3 ​ແຂວງພາກ​ເໜືອ ຮ່ວມ​ແລກ​ປ່ຽນ​ບົດ​ຮຽນ​ກັບ​ຜູ້​ແທນ​ແຂວງ​ລາຍ​ເຈົາ

SA Game

ຂ​ປ​ລ

ຄະ​ນະ​ຜູ້​ແທນ 3 ແຂວງພາກເໜືອ ແລກປ່ຽນບົດຮຽນກັບຜູ້ແທນແນວໂຮມແຫ່ງຊາດ​ຫວຽດ​ນາມ

 ອີງ​ຕາມແຫລ່ງຂ່າວຈາກ ແຂວງຫລວງພະບາງ ​ໄດ້​ລາຍ​ງານໃຫ້ຮູ້ວ່າ:

ເມື່ອບໍ່ດົນມານີ້, ຢູ່ແຂວງລາຍເຈົາ ສສ ຫວຽດນາມ, ຄະນະຜູ້ແທນ ແນວລາວສ້າງຊາດ ແຂວງຫລວງພະບາງ, ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ໄດ້ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນກັບຄະນະຜູ້ແທນ ຄະນະກຳມະການ ແນວໂຮມແຫ່ງຊາດ ຫວຽດນາມ ແຂວງລາຍເຈົາ ແຫ່ງ ສສ ຫວຽດນາມ

ໂດຍເປັນປະທານຂອງ ທ່ານ ສູງອາໂຮ ປະທານຄະນະກໍາມະການ ແນວໂຮມແຫ່ງຊາດຫວຽດນາມ ແຂວງລາຍເຈົາ, ສຳລັບຄະນະຜູ້ແທນແນວລາວສ້າງຊາດ ແຂວງຫລວງພະບາງ ນຳໂດຍ ທ່ານ ສຸກັນ ບຸນຍົງ ປະທານແນວລາວສ້າງຊາດແຂວງ ພ້ອມຄະນະ. ທ່ານປະທານແນວລາວສ້າງຊາດແຂວງຫລວງພະບາງ ໄດ້ມີຄໍາເຫັນບາງຕອນວ່າ:

SA Game
ຂ​ປ​ລ

ການພົບປະແລກປ່ຽນບົດຮຽນຂອງພວກເຮົາໃນຄັ້ງນີ້ ຈະເປັນການປະກອບ ສ່ວນອັນສໍາຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ເປັນການທົບທວນຄືນໃນການພົວພັນຮ່ວມມື, ການຈັດຕັ້ງປະຕິບັດວຽກງານແນວ ໂຮມຂອງ 4 ແຂວງ ຂອງ 2 ປະເທດ ຕາມບົດບັນທຶກຊ່ວຍຈໍາໃນວັນທີ 9 ກໍລະກົດ 2019.

ຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ແຂວງລາຍເຈົາ ແລະ ຄະນະກຳມະການແນວລາວສ້າງຊາດແຂວງຜົ້ງສາລີ, ອຸດົມໄຊ, ຫລວງພະບາງ ຈະສືບຕໍ່ພ້ອມກັນເປີດກວ້າງ ແລະ ຍົກສູງຄຸນນະພາບ, ປະສິດທິພາບການຮ່ວມມືໃນຂົງເຂດວຽກງານແນວໂຮມ, ສືບຕໍ່ຈັດພົບປະແລກປ່ຽນບົດຮຽນ-ເພີ່ມທະວີແລກປ່ຽນມິດຕະພາບ, ສືບຕໍ່ສ້າງ ສາຍພົວພັນຮ່ວມມືອັນແທ້ຈິງ ແລະ ມີປະສິດທິຜົນ

SA Game
ຂ​ປ​ລ

ພ້ອມທັງເພີ່ມທະວີການໂຄສະນາອົບ ຮົມ ໃຫ້ພະນັກງານ, ສະມະຊິກພັກ, ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຍາວນານ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ຍົກສູງໜ້າທີ່ຮັກສາ-ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົງແກນ ຕະຫລອດກະລານານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.