11ບໍ​ລິ​ສັດ​ທົດ​ລອງ​ການ​ນຳ​ເຂົ້າ​ສິນ​ຄ້າ​ບໍ່​ຕ້ອງ​ຂໍ​ໃບ​ຢັ້ງ​ຢືນ​ສິດ​ທິ​ດ້ານ​ອັດ​ຕາ​ພາ​ສີ

SA Game

laoedaily.com

​ໃນ​ການ​ນຳ​ເຂົ້າ​ສິນ​ຄ້າ ກົມພາສີ ທົດລອງປະຕິບັດກັບ 11 ບໍລິສັດ ນຳເຂົ້າສິນຄ້າບໍ່ຈໍາເປັນຕ້ອງຂໍໃບຢັ້ງຢືນດ້ານອັດຕາພາສີ.

ທົດ​ລອງ! ກົມພາສີ, ກະຊວງການເງິນ ເຫັນດີມອບສິດໃຫ້ດ່ານພາສີສາກົນຊາຍແດນໃນຂອບເຂດທົ່ວປະເທດ ເປັນຜູ້ພິຈາລະນາການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຕາມຂອບສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA) ຫຼື ຟອມ D ຊຶ່ງເປັນເອກະສານປະກອບການແຈ້ງພາສີ ເປັນລາຍລະອຽດທີ່ໄດ້ກໍານົດໄວ້ໃນມາດຕາ 27 ຂອງກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020.

ອີງຕາມ ຂໍ້ຕົກລົງສະບັບເລກທີ 03682/ກພສ, ລົງວັນທີ 30 ກໍລະກົດ 2021 ວ່າດ້ວຍການສືບຕໍ່ການທົດລອງມອບສິດໃຫ້ດ່ານພາສີຊາຍແດນ ຮັບຮອງການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຕາມກອບສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA-FORM D) ສໍາລັບການນໍາເຂົ້າສິນຄ້າຂອງ 11 ບໍລິສັດ. ນອກຈາກພາຫະນະກົນຈັກ, ນໍ້າມັນເຊື້ອໄຟທຸກຊະນິດ, ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບ, ເຊິ່ງການພິຈາລະນາການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຕາມກອບສັນຍາ ATIGA ຫຼື ຟອມ D ສະບັບນີ້ ເປັນການທົດລອງຈັດຕັ້ງປະຕິບັດຊົ່ວຄາວສໍາລັບບໍລິສັດ ແລະ ຜູ້ປະກອບການທີ່ໄດ້ຮັບອະນຸຍາດເທົ່ານັ້ນ.

SA Game
laoedaily.com

ສໍາລັບບໍລິສັດ ແລະ ຜູ້ປະກອບການຈໍານວນ 11 ບໍລິສັດຄື: 1. ບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ, 2. ບໍລິສັດ ເບຍລາວ ຈໍາກັດ, 3. ບໍລິສັດ ນິວຈິບເຊັງ ຈໍາກັດ, 4. ບໍລິສັດ ໂຄຄາ-ໂຄລາວ (ລາວ) ບອ໊ຕລິງ ຈໍາກັດ, 5. ບໍລິສັດ ລາວຟອດຊິຕີ ຈໍາກັດ, 6. ບໍລິສັດ ເອັກເປຣດຟູ໊ດ ກຣຸບ (ລາວ) ຈໍາກັດ, 7. ບໍລິສັດ ລາວໂມບາຍກຣຸບ ຈໍາກັດ, 8. ບໍລິສັດ ຢູນິລິເວີ ເຊີວິດ (ລາວ) ຈໍາກັດ, 9. ບໍລິສັດ ທິບໂກ້ ອັດສະຟັນ (ລາວ) ຈໍາກັດ, 10. ບໍລິສັດ ໂຕໂຢຕ້າລາວ ຈໍາກັດ ແລະ 11. ບໍລິສັດ ຊີໄອການຄ້າ ຂາອອກ-ຂາເຂົ້າ ຈໍາກັດ ແມ່ນບໍ່ຈໍາເປັນຕ້ອງຂໍໃບຢັ້ງຢືນສິດທິພິເສດດ້ານອັດຕາພາສີ ຈາກກົມພາສີ ເພື່ອເປັນການທົດລອງໃນການກໍານົດເງື່ອນໄຂຂອງຜູ້ປະກອບການທີ່ໄດ້ມາດຕະຖານ AEO ໃນຕໍ່ໜ້າ.

ນັ້ນ​ຄື 11 ບໍລິສັດ ທີ່ບໍ່ຈໍາເປັນຕ້ອງຂໍໃບຢັ້ງຢືນສິດທິພິເສດດ້ານອັດຕາພາສີ ຈາກກົມພາສີ ໃນໄລຍະ 6 ເດືອນ ນັບແຕ່ວັນທີ 30 ກໍລະກົດ 2021 ເປັນຕົ້ນໄປ.

ການພິຈາລະນາການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຕາມກອບສັນຍາ ATIGA ເປັນການທົດລອງຈັດຕັ້ງປະຕິບັດຊົ່ວຄາວ, ມອບໃຫ້ດ່ານພາສີສາກົນຊາຍແດນ ບ່ອນນໍາເຂົ້າສະຫຼຸບລາຍງານການຈັດຕັ້ງປະຕິບັດໃຫ້ກົມພາສີ ຊາບເພື່ອປະເມີນຜົນໄດ້ຮັບ ແລະ ຄົ້ນຄວ້າປັບປຸງໃນຂັ້ນຕໍ່ໄປ ແລະ ການເຂົ້າເປັນສະມາຊິກຂອງຜູ້ປະກອບການ AEO ໝາຍເຖິງຜູ້ປະກອບການມາດຕະຖານ AEO ແມ່ນຈະໄດ້ຮັບສິດ, ຄວາມຍຸຕິທໍາ ແລະ ຄວາມໂປ່ງໃສໃນການອໍານວຍຄວາມສະດວກດ້ານການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງໃຫ້ແກ່ຜູ້ປະກອບການມາດຕະຖານ AEO, ຮັບປະກັນຄວາມປອດໄພທາງດ້ານການຄ້າ ແລະ ແນ່ໃສ່ຍົກສູງການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຢ່າງຖືກຕ້ອງ ແລະ ເຂັ້ມງວດໂດຍສອດຄ່ອງກັບສາກົນ.

ກົມພາສີ ສົ່ງເສີມໃຫ້ບັນດາຜູ້ປະກອບການທີ່ມີເງື່ອນໄຂ ແລະ ມີຄວາມພ້ອມສະໝັກເຂົ້າຮ່ວມແຜນງານຜູ້ປະກອບການມາດຕະຖານ AEO, ຊຶ່ງເປັນໜຶ່ງໃນແຜນງານເພີ່ມທະວີການຮ່ວມມືລະຫວ່າງລັດຖະການພາສີ ແລະ ພາກທຸລະກິດ, ເປົ້າໝາຍຫຼັກແມ່ນການສອບຖາມກ່ຽວກັບການດໍາເນີນທຸລະກິດຂອງບໍລິສັດທີ່ໄດ້ແບ່ງອອກເປັນ 7 ພາກໃຫຍ່ ແລະ ລວມເອົາ 26 ຄໍາຖາມຍ່ອຍທີ່ຕິດພັນກັບ, ໂຄງປະກອບການຈັດຕັ້ງ ແລະ ການບໍລິຫານບຸກຄະລາກອນ, ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ, ການຄຸ້ມຄອງດ້ານການເງິນ, ການຄຸ້ມຄອງດ້ານບັນຊີ, ການນໍາໃຊ້ເຄື່ອງມືດ້ານ IT ແລະ ການສື່ສານ ແລະ ການປ້ອງກັນຄວາມປອດໄພໃນທຸລະກໍາການຄ້າ.

SA Game
laoedaily.com

ອີງຕາມ ຄໍາແນະນໍາວ່າດ້ວຍການຄຸ້ມຄອງຜູ້ປະກອບການມາດຕະຖານ AEO (Authorized Economic Operators) ສະບັບເລກທີ 1159/ກງ, ລົງວັນທີ 18 ເມສາ 2019 ໄດ້ແນະນໍາກ່ຽວກັບສິດຂອງຜູ້ປະກອບການມາດຕະຖານ AEO ແມ່ນມີສິດສະເໜີໃຫ້ລັດຖະການພາສີ ອໍານວຍຄວາມສະດວກໃນການກວດປ່ອຍສິນຄ້າຂອງຕົນເປັນກໍລະນີພິເສດຄື:
1. ມີສິດສະເໜີໃຫ້ລັດຖະການພາສີ ດໍາເນີນການກວດກາ ແລະ ຮັບຮອງເອກະສານແຈ້ງພາສີກ່ອນລ່ວງ ໜ້າສິນຄ້າຮອດດ່ານ 7 ວັນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂອງກົດໝາຍວ່າດ້ວຍພາສີ.
2. ມີສິດສະເໜີໃຫ້ລັດຖະການພາສີ ເພື່ອດໍາເນີນການກວດກາສິນຄ້າຕົວຈິງຢູ່ສາງຂອງຕົນເອງ ເພື່ອຫຼຸດ ຜ່ອນການຄວບຄຸມກວດກາຢູ່ດ່ານພາສີຊາຍແດນ.

3. ມີສິດສະເໜີໃຫ້ລັດຖະການພາສີ ພິຈາລະນາໃຫ້ບໍລິການນອກໂມງລັດຖະການໃນກໍລະນີມີຄວາມຈໍາເປັນຮີບດ່ວນ.
4. ມີສິດສະເໜີໃຫ້ລັດຖະການພາສີປັບປຸງຂັ້ນຕອນ, ກົນໄກ ແລະ ວິທີການເພື່ອທະວີການອໍານວຍຄວາມສະດວກທາງດ້ານການຄ້າ ໂດຍສອດຄ່ອງກັບກົດໝາຍ, ລະບຽບການຄ້າພາຍໃນ ແລະ ລະບຽບການສາກົນ.
ສຳລັບຂັ້ນຕອນການສະເໜີຂໍການຢັ້ງຢືນເປັນ ຜູ້ປະກອບການມາດຕະຖານ AEO ແມ່ນຜູ້ປະກອບການຕ້ອງປະຕິບັດດັ່ງນີ້: 1. ຕ້ອງປະເມີນຜົນຕົນເອງຕາມແບບຟອມທີ່ກົມພາສີ ກໍານົດ (ແບບຟອມດັ່ງກ່າວສາມາດດາວໂຫຼດໄດ້ທີ່ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ຫຼື ເວັບໄຊຂອງກົມພາສີ. http://customs.gov.la/
2. ຍື່ນໜັງສືສະເໜີເຖິງຫົວໜ້າພາສີ ເພື່ອແຈ້ງເຈດຈໍານົງຂອງບໍລິສັດທີ່ມີຄວາມຕ້ອງການເປັນຜູ້ປະກອບການມາດຕະຖານ AEO ດ້ວຍຄວາມສະໝັກໃຈ ພ້ອມທັງຄັດຕິດບົດປະເມີນຜົນດ້ວຍຕົນເອງ ແລະ ເອກະສານທີ່ກ່ຽວຂ້ອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  ກະຊວງການເງິນ