​ເຫຼືອ​ນ້ອຍຕ້ອງ​ຮັກ​ສາ! ປາ​ຂ່າ​ໃນ ສ​ປ​ປ ລາວ ເລີມ​ໃກ້​ຈະ​ສູນ​ພັນ​ແລ້ວ

SA Game

WWF-Laos

ປາ​ຂ່າ​ຍັງ​ມີ​ຢູ່​ເຂດ​ທາງ​ໃຕ້​ຂອງ ສ​ປ​ປ ລາວ ແລະ ຕ້ອງ​ໄດ້ອະນຸລັກເພື່ອບໍ່ໃຫ້ສູນພັນ.

ສ​ປ​ປ ລາວ ເປັນ​ປະ​ເທດ​ໜຶ່ງ​ທີ່​ມີ​ປາ​ຂ່າ​ນ້ຳ​ຈືດ​ອາ​ໄສ​ຢູ່, ແລະ ທີ່​ຜ່ານໆ​ມາ ໃນ​ ສ​ປ​ປ ລາວ, ຍັງ​ມີ​ປະ​ຊາ​ຊົນ​ຈ່ຳ​ນວນ​ໜຶ່ງ​ທີ່​ອາ​ໄສ​ການ​ຫາ​ຢູ່​ຫາ​ກິນ​ກັບ​ທຳ​ມະ​ຊາດ​ໂດຍ​ສະ​ເພາະ​ທາງ​ນ້ຳ, ການ​ຫາ​ປູ ຫາ​ປາ​ມາ​ເພື່ອ​ເປັນ​ອາ​ຫານ​ ແລະ ຂາຍ​ເປັນ​ອີກ​ທາງ​ເລືອກ​ໜຶ່ງ​ຂອງ​ປະ​ຊາ​ຊົນ​ຜູ້​ທີ່​ຍັງ​ບໍ່​ມີ​ອາ​ຊີບ​ອື່ນ, ແລະ ປັດຈຸບັນ ສາມາດພົບເຫັນຢູ່ 15 ປະເທດ ທົ່ວໂລກ, ລວມທັງ ສປປ ລາວ.

ໃນວັນທີ 24 ຕຸລາ ເປັນວັນປາຂ່າໂລກນີ້​ເຊິງ​ເປ​ັນ​ວັນ ປາຂ່ານໍ້າຈືດ, ສະ​ນັ້ນ​ຈຶ່ງ​ຢາກ​ເຊີນ​ຊວນ​ຫລາຍໆ​ທ່ານ​ມາ​ອະ​ນຸ​ລັກ​ປາ​ຂ່າ​ນຳ​ກັນ, ເຊິງ​ປາ​ຂ່າ​ໃນ​ປະ​ຈຸ​ບັນ​ນີ້ແມ່ນສາມາດເຫັນປາຂ່າໄດ້ ຢູ່ເຂດບ້ານຫາງສະດໍາ ແລະ ບ້ານຫາງຄອນ ເມືອງໂຂງ ແຂວງຈໍາປາສັກ ຊາຍແດນລະຫວ່າງ ລາວ-ກໍາປູເຈຍ.

ປາຂ່ານໍ້າຈືດ ມີທັ້ງໝົດ 6 ສາຍພັນ ແລະ ໜຶ່ງໃນ 6 ສາຍພັນນີ້ແມ່ນອາໄສຢູ່ແມ່ນໍ້າຂອງ ສະເພາະໃນ ສປປ ລາວ ແລະ ກໍາປູເຈຍ, ປາຂ່ານໍ້າຈືດຄືໜຶ່ງໃນຊະນິດພັນປາປະເພດຫວງຫ້າມບັນຊີ 1 ແລະ ຍັງນອນຢູ່ໃນບັນຊີແດງ ວ່າດ້ວຍສັດນໍ້າ-ສັດປ່າ ທີ່ໃກ້ຈະສູນພັນ ຂອງ IUCN.

SA Game
WWF-Laos

ໃນປະເທດລາວ ມີປາຂ່າເຫລືອຢູ່ຈໍານວນໜ້ອຍ ແລະ ອາດສ່ຽງຕໍ່ການສູນພັນ ໃນອະນາຄົດ ຖ້າຂາດການອະນຸລັກ ໂດຍສະເພາະຕໍ່ການຄຸ້ມຄອງເຂດອາໄສຂອງມັນ, ໃນກາງປີ 2021 ນີ້, ປາຂ່າ ທີ່ວັງອະນຸລັກ ເຂດສີພັນດອນ ເມືອງໂຂງ ໄດ້ຕາຍສອງໂຕ ແລະ ນັ້ນເປັນຕົວຊີ້ບອກເຖິງການສູນເສຍ ແລະ ອາດນໍາໄປສູ່ການສູນພັນໄດ້.

ຈາກການໃຫ້ຂໍ້ມູນຂອງທີມງານລາດຕະເວນ ຫລື ເຈົ້າໜ້າທີ່ຄຸ້ມຄອງວັງອະນຸລັກປາຂ່າ ໃນລະຫວ່າງ 1-2 ປີທີ່ຜ່ານມາ ສາມາດພົບເຫັນໄດ້ ປະມານ 3-4 ໂຕ ແລະ ຈໍານວນ 2 ໂຕທີ່ຕາຍໃນກາງປີນີ້ ອາດນອນຢູ່ໃນຈໍານວນທີ່ທີມງານລາດຕະເວນພົບເຫັນ.

SA Game
WWF-Laos

ສະນັ້ນ, ວຽກງານອະນຸລັກ ແລະ ມາດຕະການຄຸ້ມຄອງ ຈໍາເປັນຕ້ອງເພີ່ມທະວີຄູນຂຶ້ນ ບໍ່ພຽງແຕ່ສະເພາະເພື່ອປົກປັກຮັກສາປາຂ່າ ທີ່ອາດຍັງມີຢູ່ ບໍ່ໃຫ້ສູນພັນ ຫລື ຖືກຜົນກະທົບຈາກການກະທໍາຕ່າງໆຂອງຄົນ ຕໍ່ແຫລ່ງທີ່ຢູ່ອາໄສຂອງປາຂ່າ ແຕ່ລວມເຖິງການອະນຸລັກຊະນິດພັນສັດນໍ້າອື່ນໆ ທີ່ໃກ້ຈະສູນພັນຈາກແມ່ນໍ້າຂອງ ເຊັ່ນ ປາຝາໄລ, ປາບຶກ ແລະ ອື່ນໆ.

SA Game
WWF-Laos

ເນື່ອງໃນວັນປາຂ່າໂລກນີ້, ຂໍຮຽກຮ້ອງມາຍັງທຸກຄົນ ທຸກພາກສ່ວນຈົ່ງໃຫ້ຄວາມສໍາຄັນ ແລະ ຮ່ວມແຮງກັນຕໍ່ການປົກປັກຮັກສາ ແລະ ອະນຸລັກສັດນໍ້າ ໂດຍສະເພາະຊະນິດພັນປາທີ່ໃກ້ຈະສູນພັນ ລວມທັງປາຂ່າ ລາຊີນີ ແຫ່ງສັດນໍ້າ ທີ່ໃກ້ຈະສູນພັນ ໃຫ້ຍັງຢູ່ກັບແມ່ນໍ້າຂອງ ແລະ ຊຸມຊົນ ກໍຄື ປະເທດລາວເຮົາ ເພື່ອອະນາຄົດ ແລະ ລູກຫລານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:WWF-Laos