250 ຈຸດສ່ຽງໃນ​ນະ​ຄອນ​ຫລວງ​ໄດ້​ຮັບ​ການ​ຂ້າ​ເຊື້ອແລ້ວ

SA Game

ພາບ: laodaily.com.la

​ເຈົ້າ​ໜ້າ​ທີ່ຂ້າເຊື້ອສະຖານທີ່ສ່ຽງໃນນະຄອນຫຼວງວຽງຈັນ ໄດ້ 250 ຈຸດ.

ຫລັງ​ຈາກ​ໄດ້​ມີ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ໄປ​ເກືອບ​ທົວປະ​ເທດ ແລະ ການ​ແຜ່​ລະ​ບາດ​ນັ້ນ​ກໍ​ເກີດ​ຂື້ນ​ຢູ່​ໃນ​ຫລາຍ​ແຫ່ງ​ຫລາຍ​ສະ​ຖານ​ທີ່ ເປັນ​ຕົ້ນ​ແມ່ນ​ຮ້ານ​ອາ​ຫານ, ຮ້ານ​ບັນ​ເທີງ, ຮ້ານ​ຄາ​ລາ​ໂອ​ເກະ ແລະ ແຫ່ງ​ອື່ນໆ, ເຊິງ​ລ້ວນ​ແລ້ວ​ແຕ່​ເປັນ​ສະ​ຖານ​ທີ່​ສຸ່ມ​ສ່ຽງ​ການ​ການ​ແຜ່​ລະ​ບາດ ແລະ ບົ່ມ​ເຊື້ອ.

ທ່ານ ດຣ. ປານອມ ຟອງມະນີ ຮອງຫົວຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວປະຈຳວັນທີ 6 ພຶດສະພາ 2021ວ່າ: ວຽກງານການອະນາໄມ ແລະ ການຂ້າເຊື້ອ ເຊິ່ງເປັນວຽກງານຂອງກົມອະນາໄມ ແລະ ສົ່ງເສີມສຸຂະພາບ ເມື່ອມີການລະບາດຂອງພະຍາດຂອງພະຍາດໂຄວິດ-19 ທາງກົມກໍໄດ້ຮ່ວມກັບ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ໜ່ວຍກູ້ໄພ ແລະ ບໍລິສັດ ອະນາໄມ ກ່ຽວກັບຫຼັກການການອະນາໄມ ແລະ ຂ້າເຊື້ອ.

SA Game
ພາບ: laodaily.com.la

ມາຮອດປັດຈຸບັນ ການປະຕິບັດຂ້າເຊື້ອ ສະເພາະໃນນະຄອນຫຼວງວຽງຈັນ ປະຕິບັດໄດ້ 250 ຈຸດ ໂດຍເລັ່ງໃສ່ເຮືອນຜູ້ຕິດເຊື້ອ, ເຮືອນຜູ້ສໍາຜັດ, ສະຖານທີ່ສ່ຽງ, ຊຸມຊົນ, ສໍານັກງານ ແລະ ອົງການຕ່າງໆຕາມການສະເໜີມາ ກໍ່ໄດ້ໄປຂ້າເຊື້ອ. ພ້ອມນີ້, ກໍ່ໄດ້ສ້າງຕັ້ງສູນບັນຊາການອະນາໄມ ຂ້າເຊື້ອໂດຍເອົາເຂົ້າໃນລະບົບສາຍດ່ວນ.

ນອກຈາກນີ້, ຍັງໄດ້ມີການຄຸ້ມຄອງຂີ້ເຫຍື້ອຕິດເຊື້ອສຳລັບຢູ່ສູນບໍລິການໃນການປິ່ນປົວຄົນເຈັບຜູ້ຕິດເຊື້ອພະຍາດໂຄວິດ-19 ເຊັ່ນ: ສູນກິລາຫ້ວຍຫົງ, ສູນຫຼັກ 27 ແລະ ສູນປິ່ນປົວອື່ນໆ ລະບົບການບໍາບັດນໍ້າເປື້ອນ ຢູ່ທຸກສູນ ທີ່ມີການປິ່ນປົວຄົນເຈັບ ຕິດເຊື້ອມີການກໍາຈັດຂ້າເຊື້ອນໍ້າເປື້ອນ ແລະ ວິດຖ່າຍກ່ອນຈະປ່ອຍລົງສູ່ ຮ່ອງສາທາລະນະ ໂດຍໄດ້ສົມທົບກັບລັດວິສະຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ.

ທ່ານ ດຣ. ປານອມ ຟອງມະນີ ໄດ້ເຊີນຊວນພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ເຮັດແນວໃດໃຫ້ໄດ້ເຂົ້າຮ່ວມໄປບໍລິການສັກວັກຊີນຕາມຈຸດບໍລິການທີ່ກໍານົດ ແລະ ໃນໄລຍະນີ້ແມ່ນເປັນໄລຍະທີ່ໂຄວິດ-19 ມີການລະບາດ ຂໍໃຫ້ຜູ້ທີ່ຈະໄປຮັບວັກຊິນຕ້ອງໄດ້ປ້ອງກັນໂຕເອງໂດຍການໃສ່ຜ້າອັດປາກ, ຮັກສາໄລຍະຫ່າງເວລາລໍຖ້າຮັບບໍລິການ. ທັງນີ້, ເພື່ອໃຫ້ປອດໄພທັງຜູ້ມາຮັບບໍລິການ ແລະ ແພດ ໝໍກໍ່ປອດໄພເຊັ່ນກັນ. ປະຕິບັດການດໍາລົງຊີວິດ ແບບວິຖີຊີວິດແບບໃໝ່ ເຊັ່ນ: ການເວັ້ນໄລຍະຫ່າງ, ການໃສ່ຜ້າອັດດັ່ງ ແລະ ປາກ, ການລ້າງມືເປັນປະຈໍາ, ອອກກໍາລັງກາຍເປັນປະຈໍາ, ຕິດຕາມອາການສຸຂະພາບ ຂອງຕົນເອງ ຖ້າມີບັນຫາ ຕ້ອງປຶກສາແພດໝໍດ່ວນ.

SA Game
ພາບ: laodaily.com.la

ພ້ອມດຽວກັນນີ້, ກໍ່ຍັງໄດ້ກະກຽມກົນໄກກ່ຽວກັບການຈັດການຊາກສົບຜູ້ຕິດເຊື້ອໂຄວິດ-19 ຖ້າຫາຍມີກໍລະນີເສຍຊີວິດເກີດຂຶ້ນ ໂດຍຮ່າງຄູ່ມືໃນການຈັດຕັ້ງປະຕິບັດ ເພື່ອມ້ຽງຊາກສົບໃຫ້ຖືກກັບລະບຽບຫຼັກການຂອງອົງການອະນາໄມໂລກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la