນ ຫສນຍ
1. ສະຫຼຸບການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈໍາເດືອນພະຈິກ 2022 ຂອງລັດຖະບານ.
2. ລາຍງານຫຍໍ້ຜົນການຢ້ຽມຢາມຂອງຄະນະທ່ານ ນາຍົກລັດຖະມົນຕີ ຢູ່ ສ. ສິງກະໂປ ຢ່າງເປັນທາງການ ໃນວັນທີ 27-28 ກັນຍາ 2022; ຜົນການຕ້ອນຮັບທ່ານນາຍົກລັດຖະມົນຕີ ແຫ່ງ ສ. ກູບາ ແລະ ທິດຜັນຂະຫຍາຍ; ລາຍງານການກະກຽມວາງສິລາເລິກ ຂົວມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ).
3. ບົດລາຍງານຂອງລັດຖະບານ ທີ່ຈະສະເໜີລາຍງານ ຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX.
4. ຮ່າງດໍາລັດ ວ່າດ້ວຍທຶນການສຶກສາຕ່າງປະເທດ ແລະ ຜູ້ຮຽນ.
5. ຮ່າງແຜນຜັງແຫ່ງຊາດ ກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ (ສະບັບປັບປຸງ).
6. ຮ່າງຍຸດທະສາດແຫ່ງຊາດ ເພື່ອການພັດທະນາວຽກງານຊົນເຜົ່າ ປີ 2021-2030 ແລະ ວິໄສທັດຮອດ 2035.
SA Game
ກົມປະຊາສຳພັນ ຫສນຍ
ກອງປະຊຸມລັດຖະບານ ສະໄໝສາມັນ ຄັ້ງນີ້ ດໍາເນີນໃນທ່າມກາງບັນຍາກາດ ທີ່ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ, ຊຶ່ງໄດ້ສົ່ງຜົນກະທົບຕໍ່ ສປປ ລາວ ເຮົາ ຫຼາຍສົມຄວນ ແຕ່ລັດຖະບານ ກໍ່ຍັງສາມາດຮັກສາສະຖຽນລະພາບໄດ້. ດັ່ງນັ້ນ, ສິ່ງທີ່ສໍາຄັນ, ຈໍາເປັນ ແລະ ຮີບດ່ວນທີ່ສຸດໃນໄລຍະນີ້ ລັດຖະບານ ຈະໄດ້ສືບຕໍ່ສຸມກໍາລັງແຮງ ຂອງທຸກພາກສ່ວນໃນສັງຄົມ ເພື່ອປະຕິບັດແຜນດຳເນີນງານຂອງລັດຖະ ບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍສະເພາະ ເລັ່ງຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທໍາ ແລະ ມີໝາກຜົນຕົວຈິງຫຼາຍຂຶ້ນ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານ ສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະ ຕາມຫຼັກວິທະຍາສາດ ຢ່າງມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີຜົນສໍາເລັດສູງ ແລະ ບັນລຸຕາມຄາດໝາຍ ທີ່ໄດ້ກຳນົດໄວ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມປະຊາສຳພັນ ຫສນຍ