3 ພາກສ່ວນ ຈັບມືກັນພັດທະນາ ແລະ ຍົກລະດັບສິນຄ້າລາວ

SA Game

ພ​າບ: laoedaily.com.la

ພັດທະນາ ແລະ ຍົກລະດັບສິນຄ້າລາວ ໂດຍ​ການເຂົ້າວາງຂາຍໃນມິນິບິກຊີ ແລະ ຂະຫຍາຍສູ່ຕະຫຼາດສາກົນ.

ສິນ​ຄ້າ​ລາວ​ຫລາຍໆ​ຢ່າງ​ຕ້ອງ​ໄດ້​ພັດ​ທະ​ນາ ເພື່ອ​ຍົກ​ລະ​ດັບ​ສູ່​ສາ​ກົນ​ທັງ​ດ້ານ​ຄຸ​ນ​ນະ​ພາບ ແລະ ການ​ຕະ​ຫລາດ​ເພື່ອ​ການ​ສົ່ງ​ອອກ​ສິນ​ຄ້າ​ສູ່​ຕ່າງ​ປະ​ເທດ ແລະ ນີ້​ກໍ​ເປັນ​ບາດ​ກ້າວ​ອັນ​ໜຶ່ງ​ທີ​່​ສຳ​ຄັນ​ຈະ​ໄດ້​ເຫັນ​ສິນ​ຄ້າ​ລາວ​ພັດ​ທະ​ນາ​ຂື້ນ​ອີກ​ລະ​ດັບ​ໜຶ່ງ​ໃນ​ການ​ຂະ​ຫຍາຍ​ຕະ​ຫລາດ​ສູ່​ສາ​ກົນ.

ໃນວັນທີ 18 ພະຈິກ 2020, ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນການຄ້າວຽງຈັນເຊັນເຕີ ແລະ ບໍລິສັດ ມິນິບິກຊີ ໄດ້ລົງນາມຮ່ວມມືຍົກລະດັບການຜະລິດສິນຄ້າລາວ ເພື່ອເຂົ້າວາງຈໍາໜ່າຍໃນ ຮ້ານມິນິບິກຊີ ແລະ ຂະຫຍາຍຕະຫຼາດສູ່ສາກົນຜ່ານເຄືອຂາຍຂົນສົ່ງ ມິນິບິກຊີ ສາກົນ.

SA Game
ພ​າບ: laoedaily.com.la

ພິທີເຊັນສັນຍາຈັດຂຶ້ນ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມມີທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ທ່ານ ນາງ ສຸກັນຍາ ເທບວົງສາ ອໍານວຍການບໍລິສັດວຽງຈັນເຊັນເຕີ, ທ່ານ ແກລີ່ ຮາດີ້ ອໍານວຍການບໍລິສັດ ມິນິບິກຊີ ພ້ອມພາກທຸລະກິດເຂົ້າຮ່ວມ.

ທ່ານ ນາງເຂັມມະນີ ພົນເສນາ ກ່າວວ່າ:

ການຮ່ວມມືຄັ້ງນີ້ເປັນຂີດໝາຍສໍາຄັນໃນການຍົກລະດັບຜູ້ປະກອບການໃນການຜະລິດສິນຄ້າໃຫ້ເຂົ້າກັບຄວາມຕ້ອງການຂອງຕະຫຼາດ ໂດຍສະເພາະສິນຄ້າໂອດ໊ອບຂອງລາວທີ່ມີຫຼາຍກວ່າ 600 ລາຍການເຫັນວ່າເປັນທ່າແຮງ ແລະ ກາລະໂອກາດໃນການພັດທະນາ, ຂໍຮຽກຮ້ອງ 3 ຂະແໜງການທີ່ເຊັນສັນຍາກັນໃນຄັ້ງນີ້ ຮ່ວມມືກັນປັບປຸງສິນຄ້າ, ການຜະລິດ, ລາຄາ, ການຫຸ້ມຫໍ່ ເພື່ອໃຫ້ສາມາດເຂົ້າຂາຍໃນມິນິບີກຊີ ໂດຍໃຫ້ມີແຜນງານລະອຽດ ແລະ ລົງເລິກຕາມແຕ່ລະຜະລິດຕະພັນ ເພື່ອໃຫ້ໂຄງການດັ່ງກ່າວມີຜົນປະໂຫຍດສູງສຸດ.

ທ່ານ ໄຊສົມເພັດ ນໍລະສິງ ຫົວຫນ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ:

ການເຊັນສັນຍາຄັ້ງນີ້ ມີຄວາມສໍາຄັນຫລາຍ ທີ່ຈະຊ່ວຍຜູ້ປະກອບການຜະລິດສິນຄ້າຂອງລາວ ໄດ້ເຂົ້າເຖິງຕະຫລາດພາຍໃນ ແລະ ຕ່າງປະເທດ ເຊິ່ງ ພວກເຮົາ ໄດ້ມີການປະສານງານກັບບັນດາກົມອ້ອມຂ້າງໃນກະຊວງ ເພື່ອຊຸກຍູ້ໃຫ້ເກີດໂຄງການນີ້ ເພື່ອໃຫ້ເກີດປະໂຫຍດສູງສຸດຕໍ່ຜູ້ປະກອບການຂອງລາວ ໂດຍສະເພາະແມ່ນ ຮູບແບບການອອກແບບສິນຄ້າ, ການຫຸ້ມຫໍ່ ການຜະລິດທີ່ມີຄວາມສະຖຽນ ແລະ ມີຄຸນນະພາບ ສາມາດຕອບສະຫນອງຄວາມ ຕ້ອງການຂອງຕະຫລາດ.

ທ່ານ ນາງ ສຸກັນຍາ ເທບວົງສາ ອໍານວຍການບໍລິສັດວຽງຈັນເຊັນເຕີກ່າວວ່າ:

ປັດຈຸບັນ ພວກເຮົາໄດ້ສໍາເລັດ ການເຈລະຈາ ຮ່ວມກັບ ບໍລິສັດ ມິນິບີກຊີ ເບື້ອງຕົ້ນ ໃນການນໍາເອົາຜະລິດຕະພັນ ທີ່ມີທ່າແຮງ ມີຄວາມສາມາດໃນການຜະລິດ ແລະຄຸນນະພາບ ເຂົ້າໄປຈໍາຫນ່າຍໃນ ມິນິບີກຊີ ເຊິ່ງມີ 6 ຫົວຫນ່ວຍ, 4ປະເພດ , 40 ຜະລິດຕະພັນທີ່ຈະໄດ້ວາງຈໍາຫນ່າຍໃນຮ້ານຄ້າທີ່ມີຊື່ສຽງ ແລະ ເປັນທີ່ຍອມຮັບ.

ເຖິງວ່າສິນຄ້າລາວຈະມີຫລາຍຢ່າງທີ່ມີຄຸນນະພາບດີ ແຕ່ພວກເຮົາ ເຫັນວ່າສິນຄ້າລາວ ສ່ວນຫລາຍແມ່ນຍັງມີຂໍ້ຈໍາກັດ ດ້ານການອອກແບບ, ການຫຸ້ມຫໍ່ ການຈັດວາງທີ່ດີ ເຮັດໃຫ້ບໍ່ເປັນເປົ້າຫມາຍຂອງກຸ່ມຜູ້ຈັດຊື້. ສາເຫດເກີດຈາກຫລາຍປັດໃຈເຊັ່ນ ຄວາມຄິດການອອກແບບ ຫລື ການເຂົ້າເຖິງຕົວຢ່າງສິນຄ້າ ຍັງຈໍາກັດ ຄ່າວັດສະດຸຫຸ້ມຫໍ່ລາຄາສູງ ບໍ່ສາມາດຜະລິດພາຍໃນໄດ້ ແລະ ອື່ນໆ.

ທ່ານ ແກລີ່ ຮາດີ້ ອໍານວຍການບໍລິສັດມິນິບິກຊີ ກ່າວວ່າ:

ປັດຈຸບັນ ມິນິບີກຊີ ມີສາຂາບໍລິການໃນປະເທດລາວແລ້ວ 51ສາຂາ ເຊິ່ງມີອັດຕາຈ້າງງານ 500 ກວ່າຄົນ ແຜນປີ 2021 ຈະຂະຫຍາຍສາຂາໃຫ້ໄດ້ 21ສາຂາ ແລະ ແຜນ 5 ປີ ຈະຂະຫຍາຍສາຂາ ໃຫ້ໄດ້ 50 ສາຂາ ພ້ອມດຽວກັນ ກໍມີຄວາມພ້ອມສູງໃນການນໍາເອົາສິນຄ້າລາວ ທີ່ຜ່ານຂະບວນການຜະລິດທີ່ດີ ມີສະຖຽນນະພາບ ໂດຍສະເພາະເງື່ອນໄຂທີ່ຫົວຫນ້າກົມສົ່ງເສີມການຄ້າໄດ້ລະບຸກ່ອນຫນ້ານີ້ໂດຍສາມາດນໍາເຂົ້າວາງຂາຍພາຍໃນຮ້ານ ລວມທັງ ໃຫ້ພວກເຮົາ ສາມາດຊ່ວຍຍົກລະດັບການຜະລິດ ຂະຫຍາຍຕະຫລາດອອກໄປຕ່າງປະເທດ ໂດຍຜ່ານເຄືອຂ່າຍ ມິນິບິກຊີ ສາກົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ເສດ​ຖະ​ກິດ-ການ​ຄ້າ.