​ໄວ​ເກີນ​ຄາດ! ຂົວມິດຕະພາບລາວ-ໄທແຫ່ງທີ 5 ສຳ​ເລັດ​ເກືອບ​ເຄິ່ງ​ແລ້ວ

SA Game

laoedaily.com

ການ​ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 ຄືບໜ້າ ລື່ນແຜນການທີ່ວາງໄວ້ ແລະ ກຽມເຊື່ອມຈອດໃນທ້າຍປີໜ້າ

​ການ​ກໍ​່​ສ້າງ​ຂົວ​ແມ່ນ​ໄດ້​ລົງ​ມື​ເຮັດ​ມາ​ແຕ່​ຕົ້ນ​ປີ 2021, ທ່າມກາງການລະບາດຂອງພະຍາດ ໂຄວິດ-19 ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຍັງດຳເນີນໄປຢ່າງຕໍ່ເນື່ອງ ແລະເຫັນວ່າ ລື່ນແຜນການບາງເລັກນ້ອຍ.

ມາຮອດປັດຈຸບັນ, ໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ລື່ນແຜນການທີ່ວາງໄວ້, ຖ້າການກໍ່ສ້າງທຸກຢ່າງເປັນໄປໄດ້ດ້ວຍດີ ຄາດວ່າໂຄງການນີ້ຈະສາມາດເຊື່ອມຂົວແຫ່ງນີ້ຕໍ່ກັນລະຫວ່າງຝັ່ງລາວ ແລະໄທພາຍໃນທ້າຍປີ 2023.

ໂຄງການດັ່ງກ່າວນີ້ເປັນໂຄງການທີ່ລັດຖະບານລາວ ໄດ້ຮັບເງິນກູ້ຢືມຈາກອົງການຄວາມຮ່ວມມືທາງດ້ານເສດຖະກິດກັບປະເທດເພື່ອນບ້ານ (ອົງການ NEDA) ຈາກປະເທດໄທ ຈໍານວນ 1.380.067.000 ບາດ (ສະກຸນເງິນໄທ).

SA Game
laoedaily.com

ການກໍ່ສ້າງຢູ່ຝັ່ງລາວ ໄດ້ເລີ່ມລົງມືແຕ່ວັນທີ 4 ມັງກອນ 2021 ໂດຍແບ່ງອອກເປັນສັນຍາ ຄື: ສັນຍາທີ 1: ສັນຍາກໍ່ສ້າງຂົວຂ້າມນໍ້າຂອງ ແລະ ສັນຍາທີ 2: ສັນຍາກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງ.

ຜ່ານການຈັດຕັ້ງປະຕິບັດທັງ 2 ສັນຍາມາຮອດປັດຈຸບັນ, ສັນຍາທີ 1 ສໍາເລັດແລ້ວ 28,58%, ລື່ນແຜນການ 11,58% ແລະ ສັນຍາທີ 2 ສໍາເລັດແລ້ວ 40,78%, ລື່ນແຜນການ 3,52%. ປັດຈຸບັນ ການກໍ່ສ້າງແມ່ນພວມເລັ່ງສຸມໃສ່ສັນຍາທີ 1 ເປັນສໍາຄັນ ໂດຍສະເພາະການເຈາະ ແລະ ເທເບຕົງເສົາເຂັມທີ່ຍັງເຫລືອຢູ່ເສົາຂົວກາງນ້ຳ 1 ຕົ້ນ ເພື່ອໃຫ້ສໍາເລັດກ່ອນທີ່ນ້ຳຈະຂຶ້ນສູງໃນລະດູຝົນທີ່ຈະມາເຖີງນີ້. (ກ່າວໂດຍທ່ານ ໄລທອງ ພົມມະວົງ, ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5)

SA Game
laoedaily.com

ຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ຕັ້ງຢູ່ເຂດບ້ານກ້ວຍອຸດົມ ເມືອງປາກຊັນ, ແຂວງບໍລິຄໍາໄຊ, ມີຄວາມຍາວທັງໝົດ 1.350 ແມັດ, ໃນນີ້ ຝັ່ງລາວມີຄວາມຍາວ 535 ແມັດ, ມູນຄ່າການລົງທຶນລວມທັງໝົດ 3.930 ລ້ານບາດ, ໃນນີ້ ການກໍ່ສ້າງຢູ່ຝັ່ງລາວ 1.380.067.000 ບາດ, ເຫລືອນັ້ນແມ່ນມູນຄ່າການກໍ່ສ້າງຢູ່ເບື້ອງຝັ່ງໄທ ມີໄລຍະການກໍ່ສ້າງ 36 ເດືອນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: LAO YOUTH RADIO