10 ໜ້າ​ວຽກ​ສຳ​ຄັນ ​ຕ້ານ​ການ​ຮົ່ວ​ໄຫລ​ຂອງ​ງົບ​ປະ​ມານ​ລາຍ​ຮັບ

SA Game

laoedaily.com.

ກະຊວງອຸດ​ສະ​ຫະ​ກຳ ແລະ ການ​ຄ້າ ເພີ່ມທະວີການຄຸມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມາ​ນ​.

​ເພື່ອເພີ່ມທະວີຄຸມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ ຕາມຄໍາສັ່ງ ສະບັບເລກທີ 18/ນຍ ລົງວັນທີ 16 ກັນຍາ 2021 ໂດຍໃຫ້ຊຸກຍູ້ການດຳເນີນທຸລະກິດ, ການແກ້ໄຂບັນດາຂອດຂັ້ນສິ່ງອຸດຕັນ ເພື່ອສ້າງບັນຍາກາດໃໝ່ ໃນການດຳເນີນທຸລະກິດໃຫ້ມີຄວາມໂປ່ງໃສ ທະລຸໂລ່ງ ແລະ ສາມາດສ້າງເປັນຖານລາຍຮັບ ທີ່ໝັ້ນຄົງ, ຍາວນານ ຕາມທິດຍືນຍົງ, ສີຂຽວ.

ນາຍົກລັດຖະມົນຕີ ອອກຄໍາສັ່ງ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ເຊິ່ງຄໍາສັ່ງສະບັບດັ່ງກ່າວມີທັງໝົດ 20 ຂໍ້ ທີ່ຕິດພັນມອບໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ແລະ ຂັ້ນແຂວງ, ຫົວໜ່ວຍງົບປະມານບໍລິຫານວິຊາການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນຕ້ອງເພີ່ມທະວີຄວາມຮັບຜິດຊອບຕາມໜ້າທີ່, ຂອບເຂດສິດຂອງຕົນໃນການຈັດຕັ້ງປະຕິບັດບັນດາກົດໝາຍ, ນິຕິກໍາໃຕ້ກົດໝາຍທີ່ໄດ້ກໍານົດອອກໃນວຽກງານຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼລາຍຮັບງົບປະມານແຫ່ງລັດ.

SA Game
laoedaily.com.

ໃນນີ້ ສະເພາະກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮັບຜິດຊອບ 10 ວຽກໃນການຈັດຕັ້ງປະຕິບັດວຽກງານການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດດັ່ງນີ້:
1. ຊຸກຍູ້ການເຄື່ອນໄຫວຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ເພື່ອເຮັດໜ້າທີ່ຕາມພາລະບົດບາດຢ່າງແຂງແຮງ ໃນການຊຸກຍູ້ການດຳເນີນທຸລະກິດ, ການແກ້ໄຂບັນດາຂອດຂັ້ນສິ່ງອຸດຕັນ ເພື່ອສ້າງບັນຍາກາດໃໝ່ ໃນການດຳເນີນທຸລະກິດໃຫ້ມີຄວາມໂປ່ງໃສ ທະລຸໂລ່ງ ແລະ ສາມາດສ້າງເປັນຖານລາຍຮັບ ທີ່ໝັ້ນຄົງ, ຍາວນານ ຕາມທິດຍືນຍົງ, ສີຂຽວ.

2. ດຳເນີນການກວດກາຄືນ ຫົວໜ່ວຍທຸລະກິດ ທີ່ໄດ້ອອກທະບຽນວິສາຫະກິດ ໃນໄລຍະຜ່ານມາ ແລະອະນຸຍາດເປີດໃໝ່ ເພື່ອສະໜອງຖານຂໍ້ມູນຂອງຫົວໜ່ວຍທຸລະກິດ ໃຫ້ຂະແໜງການເງິນ ຕາມລະບົບເຊື່ອມໂຍງເອເລັກໂຕຣນິກ ເພື່ອຕິດຕາມຄຸ້ມຄອງໃນການປະຕິບັດພັນທະຕາມກົດໝາຍ ແລະ ນຳໃຊ້ມາດຕະການຕໍ່ຫົວໜ່ວຍທຸລະກິດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ, ຊຸກຍູ້ການປະຕິບັດນະໂຍບາຍຕ່າງໆ ແລະກວດກາ ຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນ ເຂົ້າລະບົບອາກອນມູນຄ່າເພີ່ມ, ຖືບັນຊີ ແລະ ສ້າງເອກະສານລາຍງານການເງິນ ຕາມມາດຕະຖານບັນຊີ, ນຳໃຊ້ໃບເກັບເງິນທີ່ຖືກຕ້ອງ, ນຳໃຊ້ເຄື່ອງມືທີ່ທັນສະໄໝໃນການບັນທຶກການຂາຍສິນຄ້າ ແລະ ບໍລິການ ເພື່ອມອບພັນທະໃຫ້ຄົບຖ້ວນ, ພ້ອມທັງ ດໍາເນີນການກວດກາການເຄື່ອນໄຫວຂອງຫົວໜ່ວຍທຸລະກິດ ທີ່ເປັນຄົນຕ່າງດ້າວມາດໍາເນີນທຸລະກິດສະຫງວນ ແລະ ບໍ່ສະຫງວນ ໃຫ້ຂຶ້ນທະບຽນ ແລະ ປະຕິບັດພັນທະເຂົ້າງົບປະມານ ຕາມກົດໝາຍຂອງ ສປປ ລາວ.

SA Game
laoedaily.com.

3. ດຳເນີນການກວດກາ ການຈົດທະບຽນຊັບສິນຂອງວິສາຫະກິດ ທີ່ນຳໃຊ້ເຂົ້າເປັນທຶນຂອງວິສາຫະກິດ ໃຫ້ຖືກຕ້ອງຕາມກົດໝາຍ ເພື່ອບໍ່ໃຫ້ມີຜົນເສຍຫາຍໃນການຄິດໄລ່ ແລະ ມອບ ອາກອນກຳໄລ.
4. ສົມທົບກັບຂະແໜງການເງິນ ຄົ້ນຄວ້າກ່ຽວກັບການກຳນົດເງື່ອນໄຂ ແລະ ມາດຕະການບັງຄັບໃຊ້ດ້ານກົດໝາຍໃນການອອກອະນຸຍາດ ຫຼື ຕໍ່ ທະບຽນວິສາຫະກິດ ໂດຍໃຫ້ຫົວໜ່ວຍທຸລະກິດເຫຼົ່ານັ້ນ ຕ້ອງມີ ແລະ ນຳໃຊ້ໃບເກັບເງິນເປັນເຈ້ຍ ຫຼື ໃບເກັບເງິນເອເລັກໂຕຣນິກ (e-Invoice) ຕາມຮູບແບບທີ່ກະຊວງການເງິນກຳນົດ ເພື່ອຮັບປະກັນການປະຕິບັດພັນທະຕ່າງໆ ໃຫ້ຖືກຕ້ອງຕາມກົດໝາຍ.

5. ປະສານສົມທົບກັບສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດສ໌ ເພື່ອດຳເນີນການປະເມີນ ແລະ ກວດກາຢ່າງເຂັ້ມງວດ ຕໍ່ຫົວໜ່ວຍທຸລະກິດທີ່ໄດ້ຮັບອະນຸຍາດ ຕາມດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ກ່ຽວກັບ ທຶນຈົດທະບຽນ, ຊັບສິນຂອງບໍລິສັດ, ການດຳເນີນທຸລະກິດ ໃນຂົງເຂດ ນ້ຳມັນເຊື້ອໄຟ ເລີ່ມແຕ່ຂອດອະນຸຍາດ, ໂກຕາ, ມາດຕະຖານລະບົບສາງ, ການນໍາເຂົ້າ ຈົນຮອດ ມາດຕະຖານລະບົບປ້ຳນ້ຳມັນ ໂດຍນຳໃຊ້ເຄື່ອງມືທັນສະໄໝ ເພື່ອໃຫ້ສາມາດກວດກາສົ້ນເຂົ້າ-ສົ້ນອອກ ນ້ຳມັນເຊື້ອໄຟລະຫວ່າງຜູ້ນຳເຂົ້າ ແລະ ຜູ້ຈຳໜ່າຍພາຍໃນ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ໂປ່ງໃສ ໂດຍບໍ່ໃຫ້ເກີດຊ່ອງວ່າງໃນການຫຼົບຫຼີກພັນທະຕ່າງໆເຂົ້າງົບປະມານ.
6. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ໂຄສະນາ ໃຫ້ຫົວໜ່ວຍທຸລະກິດຕິດປະກາດລາຄາສິນຄ້າ ແລະ ຄ່າບໍລິການເປັນເງິນກີບ ຢ່າງເປັນປົກກະຕິ ເພື່ອປົກປ້ອງຜູ້ບໍລິໂພກ ແລະ ການຄຸ້ມຄອງກວດກາຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ.

SA Game
laoedaily.com.

7.ດຳເນີນການກວດກາ ແລະ ຄຸ້ມຄອງ ອຸດສາຫະກຳໄມ້, ຫົວໜ່ວຍທຸລະກິດໄມ້, ຮ້ານຈຳໜ່າຍໄມ້, ຮ້ານເຟີນິເຈີ ເພື່ອສະໜອງຂໍ້ມູນໃຫ້ຂະແໜງການເງິນ, ພ້ອມທັງ ສ້າງລະບົບການບໍລິການຜູ້ຜະລິດ ແລະບໍລິການ ໃນຜະລິດຕະພັນໄມ້ ເພື່ອສ້າງຖານການສົ່ງອອກຕາມຄວາມຕ້ອງການຂອງຕະຫຼາດ, ຄຸ້ມຄອງທຸລະກິດໄມ້ ໃຫ້ເຂັ້ມງວດ.
8. ຊຸກຍູ້ ໃຫ້ຫົວໜ່ວຍທຸລະກິດ ປະຕິບັດການເສຍອາກອນລາຍໄດ້ຈາກ ການໂອນຮຸ້ນ ຫຼື ປ່ຽນແປງຜູ້ຖືຮຸ້ນຕາມກົດໝາຍວ່າດ້ວຍອາກອນລາຍໄດ້ ກຳນົດ.

9. ສ້າງກົນໄກ ຮ່ວມກັບຂະແໜງການເງິນ, ທະນາຄານ, ເພື່ອສ້າງຖານລາຍຮັບໃໝ່ ຈາກຂົງເຂດທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ຈຸນລະວິສາຫະກິດ ໃຫ້ເປັນລະບົບ ເພື່ອສົ່ງເສີມການຜະລິດນຳໃຊ້ພາຍໃນທົດແທນການນຳເຂົ້າ ແລະ ເພື່ອສົ່ງອອກ.
10. ສະໜອງຂໍ້ມູນກ່ຽວກັບ ໃນການນຳເຂົ້າ ແລະ ສົ່ງອອກ ຄຳຮູບປະພັນ, ຄຳແທ່ງ ແລະ ວັດຖຸມີຄ່ຕ່າງໆ ໃຫ້ຂະແໜງການເງິນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.